ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃຫມ່

(VOVWORLD) -ຕາມບາງການຕີລາຄາແລ້ວ, ຫວຽດນາມ ອາດຈະຮັກສາການເຕີບໂຕ GDP ຢູ່ໃນລະດັບສູງໃນໄລຍະຈະມາເຖິງ, ຖ້າຫາກເສີມຂະຫຍາຍປະສິດທິຜົນຂອງບັນດາສັນຍາການຄ້າເປັນຢ່າງດີ, ພິເສດ ແມ່ນສັນຍາການຄ້າເສລີລຸ້ນໃຫມ່.

ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃຫມ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ 

ພາບ:(dangcongsan.vn)

ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08%  ແລະ ປີ  2019 ຄາດວ່າບັນລຸ 7,1%. ໄລ່ລວມທັງໄລຍະ, ການເຕີບໂຕ GDP ບັນລຸຄາດໝາຍວາງອອກ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ອັດຕາສ່ວນຫນີ້ສາທາລະນະມີທ່າອ່ຽງຫລຸດລົງ. ເຖິງຢ່າງໃດກໍຕາມ, ຄຸນນະພາບການເຕີບໂຕສ່ວນຫລາຍແມ່ນອີງໃສ່ທຶນຮອນ; ອຸດສາຫະກຳຫນູນຊ່ວຍພັດທະນາຍັງຊັກຊ້າ; ບັນດາຂະແຫນງການບໍລິການມີມຸນຄ່າເພີ່ມຂຶ້ນສູງ ການປະກອບສ່ວນຍັງຕ່ຳ, ລາຍຈ່າຍ logistic ສູງ; ການສົ່ງອອກ ຍັງອີງໃສ່ບັນດາວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ; ວິສາຫະກິດຫວຽດນາມ ສ່ວນຫລາຍຍັງບໍ່ທັນມີຄວາມສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ກຳລັງຄວາມສາມາດປ່ຽນໃຫມ່ປະດິດຄິດສ້າງຍັງບໍ່ທັນໄດ້ຮັບການປັບປຸງຫລາຍ. ທີ່ກອງປະຊຸມສຳມະນາວິທະຍາສາດສາກົນ “ແງ່ຫວັງເສດຖະກິດຫວຽດນາມ ໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າລຸ້ນໃຫມ່” ໂດຍສູນຂໍ້ມູນຂ່າວສານ ແລະ ຄາດຄະເນເສດຖະກິດ ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນຈັດຕັ້ງໃນວັນທີ 21 ພະຈິກ ຜ່ານມາ, ມີນັກຊ່ຽວຊານຫລາຍທ່ານ ໄດ້ຊີ້ໃຫ້ເຫັນການກະທົບຈາກສັນຍາການຄ້າເສລີລຸ້ນໃຫມ່ເຖິງບາງຄາດໝາຍມະຫາພາກຂອງພື້ນຖານເສດຖະກິດຫວຽດນາມ, ແລະ ຢືນຢັນວ່າ ໄລຍະ 2021 – 2025, ເສດຖະກິດຫວຽດນາມ ມີຄວາມສະດວກຫລາຍຢ່າງ ແຕ່ຄວາມຫຍຸ້ງຍາກກໍ່ບໍ່ແມ່ນຫນ້ອຍ. ປອ ດັ້ງດຶກແອງ ຮອງຜູ້ອຳນວຍການສູນດັ່ງກ່າວເນັ້ນຫນັກວ່າ:

“ໃນສະພາບການໂລກເກີດການປະທະກັນຫລາຍຢ່າງໃນໄລຍະມໍ່ໆມານີ້ ຄາດວ່າການເຕີບໂຕອາດຈະຫລຸດລົງ ແລະ ການຄ້າ 4.0 ຈະປ່ຽນແປງໂສມຫນ້າ ແລະ ກະແສເງິນລົງທຶນ, ພ້ອມນັ້ນແມ່ນການປະກົດອອກທ່າອ່ຽງອາລັກຂາ ແລະ ການຄ້າເສລີ ສອງຝ່າຍ ແລະ ພາກພື້ນ ພ້ອມກັບບັນດານະໂຍບາຍອາລັກຂາ. ພິເສດ ບັນດາຮົ້ວກີດຂວາງດ້ານພາສີຫລຸດລົງ ແຕ່ຮົ້ວປອດພາສີພັດເພີ່ມຂຶ້ນຢ່າງແຮງ, ສົ່ງຜົນກະທົບເຖິງດ້ານການຄ້າ ແລະ ການລົງທຶນໃນໂລກ. ນອກນັ້ນ ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຊັບພະຍາກອນ, ອາດຊະຍາກຳແບບເກົ່າ ແລະ ແບບໃຫມ່ ຈະສົ່ງຜົນກະທົບເຖິງເສດຖະກິດພາກພື້ນ ແລະ ຫວຽດນາມ.”

