ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ວິສາຫະກິດ

(vovworld)- ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2012 ​ແລະ 4 ​ເດືອນ​ຕົ້ນ​ປີ 2013 ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້ຍົກ​ຂໍ້​ສັງ​ເກດ​ວ່າ: ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ​ກວ່າ, ​ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ແທດຈິງ, ຕ້ອງ​ມີ​ບາງ​ມາດ​ຕະການ​ຢ່າງ​ຄົບ​ຊຸດ. ​ເພາະ​ສະ​ນັ້ນ ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ, ​ເລື່ອງສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​​ໃຫມ່​ກໍ​ພວມ​​​ແມ່ນ​ການ ຮຽກຮ້ອງບັນດາ​ວິ​ສາ​ຫະກິດ​ຕ້ອງ​ປ່ຽນ​ໃຫມ່​ດ​້ວຍຕົວ​ເອງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງ​. ນີ້​ກໍ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ໂຕ​ຕວນທີ່​ພາດ​ຫົວ​ເລື່ອງ​ວ່າ: ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍົກ​ສູງ​ກຳລັງ​ຄວາ​ມສາມາດ​ແກ້ງ​ແຍ້​ງ​ໃຫ້​ແກ່​ວິ​ສາ​ຫະກິດ. ​

ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ວິສາຫະກິດ - ảnh 1
ພາບປະກອບ: internet

        ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ​ປະຈຸ​ບັນ, ຫນຶ່ງ​ໃນ​ບັນດາ​ຜົນສຳ​ເລັດ​ຂອງ​ລັດຖະບານ ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ພ້ອມ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ມະຕິ​ເລກທີ 01,02 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ກາ​ນຜະລິດ, ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ, ​ແກ້​ໄຂ​ຫນີ້​ເສຍ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ອັນ​ໄດ້​ກະຕຸກ​ຊຸກຍູ້​ໃຫ້​ແກ່​ຕະຫລາດ. ສິ່ງ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນ​ໃນ​ 4 ​ເດືອນ​ຕົ້ນ​ປີ 2013, ​ໄພ​ເງິນ​ເຟີ້​ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ, ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ໃນ​ໄຕ​ມາດ 1 ສູງ​ກວ່າ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ລະດັບ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ສູງ, ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ມີ​ຄວາມ​ເປັນ​ປົກກະຕິ, ການ​ສົ່ງ​ອອກ​ສິນຄ້າ​ບັນ​ລຸ​ລະດັບ​ເຕີບ​ໂຕ​ສູງ​ພໍ​ສົມຄວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ໄລຍະ​ສັ້ນ, ລັດຖະບານ​ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ແຂງ​ແຮງ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ທ່ານ ກາວ​ຊີກຽມ, ຜູ້​ຊ່ຽວຊານ​ດ້ານເສດຖະກິດ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ທຸກ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນັບ​ທັງ​ຫນູນ​ຊ່ວຍ​ຕະຫລາດ​ໄດ້​ເລີ່​ມຕົ້ນ​ຜັນ​ຂະຫຍາຍ ​ແລະ ມີ​ບາງ​ຂົງ​ເຂດ​ໄດ້​ມີ​ການ​ຫັນປ່ຽນ​. ບັນຫາ​ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ແກ້​ໄຂຈຳນວນ​ສິນຄ້າ​ຄ້າ​ງສາງ, ​ເພີ່ມ​ກຳລັງ​ຊື້ ​ແລະ ​ຄວາມ​ຕ້ອງການ. ບັນດາ​ມາດ​ຕະການ​​ແກ້​ໄຂ​ສະພາບຫນີ້​ເສຍ, ອະສັງຫາລິມະ​ຊັບ​ໄດ້ປະກອບ​ສວ່ນ​ສ້າງ​ການ​ຫັນປ່ຽນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​.”

        ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ດັ່ງກ່າວນັ້ນ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ພັດທະນາ​ດ້ວຍຕົວ​ເອງ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ຄວາມ​ສາມາດ​ແກ້ງ​ແຍ້​ງ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ສາມາດ​ສ້າງ​ກຳ​ໄລ. ນີ້​ແມ່ນ​ບັນຫາ​ທີ່​ມີ​ລັກສະນະ​ເປັນຕາ​ຍ​ໃຫ້​ແກ່​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ໃນ​ສະພາບ​ເຊ່ືອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​​ໂລກ​ປະຈຸ​ບັນ.

