ເສີມຂະຫຍາຍບົດບາດເສດຖະກິດພາກເອກະຊົນໃນການກໍ່ສ້າງແລະພັດທະນາພື້ນຖານເສດຖະກິດຫວຽດນາມ

(vovworld) - ປະ​ຈຸ​ບັນ, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິ​ດ​ພາກ​ເອ​ກະ​ຊົນ​ປະ​ມານ 500.000 ແຫ່ງ, ອັນ​ໄດ້ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານກວ່າ 15 ລ້ານ​ຄົນ, ປະ​ກອ​ບລາຍ​ຮັບ​ເກືອບ 2/3 ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ເທດ​ຊາດ. ຍ້ອນ​ເຫດນັ້ນ, ໃນ​ໄລ​ຍະ​ຜ່ານ​ມາ ຫວຽດ​ນາມ ໄດ້​ມີ​ນະ​ໂຍ​ບາຍ​ຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ສ້າງ​ກຸ່ມ​ວິ​ສາ​ຫະ​ກິ​ດ​ພາກ​ເອ​ກະ​ຊົນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ. ບົດ​ຂຽນ “ເສີມ​ຂະ​ຫຍາຍ​ບົດ​ບ​າດ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ​ ໃນ​ການກໍ່​ສ້າງ​ ແລະ ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ” ຂອງ​ຫວູ​ຢຸ້ງ ແລະ ເກີມ​ຕູ໋, ນັກ​ຂ່າ​ວ VOV.


ເສີມຂະຫຍາຍບົດບາດເສດຖະກິດພາກເອກະຊົນໃນການກໍ່ສ້າງແລະພັດທະນາພື້ນຖານເສດຖະກິດຫວຽດນາມ - ảnh 1
(ພາບ​ປະ​ກອບ: laodong.com.vn)

ເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ​ພວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ລວ​ມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ເມື່ອ​ປະ​ກອບ GDP ໄດ້ເກືອບ 40% ແລະ ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ. ​ ເສ​ດຖະ​ກິດ​ພາກ​ເອ​ກະ​ຊົນແມ່ນ​ພາກ​ສ່ວນ​ໃຫຍ່ກວ່າ​ໝູ່​ໃນ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ ແລະ ​ການ​ເສຍ​ອາ​ກອນ, ມອບ​ເຂົ້າ​ງົບ​ປະມານ​ໄດ້​ເພີ່ມ​ຂຶ້ນ​ຕາມ​ແຕ່​ລະ​ປີ. ໃນ​ປີ 2015, ກຸ່ມ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໄດ້​ປະ​ກອບ GDP ​ຫຼາຍກວ່າທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010. ນີ້​ແມ່ນ​ກຳ​ລັງ​ຕົ້ນ​ຕໍສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ ແລະ ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ… ຍ້ອນ​ເຫດນັ້ນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໄດ້​ຢືນ​ຢັນ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ ແລະ ເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ບັນ​ດາ​​​ພາກ​ສ່ວນ​ເສດ​ຖະ​ກິດ​ມີ​ຄວາມສະ​ເໝີ​ພາບ, ​ມີ​ການຮ່ວມ​ມື ແລະ ແກ່ງ​ແຍ້ງ​​ກັ​ນ​ຕາມ​ກົດ​ໝາຍ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ດ່​ວານ​ມິງ​ຕ໋ວນ, ຮອງຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່​ຮັບ​ຜິດ​ຊອບ​ວາ​ລະ​​ສານ​​ກອມ​ມູ​ນິດ ຖືວ່າ.