ສູນຂໍ້ມູນຂ່າວສານ ແລະ ຄາດຄະເສເສດຖະກິດສັງຄົມແຫ່ງຊາດໄດ້ສ້າງສອງແຜນການຄາດຄະເນການເຕີບໂຕເສດຖະກິດໄລຍະໃຫມ່. ແຜນການທີຫນຶ່ງ ການເຕີບໂຕ GDP ບັນລຸປະມານ 7%/ປີ ແລະ ແຜນການທີ 2 ແມ່ນການເຕີບໂຕ GDP ບັນລຸປະມານ 7,5%/ປີ. ບັນດາແຜນການນີ້ໄດ້ຮັບການສ້າງຂຶ້ນໂດຍອີງໃສ່ສະພາບການເສດຖະກິດຢູ່ພາຍໃນປະເທດ, ສະພາບການເສດຖະກິດສາກົນ, ພິເສດແມ່ນການກະທົບຈາກການເຂົ້າຮ່ວມລົງນາມ ແລະ ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃຫມ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ກ້າວຫນ້າ ແລະ ຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA). ໃນນັ້ນ ທັງສອງສັນຍານີ້ ລ້ວນແຕ່ໃຫ້ຄຳໝັ້ນສັນຍາກວ້າງພໍສົມຄວນເມື່ອທຽບໃສ່ບັນດາສັນຍາການຄ້າເສລີອື່ນ, ສົ່ງຜົນສະທ້ອນຕັ້ງຫນ້າເຖິງການເຕີບໂຕ, ການສົ່ງອອກ, ພິເສດ ໃນຕະຫລາດບັນດາປະເທດພາຍໃນກຸ່ມ. ສອງສັນຍານີ້ ອາດຈະຊ່ວຍໃຫ້  GDP ຫວຽດນາມເຕີບໂຕຢູ່ໃນລະດັບ 4,3%  ແລະ 1,3% ຕາມລຳດັບໃນປີ 2030. ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ສະຫະພາບເອີລົບ ຮອດປີ 2030 ຄາດວ່າເພີ່ມຂຶ້ນ 44%; ການສົ່ງອອກໄປຍັງບັນດາປະເທດໃນ CPTPP ຮອດປີ 2035 ເພີ່ມຂຶ້ນ 14,3%. ນອກນັ້ນ ການກະທົບຕັ້ງຫນ້າຍັງເລີ່ມມາຈາກເລື່ອງກໍ່ກຳລັງດັນປັບປຸງລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ບັນຫາວາງອອກ ແມ່ນເຮັດແນວໃດເພື່ອຍາດແຍ່ງໄດ້ບັນດາການກະທົບຢ່າງຕັ້ງຫນ້ານີ້. ທ່ານ ເລຊວນແຊງ ນັກຊ່ຽວຊານເສດຖະກິດ ສະເຫນີວ່າ:

“ຄວາມເອົາໃຈໃສ່ທຳອິດ ແມ່ນປັບປຸງກົດໝາຍ, ເປັນເຈົ້າການໃນການຄົ້ນຄ້ວາສ້າງ ແລະ ວາງແຜນກຳນົດນະໂຍບາຍມີລັກສະນະສ້າງສັນ ເວລານັ້ນ ຈຶ່ງພັດທະນາໄດ້. ພິເສດ ແມ່ນນະໂຍບາຍອຸດສາຫະກຳຫນູນຊ່ວຍ, ນະໂຍບາຍອຸດສາຫະກຳ, ນະໂຍບາຍດຶງດູດ FDI. ນອກນັ້ນ ຄວນເຮັດແນວໃດເພື່ອໃຫ້ບັນດາວິສາຫະກິດຂອງພວກເຮົາ ສາມາດຍາດແຍ່ງໄດ້ ຫາກບໍ່ແມ່ນເປີດປະຕູໃຫ້ວິສາຫະກິດຕ່າງປະເທດຍາດແຍ່ງ ເວລານັ້ນ ພວກເຮົາບໍ່ຕອບສະຫນອງໄດ້”

ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງລົງນາມ ແລະ ເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃຫມ່ ແມ່ນນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫຍ່ສຳລັບພື້ນຖານເສດຖະກິດຫວຽດນາມ ໄລຍະຈະມາເຖິງ. ຫວັງວ່າ ດ້ວຍການຮັບຮູ້ຢ່າງຖືກຕ້ອງກັບບັນຫານີ້ ການເຂົ້າຮ່ວມຂອງລະບົບການເມືອງ ແລະ ຄວາມມານະພະຍາຍາມບືນຂຶ້ນຂອງບັນດາວິສາຫະກິດ, ເສດຖະກິດຫວຽດນາມ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