ເສດຖະກິດໃນ 3 ເດືອນຕົ້ນປີ 2018ບັນລຸການເຕີບໂຕທີ່ຫນ້າປະທັບໃຈ

(VOVWORLD) -ດ້ວຍການເຕີບໂຕ GDP ໃນໄຕມາດ 1 ປີ 2018 ບັນລຸລະດັບ 7,38%, ຕົວເລກນີ້ໄດ້ຮັບການຕີລາຄາວ່າແມ່ນສູງສຸດໃນໄລຍະ 10 ປີມານີ້. ຂໍ້ມູນຂ່າວດັ່ງກ່າວໂດຍຜູ້ຕາງຫນ້າກະຊວງແຜນການ ແລະ ການລົງທຶນຫວຽດນາມ ຍົກອອກມາ ທີ່ກອງປະຊຸມກ່ຽວກັບການບໍລິຫານເສດຖະກິດມະຫາພາກ, ຕີລາຄາສະພາບການປະຕິບັດບັນດາມາດຕະການໃນມະຕິເລກທີ 01 ຂອງລັດຖະບານ ກ່ຽວກັບການເຕີບໂຕດ້ານເສດຖະກິດ ປີ 2018 ທີ່ຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ. ຕົວເລກທີ່ຫນ້າປະທັບໃຈດັ່ງກ່າວສະແດງໃຫ້ເຫັນວ່າ ເສດຖະກິດຫວຽດນາມ ໄດ້ພັດທະນາບຸກທະລຸນັບແຕ່ຊຸມເດືອນຕົ້ນປີ.

ເສດຖະກິດໃນ 3 ເດືອນຕົ້ນປີ 2018ບັນລຸການເຕີບໂຕທີ່ຫນ້າປະທັບໃຈ - ảnh 1 ໃນເດືອນມັງກອນ, ວົງເງິນສິນຄ້າສົ່ງອອກບັນລຸ 19 ຕື້ USD (ໄລຍະດຽວກັນຂອງປີກາຍແມ່ນ 14,6 tỷ USD)

ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ສະພາບການເສດຖະກິດຢູ່ພາຍໃນປະເທດໃນ 3 ເດືອນຕົ້ນປີ ຍັງຄົງຮັກສາທ່າອ່ຽງຕັ້ງຫນ້າຈາກທ້າຍປີ 2017 ເມື່ອເສດຖະກິດມະຫາພາກເປັນປົກກະຕິ, ລາຄາ ແລະ ໄພເງິນເຟີ້ຢູ່ໃນລະດັບຄວບຄຸມໄດ້, ດັດຊະນີການເງິນເງິນຕາລ້ວນແຕ່ຕັ້ງຫນ້າ, ຕະຫລາດເງິນຕາຕ່າງປະເທດ, ອັດຕາດອກເບ້ຍເປັນປົກກະຕິ, ສະພາບການຊຳລະດີ, ລາຍຮັບລາຍຈ່າຍງົບປະມານບັນລຸຕາມເວລາກຳນົດໂດຍພື້ນຖານ, ຕະຫລາດຫລັກຊັບເຕີບໂຕເປັນປົກກະຕິ, ດຶງດູດເງິນລົງທຶນບັນລຸລະດັບດີພໍສົມຄວນ, ໃນຂະນະການປ່ອຍເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI), ວົງເງິນນຳເຂົ້າສົ່ງອອກ.. ແມ່ນດີພໍສົມຄວນ. ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ຖ້າທຽບໃສ່ໄລຍະດຽວກັນຂອງປີກາຍ, ການເຕີບໂຕ GDP ໄຕມາດ 1 ບັນລຸລະດັບຕ່ຳສຸດໃນ 3 ປີກ່ອນ ດ້ວຍລະດັບການເຕີບໂຕ 5,1% ນັ້ນ, ປີນີ້ GDP ເພີ່ມຂຶ້ນນັບແຕ່ໄລຍະຕົ້ນປີ ດ້ວຍລະດັບການເຕີບໂຕ 7,38%. ໃນໄຕມາດ 1, ຫລາຍທ້ອງຖິ່ນມີລະດັບການເຕີບໂຕສູງຄື: ນະຄອນໂຮ່ຈິມີນ, ຮ່າໂນ້ຍ, ບັກນີງ, ທາຍງວຽນ. ບັນດາປະເພດສິນຄ້າຄື ເຂົ້າສານ, ໝາກໄມ້, ເຄື່ອງຕ່ຳແຜ່ນຕັດຫຍິບ.. ລ້ວນແຕ່ມີລະດັບການເຕີບໂຕສົ່ງອອກທີ່ຫນ້າປະທັບໃຈ. ສິ່ງທີ່ເປັນຫນ້າຊື່ນຊົມນັ້ນແມ່ນຄຸນນະພາບການເຕີບໂຕໄດ້ມີການປັບປຸງຫລາຍແລ້ວ. ທ່ານ ຫງວຽນດີງກູງ, ຫົວຫນ້າສະຖາບັນຄຸ້ມຄອງເສດຖະກິດສູນກາງໄດ້ໃຫ້ຂໍ້ສັງເກດວ່າ:

“ພ້ອມກັບມະຕິເລກທີ 01 ຂອງລັດຖະບານ, ສະພາບການເສດຖະກິດປີນີ້ ມີບັນດາຈຸດທີ່ແຕກຕ່າງກັນເມື່ອທຽບໃສ່ຊຸມປີກ່ອນນີ້. ນັ້ນແມ່ນໄລຍະ ເວລາສັ້ນກວ່າ, ທີສອງ  ຍ້ອນເວລາສັ້ນສະນັ້ນມີຄວາມສຸມໃສ່ກວ່າ ແລະ ນອກນັ້ນລັດຖະບານຍັງໄດ້ວາງອອກ 242 ຫນ້າທີ່ລະອຽດ.”

