ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ

(vovworld) -  ​ໃນ 6 ​ເດ​ືອນຕົ້ນ​ປີ 2012, ມູນ​ຄ່າ​ຜະລິດ​ຕະພັນກະ​ເສດ​ຂອງ ຫວຽດນາມ ຍັງ​ຄົງ​ສືບ​ຕໍ່​​ເພີ່ມ​ຂຶ້ນ, ວົງ​ເງິນ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ເພີ່ມ​ຂຶ້ນ 14% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ້ອມ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຂະ​ແຫນງ​ກະສິກຳ​ຍັງ​ຄົງ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຄື: ລາຄາ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຫລຸດ​ລົງ, ຕະຫລາດ​ສົ່ງ​ອອກ​ບໍ່​ເປັນ​ປົກກະຕິ ​ແລະ ຮົ້ວ​ກີດຂວາງ​ການ​ຄ້າ​​ໂດຍບັນດາ​ປະ​ເທດ​ນຳ​ເຂົ້າ​ສິນຄ້າ​ວາງ​ອອກ. ​ເພື່ອ​ບັນລຸ​ຄາດໝາຍ​ສົ່ງ​ອອກ​ໃຫ້​ໄດ້ 26 ຕື້ USD ​ໃນ​ປີ​ນີ້ ຮຽກຮ້ອງ​ໃຫ້​ຂະ​ແຫນງ​ກະສິກຳ​ຫວຽດນາມ ຕ້ອງມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີ ນີ້.

ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ - ảnh 1
ພາບປະກອບ: internet

        ໝາກຜົນ​ດີ​ພໍ​ສົມຄວນ​ໃນ​ການ​ຜະລິດ​ຂອງ​ຂະ​ແຫນງ​ກະສິກຳ ​ໃນ 6 ​ເດືອນ​ຕົ້ນ​ປີ​​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ຕົວ​ເລກ​ຄື: ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ GDP ​ໃນ​ທົ່ວ​ຂະ​ແຫນງ​ບັນລຸ​ປະມານ 2,8%, ສູງ​ກວ່າ​ແຜນການ​ທີ່​ວາງ​ອອກ. ມູນ​ຄ່າ​ການ​ຜະລິດ​ ຜະລິດຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ບັນລຸ​ກວ່າ 110.000 ຕື້​ດົ່ງ. ​ພິ​ເສດ, ວົງ​ເງິນ​ສົ່ງ​ອອກຂອງໝວດ​ສິນຄ້າ​ດັ່ງກ່າວ​ບັນລຸ​ໄດ້ 13,6 ຕື້ USD, ​ເພີ່ມ​ຂຶ້ນ 14% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເກີນ​ດຸນການ​ຄ້າ​ຂອງທົ່ວ​ຂະ​ແຫນງ​ກະສິກຳ​ແມ່ນ 5,7 ຕື້ USD, ປະກອບສ່ວນ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸນ​ໃຫ້​ແກ່​ປະ​ເທດ​ຊາດ. ໝາກຜົນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຂະ​ແຫນງ​ກະສິກຳ​ສືບ​ຕໍ່​ພັດທະນາ​​ເປັນ​ປົກກະຕິ, ​ແມ່ນ​ເສົາ​ຄ້ຳ​ຕົ້ນຕໍ​ຂອງ​ພື້ນຖານ​ເສດຖະກິດ​ໃນ​ສະພາບ​​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​ສາກົນ​ຖືກ​ຊຸດ​ໂຊມ ກໍ​ຄື​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ທ່ານ  Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຖື​ວ່າ: ​ເຖິງ​ແມ່ນ​ວ່າ ມູນ​ຄ່າ​ການ​ສົ່ງ​ອອກ​​ຜະລິດ​ຕະພັນ​ກະ​ເສດຫຼາຍປະ​ເພດ​ເພີ່ມ​ຂຶ້ນ​ກໍ​ຕາມ ​ແຕ່​ຕະຫລາດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ເປັນ​ຕົ້ນ​ລາຄາ​ຜະລິດ​ຕະພັນ​ກະ​ເສດ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ໝາກຜົນ​ການ​ສົ່ງ​ອອກ​ຂອງ​ທົ່ວ​ຂະ​ແຫນງ.