        ​ໃນ​ສະພາບ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ປ່ຽນ​ໃຫມ່​ດ້ວຍ​ເລື່ອງ​ຈັດ​ຕັ້ງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃຫມ​່, ຍູ້​ແຮງ​ການ​ລົງທຶນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຍູ້​ແຮງ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ໃຫ້​ກົງຈັກ​ກະທັດ​ລັດ, ມີ​ກົນ​ໄກ​ກວດກາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ດ້ວຍ​ທິດ​ກ້າວ​ເດີນ​ດັ່ງກ່າວ​ໄດ້​ສ້າງ​ສັນຍານ​ດີ​ຫລາຍ​ຢ່າງ, ນັ້ນ​ແມ່ນ​ນັບ​ມື້​ນັບ​ມີ​ຫລາຍ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ,​​ໃນ​ນັ້ນ ມີ​ບໍລິສັດ​ການ​ຄ້າ​ ຫວຽດນາມ - ອາ​ເມ​ລິ​ກາ ຈຳກັດ ສະ​ຫນອງ​ສະ​ເພາະ​ອຸປະກອນ​ບຳບັດ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ. ​ໄລຍະ​ປີ 2011- 2012, ຍ້ອນ​ຄ​ວາ​ມຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ບໍລິສັດ​ຖືກ​ປະສົບ​ກັບ​ຄວາມ​ແກ້ງ​ແຍ້​ງຈາກ​ບໍລິສັດ​ໃນ​ຂະ​ແຫນງ​ນັບ​ຮ້ອຍ​ແຫ່ງ ສະ​ນັ້ນ ສະພາບຫນີ້​ຄ້າງ​ຊຳລະ​ຂອງ​ບໍລິສັດ​ຖືກ​ແກ່ຍາວ ​ເຮັດ​ໃຫ້​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ບໍລິສັດ​ຖືກ​​ຢຸດ​ສະຫງັກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍລິສັດ​ຍັງ​ຄົງ​ເປັນ​ເຈົ້າ​ການ​​ໃນ​ການ​ປ່ຽນ​ໃຫມ່, ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ ​ແລະ ສະ​ແຫວ​ງຫາ​ກາລະ​ໂອກາດ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ເພື່ອ​ເພີ່ມ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ຕົນ. ທ່ານ ​ເຫືອຟູ​ຢວານ, ປະທານ​ສະພາ​ບໍລິຫານ​ບໍລິສັດ ​ເຕີນ​ຫວຽດ ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ລົງທຶນ​ປັບປຸງ​ດ້ານ​ເຕັກນິກ​ເພື່ອ​ຜະລິດ​ອອກ​ບັນດາຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບດີກ​ວ່າ ​ແລະ ລາຄາ​ສຳ​ເລັດ​ຮູບຕຳ່​ກວ່າ. ນອກ​ນັ້ນ ບໍລິສັດ​ຍັງ​ຍູ້​ແຮງ​ການ​​ເກັບ​ກຳ​ດ້ານ​ເຕັກນິກ​ຈາກ​ຕ່າງປະ​ເທດ, ຜັນ​ຂະຫຍາຍ​ບັນດາ​ອຸປະກອນ​ແບບຢ່າງ​ເຮັດ​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຢູ່​ຫວຽດນາມ ​ເພ່ືອ​ຫລຸດຜ່ອນ​ລາຄາສຳ​ເລັດ​ຮູບ. ມີ​ບັນຫາ​ຫນຶ່ງ​ອີກ ນັ້ນ​ແມ່ນ​ບໍລິສັດ​ສ້າງ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ທີ່​ຢາກ​ລົງທຶນ​ຍາວ​ນານ​ຢູ່​ຫວຽດນາມ ​ເພື່ອ​ມີ​ການ​ຮ່ວມ​ສຳພັນ​ພັດທະນາ​ແບບ​ຍືນ​ຍົງ​ກວ່າ.”

ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ວິສາຫະກິດ - ảnh 2
ໃນ​ຊຸມ​ເດືອນ​ຍັງ​ເຫລືອ​ຂອງ​ປີ 2013, ລັດຖະບານ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ໄຫວ​ພິບ​
ພາບ:internet

        ຄຽງ​ຄູ່​ການພັດທະນາ​ດ້ວຍ​ຕົວ​ເອງ, ບັນດາ​ວິ​ສາ​ຫະກິດ​ ຍັງຢາກ​ໄດ້​ຮັບ​ການ​ປະສານ​ສົມທົບ​ຢ່າງ​ທັນ​ການ​ຈາກ​ລັດ. ​ເລື່ອງ​ຍົກ​ສູງ​ມູນ​ຄ່າ​ເພີ່​ມ ​ແລະ ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ວິ​ສາ​ຫະກິດ ພຽງ​ແຕ່​ສາມາດ​ປະຕິບັດ​ໄດ້​ເມື່ອ​ບັນດາ​ວິ​ສາ​ຫະກິດ​ມີ​ຄວາມ​ມານ​ະພະຍາຍາມ​ຈຳ​ເປັນພ້ອມ​ກັບ​ການ​ຫນູ​ນຊ່ວຍ​ຂອງ​ລັດ​ຜ່ານ​ການ​ປ່ຽນ​ໃຫມ່​ຈີນ​ຕະນາ​ການ​ຄຸ້ມ​ຄອງ ​ແລະ ສ້າງ​ນະ​ໂຍບາຍ​ໃຫ້​ສົມ​ບູນ​ແບບ. ທ່ານ ​ເລງ​ອກຮື​ງ, ສະມາຊິກ​ສະມາຄົມ​ນັກທຸລະກິດ ຫວຽດນາມ ຖື​ວ່າ:

        “ລັດ ຕ້ອງ​ເດັດດ່ຽວ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍທີ່​ໄດ້​ວາງ​ອອກ, ​ໃນ​ນັ້ນ ມີ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ທະນາຄານ​ການ​ຄ້າ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່. 3 ຂົງ​ເຂດ​ນີ້ ລັດ​ວາງ​ອອກ​ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ, ​ແຕ່​ໄລຍະ​ຜ່ານ​ມາ​​ຍັງ​ຄົງຜັນ​ຂະຫຍາຍຢ່າງ​ຊັກ​ຊ້າ.”

        ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ເດືອນ​ຍັງ​ເຫລືອ​ຂອງ​ປີ 2013, ລັດຖະບານ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ໄຫວ​ພິບ​ຄື: ນະ​ໂຍບາຍ​ງົບປະມານ, ​ເງິນຕາ, ຮັບປະກັນ​ການ​ບໍລິຫານ​ອັດຕາ​ດອກ​ເບ້ຍ​ໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ​ຂອງ​​ໄພ​ເງິນ​ເຟີ້, ປະຕິບັດ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ກ່ຽວ​ກັບ​ອາກອນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ຟື້ນ​ຕົວ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ນີ້​ກໍ​ແມ່ນ​ຈຸດໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ມູ້​ງ​ໄປ​ເຖິງ​ກາ​ນພັດທະນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