        ບົດລາຍງານຂອງບັນດາອົງການຈັດຕັ້ງຢູ່ພາຍໃນປະເທດໃຫ້ເຫັນວ່າ, ການສົ່ງອອກຂອງກຸ່ມວິສາຫະກິດຢູ່ພາຍໃນປະເທດ ແລະ FDI ລ້ວນແຕ່ເພີ່ມຂຶ້ນສູງ. ພິເສດໃນເດືອນ ກຸມພາ, ການເຕີບໂຕດ້ານການສົ່ງອອກຂອງກຸ່ມວິສາຫະກິດຢູ່ພາຍໃນປະເທດແມ່ນສູງກວ່າກຸ່ມວິສາຫະກິດ FDI, ເປັນສັນຍານຕັ້ງຫນ້າສະແດງໃຫ້ເຫັນ ການຟື້ນຕົວຂອງກຸ່ມວິສາຫະກິດຫວຽດນາມ.  ໃນ 3 ເດືອນຕົ້ນປີ, ທົ່ວປະເທດມີວິສາຫະກິດສ້າງຕັ້ງໃຫມ່ກວ່າ 26.800 ແຫ່ງ ຊື່ງແມ່ນລະດັບສູງສຸດໃນໄລຍະ 7 ປີຜ່ານມາ. ເລື່ອງແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດກໍ່ໄດ້ວາງອອກຢ່າງຂ້ຽວຂາດ, ລະອຽດ. ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ເລື່ອງຫັນລະບຽບການບໍລິຫານໃຫ້ງ່າຍດາຍຊື່ງໄດ້ຍົກອອກມາໃນຫລາຍປີແລ້ວ ແລະ ກໍ່ມີຫລາຍມະຕິ, ຄຳສັ່ງ, ໂຄງການດຳເນີນງານລະອຽດເພື່ອປະຕິບັດ, ແຕ່ນີ້ອາດຈະແມ່ນຈຸດເວລາຕັດສິນໃຈປະຕິບັດ ແລະ ມີບັນດາໝາກຜົນແທດຈິງ. ເລື່ອງລັດຖະບານວາງອອກແຜນການທີ່ວ່າ: ໃນໄລຍະ 1-2 ປີຈະມາເຖິງ ບັນດາກະຊວງ, ຂະແຫນງການທັງໝົດ  ຕ້ອງຫລຸດຜ່ອນຢ່າງຫນ້ອຍ 1/3 ເຖິງ 1/2 ບັນດາເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານ, ຂ້າພະເຈົ້າຄິດວ່າ ນີ້ແມ່ນການກຳນົດທີ່ມີລັກສະນະບຸກທະລຸ. ພິເສດໃນໄລຍະຜ່ານມາ ກະຊວງອຸດສາຫະກຳ ການຄ້າ ໄດ້ນຳຫນ້າໃນເລື່ອງຫລຸດຜ່ອນເຄິ່ງຫນຶ່ງລະບຽບການບໍລິຫານໃນກະຊວງຕົນເຄິ່ງຫນຶ່ງ, ຂ້າພະເຈົ້າຄິດວ່າ ໄລຍະຈະມາເຖິງ ພວກເຮົາຈະປະຕິບັດໄດ້ຢ່າງແນ່ນອນ.”

        ເຖິງວ່າ ໄຕມາດ 1/2018 ບັນລຸລະດັບການເຕີບໂຕທີ່ຫນ້າປະທັບໃຈ, ແຕ່ລັດຖະບານຍັງຄົງຮຽກຮ້ອງບັນດາກະຊວງ, ຂະແຫນງການ ຕິດຕາມບັນດາການຜັນແປດ້ານເສດຖະກິດຢູ່ພາຍໃນປະເທດ, ພາກພື້ນ ແລະ ໂລກ, ຕິດຕາມສະພາບການພັດທະນາເສດຖະກິດມະຫາພາກຢູ່ບັນດາຂົງເຂດທະນາຄານ-ການເງິນ, ອະສັງຫາລິມະຊັບຢ່າງໃກ້ຊິດ…ບົນຈິດໃຈແມ່ນເມື່ອມີເສດຖະກິດດີກວ່າກໍ່ຕ້ອງກະກຽມໃຫ້ຊຸມປີຕໍ່ໄປຫລາຍກວ່າ, ເປັນເຈົ້າການເພື່ອມີບັນດາວິທີການສຳຮອງເມື່ອປະສົບກັບຄວາມຫຍຸ້ງຍາກແມ່ນຍັງມີຄວາມສາມາດເພື່ອດັດປັບ.

ຕອບກັບ

ຂ່າວ/ບົດ​ອື່ນ