        ອາດ​​ເຫັນ​ໄດ້​ວ່າ, ນອກຈາກ​ບັນດາ​ປັດ​ໄຈ​ພາວະ​ວິ​ໄສ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ກາ​ນສົ່ງ​ອອກ​​ຜະລິດ​ຕະພັນ​ກະ​ເສດ​ແລ້ວ, ສາຍ​ເຫດ​ທີ່​ເຮັດ​ໃຫ້​ປະລິມານ​ການ​ຜະລິດ​ສົ່ງ​ອອກ​ຫລຸດ​ລົງນັ້ນ ​ແມ່ນ​ຍ້ອນ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ບໍ່​ທັນ​ມີ​ເຄື່ອງໝາຍ​ການ​ຄ້າ ແລະ ບໍ່​ທັນ​ໄດ້​ຮັບ​ການປົກ​ປ້ອງ​ສົມກັບ​ທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ເທື່ອ ອັນ​ໄດ້​ພາ​ໄປ​ເຖິງ​ສະພາບ​ລາຄາ​​ຜະລິດ​ຕະພັນ​ກະ​ເສດ​ຍາມ​ໃດ​ກໍ​ຕຳ່ກວ່າ​ເມື່ອ​ທຽບ​​ໃສ່ປະ​ເທດ​ອື່ນ ​ແລະ ບໍ່​​ເປັນປົກກະຕິ. ຕົວຢ່າງ​ຄື: ​​ໃນ​ໄລຍະ​ຜ່ານ​ມາ ປະ​ເພດ​ສິນຄ້າ​ປາຈາ ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ, ສົ່ງຜົນ​ສະທ້ອນ​ເຖິງ​ການ​ສົ່ງ​ອອກ. ປະຈຸ​ບັນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ທີ່​ພວມ​ເຄື່ອນ​ໄຫວ​ແບບ​ປະຄອງ ຫລື​ຢຸດຕິ​ການ​ເຄື່ອນ​ໄຫວນັັ້ນ ອາດ​ຈະ​ຖືກຫ​ລຸບທຶນ. ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ​ ແລ້ວ, ປະຈຸ​ບັນ ມີ​ເຖິງ 70% ຈຳນວນວິ​ສາ​ຫະກິດຖືກ​ຫລຸບ​ທຶນ ສາຍ​ເຫດ​ຕົ້ນຕໍ​ນັ້ນ​ແມ່ນ ຍ້ອນ​ທະນາຄານ​ຮັດ​ກຸມ​​ສິນ​ເຊື່ອ ​​ໄດ້ເຮັດ​ໃຫ້​ວິ​ສາ​ຫະກິດ​ຂາດ​ແຄນ​ແຫ​ລ່ງທຶນ. ທ່ານ Doan Toi ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ່ນ​ສ່ວນ Nam Viet ຖື​ວ່າ: ​ເພ່ືອ​​ເຮັດ​ໃຫ້​ລາຄາ​ປາຈາ​ເພີ່ມ​ຂຶ້ນ​ຄືນ​ໃຫມ່ ຕ້ອງ​ມີ​ການ​​ເຂົ້າ​ຮ່ວມຈາກ​ລັດ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ປາຈາ ມີ​ທຶນຮອນ​ທຳ​ການ​ຜະລິດ​, ຫຼື​ໄດ້​ຮັບ​ການ​​ໃຫ້​ຄຳ​ປືກສາຈາກ​ບັນດາ​ຜູ້ຊ່ຽວຊານ​​ໃນ​​ການ​ສ້າງ​ນະ​ໂຍບາຍ​ພັດທະນາ​ຮອບດ້ານ​ຄື​ຂອບ​ຂະຫນາດ​ການ​ຜະລິດ, ມູນ​ຄ່າ, ຄຸນ​ນະພາ​ບ, ​ເຄື່ອງ​ໝາຍ​ການ​ຄ້າ ​ແລະ ຕະຫລາດ. ທ່ານ Doan Toi ​ເວົ້າ​ວ່າ:

