ເສີມຂະຫຍາຍຄຸນຄ່າບັນດາຂະແຫນງທ່າແຮງໃນສັນຍາ RCEP

(VOVWORLD) - ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ຄາດວ່າຈະຊຸກຍູ້ການພັດທະນາຂອງບັນດາລະບົບມູນຄ່າໃນພາກພື້ນແລະ ທົ່ວໂລກ; ພັດທະນາເສດຖະກິດຂອງບັນດາປະເທດ ອາຊຽນ ໃນນັ້ນ ມີຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື. ສັນຍາ RCEP ຈະເປີດກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກ, ເຂົ້າຮ່ວມບັນດາລະບົບມູນຄ່າໃຫມ່ໃນພາກພື້ນ ແລະ ເພີ່ມທະວີການດຶງດູດການລົງທຶນຕ່າງປະເທດ.

ເສີມຂະຫຍາຍຄຸນຄ່າບັນດາຂະແຫນງທ່າແຮງໃນສັນຍາ RCEP - ảnh 1 ສັນຍາ RCEPຈະເປີດກາລະໂອກາດໃຫ້ ວິສາຫະກິດຫວຽດນາມຍູ້ແຮງການສົ່ງອອກ

ພາຍຫລັງສັນຍາ RCEP ມີຜົນສັກສິດ, ບັນດາສະມາຊິກ ຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງທັນທີ, ໃນນັ້ນ ມີບັນດາຄຳໝັ້ນສັນຍາດ້ານພາສີ. ຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື ຈະລົບລ້າງພາສີສຳລັບຢ່າງຫນ້ອຍສຸດ 64% ປະເພດພາສີ.

ບັນດາປະເທດ ອາຊຽນ ຈະລົບລ້າງພາສີໃຫ້ແກ່ຫວຽດນາມ ໃນລະຫວ່າງ 85,9 - 100% ປະເພດພາສີ. ບາງປະເພດສິນຄ້າຖືກລົບລ້າງພາສີຈາກບັນດາປະເທດພາຍຫລັງສັນຍາມີຜົນສັກສິດ ນັ້ນຄື: ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸປະກອນກົນຈັກ, ເຄື່ອງຈັກ, ເຄື່ອງອາໄຫລ່, ທາດເຄມີ... ແລະ ບັນດາຜະລິດຕະພັນຂອງຂະແຫນງກະສິກຳ. ທ່ານ ຫວໍຈີແທ່ງ ຜູ້ຊ່ຽວຊານເສດຖະກິດຖືວ່າ:

RCEP ກໍ່ສ້າງ 3 ເງື່ອນໄຂໃຫຍ່ທີ່ສຸດ, ທີຫນຶ່ງ ແມ່ນບັນດາຂົງເຂດຮັບໃຊ້ການໃຊ້ສອຍ - ກຳລັງຊື້ນັບມື້ນັບໃຫຍ່ຫລວງ ມີຫລາຍຂົງເຂດຈະນຳມາເຊິ່ງກາລະໂອກາດດຳເນີນທຸລະກິດຄື: ການທ່ອງທ່ຽວ, ການສຶກສາ, ບັນເທິງ, ສາທາລະນະສຸກ, ການຂາຍຍ່ອຍ.. ແລະ ເມື່ອບັນດານັກລົງທຶນເຂົ້າມາ ແລະ ພ້ອມກັບບັນດາລະບົບຕ່ອງໂສ້ມູນຄ່າ ແມ່ນການເຂົ້າຮ່ວມນັ້ນ ພ້ອມກັບ logistic ອີກ ບໍ່ພຽງແຕ່ແມ່ນກາລະໂອກາດໃຫ້ແກ່ການພັດທະນາອຸດສາຫະກຳຫນູນຊ່ວຍເທົ່ານັ້ນ ຫາກຍັງແມ່ນບັນດາການບໍລິການຫນູນຊ່ວຍໃຫ້ແກ່ບັນດາເຄືອຂ່າຍການຜະລິດ ແລະ ບັນດາລະບົບສະຫນອງນີ້.”

ສຳລັບຂົງເຂດກະສິກຳ, ປະເພດສິນໃນນ້ຳ ຈະແມ່ນຫນຶ່ງໃນບັນດາຂະແຫນງທີ່ມີກຳລັງແຮງແກ້ງແຍ່ງຢ່າງພຽງພໍ ແລະ ສາມາດແຊກຊຶມເຂົ້າບັນດາຕະຫລາດຂອງບັນດາຄູ່ຮ່ວມມື RCEP. ນອກນັ້ນ ເລື່ອງໃຫ້ຄຳໝັ້ນສັນຍາຫລຸດຜ່ອນພາສີຂອງຈີນ, ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ ແລະ ບັນດາປະເທດອາຊຽນ ລົງຢູ່ໃນລະດັບ 0% ພາຍຫລັງ ສັນຍາມີຜົນສັກສິດ ແລະ ຂອງ ສເກົາຫລີ ພາຍຫລັງວິວັດການໝັ້ນໝາຍແມ່ນ 10 - 15ປີ ສຳລັບປະເພດສິນໃນນ້ຳສ່ວນໃຫຍ່ຂອງຫວຽດນາມ ຈະເປີດກາລະໂອກາດໃຫມ່ໃຫ້ແກ່ຫວຽດນາມ ເພື່ອສົ່ງອອກສິນຄ້າທີ່ມີທ່າແຮງເຂົ້າຕະຫລາດບັນດາປະເທດໃນສັນຍາ RCEP ໄດ້ຢ່າງໄວວາ ແລະ ສະດວກກວ່າ.