        “ປະ​ຈຸ​ບັນ, ບັນ​ດາ​ທັດ​ສະ​ນະ​ຂອງ​ພັກ ທີ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຂັ້ນ​ຕອນ, ທິດ​ທາງ ເພື່ອ​ສາ​ມາດມ​ເສີ​ມ​ຂະ​ຫຍາຍເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ​ໃຫ້ດີກ​ວ່າ. ຕົວ​ຢ່າງ​ຄື: ການ​ຮັບ​ປະ​ກັນ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ພາກ​ສ່ວນເສດຖະ​ກິດ​ຢ່າງ​ແທ້​ຈິງ. ຍ້ອນ​ເຫດນັ້ນ, ເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ​ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ບັນ​ດາ​ແຫຼ່ງ​ກຳ​ລັງ, ນັບ​ທັງ​ແຫຼ່ງ​ກຳ​ລັງ​ທາງ​ດ້ານ​ທີ່​ດິນ, ​ສິນ​ເຊື່ອ, ນັບ​ທັງ​ການ​ສຳ​ພັດ​ກັບ​ແຫຼ່ງ​ກຳ​ລັງ​ຂອງ​ພາກລັດ. ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ກໍ່​ຮັບ​ປະ​ກັນ​ໃຫ້​ພາກ​ເອ​ກະ​ຊົນ​​ສາ​ມາດ​ພ້ອມ​ກັບ​ພາກ​ລັດ​ຮ່ວມ​ມື​​ນຳ​ກັນ, ຂຸດ​ຄົ້​ນ​​ທີ່​ດິນ​ທີ່​ຍັງ​ເຫຼືອໃນ​ປະ​ຈຸ​ບັນ​ເພື່ອ​ຮັບ​ປະ​ກັນເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາ”.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈ​ຸ​ບັນ​ ວິ​ສາ​ຫະ​ກິດ​​ພາກ​ເອ​ກະ​ຊົນ​ເກືອບ​ທັງ​ໝົດຍັງ​ມີ​ຂອບ​ຂະ​ໜາດ​ນ້ອຍ​ຢູ່, ຂາດ​​ລັກ​ສະ​ນະ​ຮ່ວມ​ສຳ​ພັນ, ຄວາມ​ສາ​ມາດ​ຮັບ​ມື​ກັບ​ບັນ​ດາ​ຄວາມ​​ສ່ຽງ​ຕ່ຳ, ມີ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ຕ້ອງ​ຍຸບ​ເລີກ, ຢຸດ​ຕິ​ການ​ເຄື່ອ​ນ​ໄຫວ​. ຍິ່ງກວ່ານັ້ນ, ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ, ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດຍັງບໍ່​ທັນ​ສະ​ດວກ​ສະ​ບາຍ ແລະ ລັກ​ສະ​ນະ​​ການແກ່ງ​ແຍ້ງ​ຍັງ​ຕ່ຳ​. ທ່ານ ເຈີນ​ກິມ​ຈຸງ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ຖື​ວ່າ: ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ແກ່ງ​ແຍ້ງ​ຢ່າງ​ປອດ​ໄສ, ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາວິ​ສາ​ຫະ​ກິດ ເພື່ອ​ໃຫ້​ກຸ່ມ​ວິ​ສາ​ຫະ​ກິດພາກ​ເອ​ກະ​ຊົນ​ພັດ​ທະ​ນາກວ່າ​ອີກ.

        “ເພື່​ອ​ໃຫ້ເສ​ດຖະ​ກິດ​ພາກ​ເອ​ກະ​ຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​​ໃນ​ການພັດ​ທະ​ນາ ​ຄວນ​ປັບ​ປຸງກົນ​ໄກ​ການ​ຕະ​ຫຼາດ​ໃຫ້​​ສົມ​ບູນ​ແບບ, ນີ້​ແມ່ນ​ຈຸດ​​ທີ່​ເປັນພື້ນ​ຖານ​ທີ່​​ສຸດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ນີ້​ແມ່ນ​​ເນື້ອ​ແທ້​ຂອງ​ການ​ເຕີບ​ໂຕ. ເພີ່ມ​ລັກ​ສະ​ນະ​ກະ​ຈ່າງ​ແຈ້ງ, ປ່ຽນ​ໃໝ່​ບົດ​ບາດ​​ການຄຸ້ມ​ຄອງ​ຂອງ​ລັດ ໂດ​ຍ​ພື້ນ​ຖານ​, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ກວ​ດ​ກາ​ຄືນ​ການລົບ​ລ້າງ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນການ​ລົງ​ທຶນ. ສືບ​ຕໍ່​ປະ​ຕິ​ຮູບວິ​ສາ​ຫະ​ກິດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ຂະ​ໜາດ​ກາງ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່, ເພີ່ມ​ທະ​ວີ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ດ້ານກົດ​ໝາຍ”.

        ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ເປັນກຳ​ລັງ​ໜູນ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ນັບ​ທັງ​ຝ່າຍ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ແລະ ບັນ​ດາ​ອົງ​ກາ​ນ​ຄຸ້ມ​ຄອງ​ລັດ. ຕາມນັ້ນ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ກຳ​ນົດ​ທ່າແຮງ​ໃນ​ການແກ່ງ​ແຍ້ງ, ​ຈຸດ​ດີ, ຈຸດ​ອ່ອນ​ຂອງ​ຕົນຢ່າງ​ຈະ​ແຈ້ງ, ສຸມ​ໃສ່​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​​ຕົ້ນ​ຕໍ່; ຍົກ​ສ​ູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງວິ​ສາ​ຫະ​ກິດ. ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ຖື​ວ່າ.