ເສີມຂະຫຍາຍຄຸນຄ່າບັນດາຂະແຫນງທ່າແຮງໃນສັນຍາ RCEP - ảnh 2ສິນໃນນ້ຳຈະແມ່ນຫນຶ່ງໃນບັນດາຂະແຫນງມີິີກຳລັງແກ້ງແຍ່ງພຽງພໍແລະສາມາດແຊກຊຶມເຂົ້າຕະຫລາດຂອງບັນດາຄູ່ຮ່ວມມື RCEP 

ພາບ:vietnam+

 ຍ້ອນມີຄວາມກົມກຽວຂອງຫລັກການຕົ້ນກຳເນີດໃນສັນຍາ RCEP, ສິນຄ້າສົ່ງອອກຂອງຫວຽດນາມ ອາດຈະເພີ່ມຄວາມສາມາດຕອບສະຫນອງເງື່ອນໄຂເພື່ອຊົມໃຊ້ບຸລິມະສິດພາສີ. ທ່ານນາງ ຫງວຽນທິກີ່ງງາ ຮອງຫົວຫນ້າກົມການຄ້າຫລາຍຝ່າຍ ສັງກັດກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

 “ຈຸດທີ່ແຕກຕ່າງກັນຂອງສັນຍາສະບັບນີ້ ແມ່ນແທນທີ່ 5 ສັນຍາການຄ້າເສລີ (FTA) ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືກ່ອນນີ້, ພວກເຮົາຕ້ອງນຳໃຊ້ ແລະ ປະຕິບັດຕາມ 5 ປະມວນຫລັການຕົ້ນກຳເນີດເພື່ອໃຫ້ສິນຄ້າເມື່ອສົ່ງອອກໄປຍັງຕະຫລາດນັ້ນໆໄດ້ຊົມໃຊ້ບຸລິມະສິດພາສີ ແມ່ນສັນຍານີ້ຈະສ້າງປະມວນຫລັກການຕົ້ນກຳເນີດທີ່ມີຄວາມກົມກຽວ.”

ທ່ານນາງ ຫງວຽນທິທູຈາງ ຜູ້ອຳນວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຮູ້ວ່າ: RCEP ບໍ່ພຽງແຕ່ມີທ່າໄດ້ປຽບກ່ຽວກັບຕະຫລາດທີ່ມີຜູ້ບໍລິໂພກ 2,2 ຕື້ຄົນ, ຫາກສັນຍານີ້ຈະກວມລວມເກືອບທັງໝົດລະບົບຕ່ອງໂສ້ການຜະລິດບັນດາຜະລິດຕະພັນສົ່ງອອກທີ່ມີທ່າແຮງຂອງຫວຽດນາມ.

ປະຈຸບັນ ຫວຽດນາມ ພວມນຳເຂົ້າວັດຖຸດິບ ຈາກ ຍີ່ປຸ່ນ, ສ.ເກົາຫລີ ເພື່ອຜະລິດເຄື່ອງເອເລັກໂຕນິກ, ນຳເຂົ້າວັດຖຸດິບເປັນສ່ວນຫລາຍຈາກຈີນ, ສ.ເກົາຫລີ ເພື່ອຜະລິດເຄື່ອງຕ່ຳແຜ່ນຕັດຫຍິບ... ເມື່ອ RCEP ມີຜົນສັກສິດຈະສ້າງບັນດາບຸລິມະສິດດ້ານພາສີຫລາຍທີ່ສຸດໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ ແລະ ບັນດາສະມາຊິກເມື່ອນຳໃຊ້ຫລັກການຕົ້ນກຳເນີດພາຍໃນກຸ່ມ. ນີ້ກໍ່ແມ່ນຈຸດແຕກຕ່າງກັນໃຫຍ່ສຸດຂອງສັນຍາ RCEP ເມື່ອທຽບໃສ່ບັນດາສັນຍາອື່ນໆ ຊື່ງຫວຽດນາມ ໄດ້ລົງນາມ.

 RCEP ສ້າງກຳລັງດັນການແກ້ງແຍ່ງສິນຄ້າໃຫ້ແກ່ຫວຽດນາມ ຍ້ອນ ຫລາຍຄູ່ຮ່ວມມືມີຜະລິດຕະພັນຄ້າຍຄືຂອງຫວຽດນາມ ແຕ່ຄວາມສາມາດແກ້ງແຍ່ງ, ປະລິມານມູນຄ່າເພີ່ມກໍ່ສູງກວ່າເມື່ອທຽບໃສ່ຄວາມສາມາດປະຈຸບັນຂອງຫວຽດນາມ. ເພື່ອແກ້ງແຍ່ງກັບຜະລິດຕະພັນຂອງວິສາຫະກິດຢູ່ບັນດາປະເທດທີ່ມີທ່າໄດ້ປຽບສິນຄ້າອຸດົມສົມບູນ, ລາຄາຖືກນັ້ນ, ຮຽກຮ້ອງບັນດາວິສາຫະກິດຫວຽດນາມ ຕ້ອງຖືເປັນສຳຄັນການລົງທຶນເຕັກໂນໂລຊີ, ທັກສະການຄຸ້ມຄອງ ເພື່ອຍົກສູງສະມັດຕະພາບຄຸນນະພາບຜະລິດຕະພັນ, ກຳລັງແກ້ງແຍ່ງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