        “VCCI ພວມ​ເຕົ້າ​ໂຮ​ມ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ຂອງວິ​ສາ​ຫະ​ກິດ​ເພື່ອ​ສະ​ເໜີ​ຕໍ່​ລັດ​ຖະ​ບານ.  ດ້ວຍ​ເລື່ອງ​ປະ​ກາດ​​ໃຊ້ມະ​ຕິ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ແລະ ພັດ​ທະ​ນາວ​ິ​ສາ​ຫະ​ກິດ​ຮອດ​ປີ 2020 ຂອງ​ລັດ​ຖະ​ບານ, ນອກນັ້ນ VCCI ​ຍັງໄດ້​ສ້າງ​ໂຄງ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ພາກ​ເອ​ກະ​ຊົນ ພ້ອມ​​ທັງ​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ຈາກນັ້ນ​ສ້າງ​​ຫຼາຍແຫຼ່ງກຳ​ລັງ​​ຕື່ມ​ອີກເພື່ອ​ໜູນ​ຊ່ວຍ​ພາກ​ພື້ນ​ເອ​ກະ​ຊົນ​ໃຫ້​ຫຼາຍກວ່າ​ອີກ.”

        ​ຍາມ​ໃດລັດ​ຖະ​ບ​ານ​ຫວຽດ​ນາມ ກໍ​ຖ​ື​​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແມ່ນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ສະ​ໜິດ​ຕິດ​ພັນ, ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊ​າດ​​ເປັນ​ເອ​ກະ​ພາບ. ລັດ​ຖະ​ທຳ​ມະ​ມູນ​ປີ 2013 ຂອງ​ຫວຽດ​ນາມ ໄດ້​ຖື​ວິ​ສາ​ຫະ​ກິດ FDI ແມ່ນ​ພາກ​ສ່ວນ​ເສດ​ຖະ​ກິດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ຍ້ອນ​ເຫດນັ້ນ, ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ ເຊິ່ງ​ຫາ​ກ​ໍ​ດຳ​ເນີນ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢືນ​ຢັນ​ວ່າ: ຫວຽດ​ນາມ ສືບ​ຕໍ່​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​, ນະ​ໂຍ​ບາຍ​ດ້ານ​ກົດ​ໝາຍ, ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ການໃຫ້​ສົມ​ບູບ​ແບບ, ສ້າງ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ສະ​ບາຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ແຫ່ງ​ຊາດ, ສ້າງ​ທຸກ​ເງື່ອນ​ໄຂ​​ຢ່າງສະ​ດວກ​ເພື່ອ​ໃຫ້​​ພາກ​ສ່ວນເສດ​ຖະ​ກິດ​​ເອ​ກະ​ຊົນ​ພັດ​ທະ​ນາ​ຢ່າງ​ແຮງ. ພິ​ເສດ​ແມ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພ້ອມ​ກັນ​ພັດ​ທະ​ນ​າ​ລະ​ຫວ່າງ​​ພາກ​ສ່ວນ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນຢ​ູ່​ພາຍ​ໃນ​ປະ​ເທດ ແລະ ພາກ​ FDI ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ.

        “ສຳ​ລັບ​ຝ່າຍ​ວິ​ສາ​ຫະ​ກິດ FDI, ລັດ​ຖະ​ບານ​ປ​າດ​ຖະ​ໜາ​​ຢາກມີ​ຄວາມ​ຢື​ດ​ໝັ້ນ​ໃນ​ການ​ຮ່ວມ​ມື​ລົງ​ທຶນ, ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ປະ​ຕິ​ຮູບ​ຂອງ​ຫວຽດ​ນາມ, ຍູ້​ແຮງ​ການ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ບຳ​ລຸງ​ສ້າງ​​ຊັບ​ພະ​ຍາ​ກອນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​​ບໍ​ລິ​ຫານ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ​້ອມ​ກັບ​ຫວຽດ​ນາມ ປົກ​ປັ​ກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ລັກ​ສະ​ນະ​ໝັ້ນ​ຄົງ​ຂອງ​ສິ່ງ​ແວດ​ລ້ອມ ແລະ ຄວາມ​ປອດ​ໄສ​ຂອງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ໃຫ​້​ແກ່​ຫວຽດ​ນາມ”.

        ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກ​ິດ​ສັງ​ຄົມໄລ​ຍະ 2016 – 2020,  ຫວຽດ​ນາມ ໄດ້​ກຳ​ນົດ​​ສ້າງ​ທຸກ​ເງ​ື່ອ​ນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢ່າງ​ແຮງ, ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​​ກຳ​ລັງ​ແກ່ງ​ແຍ້ງ ແລະ ລັກ​ສະ​ນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ລັດ​ຖະ​ບານ​ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ເຄື່ອນ​ໄຫວ​ເພື່​ອ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ອາດສາ​ມາດ​​ຮ່ວມ​ມືຕິດ​ພັນ​ນຳ​ກັນ, ​ພ້ອມ​ກັ​ນ​ຮ່ວມ​ມືເຕີບ​ໃຫຍ່​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ບືນ​ຕົວ​ອອກ​ສູ່​ໂລກສຳ​ເລັດ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