        “ ຕ້ອງ​ໃຫ​້ບຸລິ​ມະ​ສິດ​ແກ່​ວິ​ສາ​ຫະກິດ​ຜະລິດ​ດຳ​ເນີນ​ທຸລະ​ກິດ​, ກໍ​ຄື​ວິ​ສາ​ຫະກິດ​​ທີ່ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ. ຕ້ອງ​ມີ​ນະ​ໂຍບາຍ​ໃຫ້​ເຂົາ​ເຈົ້າ ​ແລະ ຫນູນ​ຊ່ວຍ​ດ້ວຍ​​ວິທີ: ອັດຕາ​ດອກ​ເບ້ຍ​ຕຳ່ ​ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ. ບ້ວງ​ເງິນ​ທີ່​ລັດຖະບານ​​ຫນູນ​ຊ່ວຍ​ວິ​ສາ​ຫະກິດນັ້ນ ຈະ​ເຮັດ​ໃຫ້ຂະ​ແຫນງ​ກະສິກຳ​ກ້າວ​ຂຶ້ນ, ສິ່ງ​ດັ່ງກ່າວ​ແມ່ນ​ດີ​ຫລາຍ.”

ແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ - ảnh 2
ເຂົ້າສານແມ່ນປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ
ພາບປະກອບ: internet

        ກ່ຽວ​ກັບ​ຕະຫລາດ​ສົ່ງ​ອອກ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ພວມ​ສຸມ​ໃສ່​ບາງ​ມາດ​ຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ​ຕິດຕາມ​ການ​ຜັນ​ແປຂອງ​ຕະຫລາ​ດ​ເພື່ອ​​ແຈ້ງ​​ໃຫ້​ຊາວ​ກະສິກອນ​ໄດ້​ຮັບ​ຊາບ​ໂດຍ​ໄວ ​​ແນ​ໃສ່ດັດ​ປັບ​ການ​ຜະລິດ​ໃຫ້​ເໝາະ​ສົມ, ນັບ​ທັງ​ປະລິມານ ​ແລະ ປະ​ເພດສິນຄ້າ. ຈາກ​ນັ້ນ​ກຳນົດ​ທິດ​ໃຫ້​ແກ່​ຊາວ​ກະສິກອນ ​ແລະ ບັນດາ​ວິ​ສາ​ຫະກິດ​ສຸມ​ໃສ່ການ​ປູກຝັງ ລ້ຽງ​ສັດ​ໃຫ້​ເໝາ​ະສົມ​. ທາງ​ກະຊວງ​ກໍ​ສະ​ເຫ​ນີຕໍ່​ລັດຖະບານ ຕ້ອງ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຜະລິດ​ຕະພັນ​ກະ​ເສດປະ​ເພດຕົ້ນຕໍ, ພ້ອມ​ກັນ​ນັ້ນ ປັບປຸງ​ໂຄງ​ປະກອບ ຂອບ​ຂະຫນາດ​ການ​ຜະລິດ, ຍູ​້​ແຮງ​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກນິກ ຊ່ວຍ​ຫລຸດຜ່ອນ​ມູນ​ຄ່າ​ຜະລິດ​ຕະພັນ ​ເພື່ອ​ສ້າງ​ລາຍ​ຮັບໃຫ້​ຊາວ​ກະສິກອນ.

        ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຈະ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນດາ​ຮົ້ວ​ກີດ​ຂວງ​ດ້ານ​ການ​ຄ້າ ກໍ​ຄື ບັນດາ​ວິ​ສາ​ຫະກິດ​ຕັ້ງຫນ້າ​ຂຸດ​ຄົ້ນ​ຕະຫລາດ​ເພື່ອ​ເພີ່ມ​ປະລິ​ມານ​ການ​ສົ່ງ​ອອກ, ທົດ​ແທນ​ການ​ຫລຸດຜ່ອນ​ຂອງ​ລາຄາ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຖື​ວ່າ: ນອກຈາກ​ບັນດາ​ຕະຫລາດ​ເດີມ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ​ເອີ​ລົບ ​ແລ້ວ, ​ເລື່ອງ​ເປີດ​ກວ້າງ​ການ​ຂຸດ​ຄົ້ນ​ຕະຫລາດ​ແມ່ນ​ສຳຄັນ​ທີ່​ສຸດ. ຕົວຢ່າງ​ຄື: ຈີນ ​ແມ່ນ​ຕະຫລາດ​ໃຫຍ່, ການ​ນິຍົມ​ຊົ​ມ​ໃຊ້​ຂອງ​ປະຊາຊົນ​ຈີນ​ກໍ​ຄ້າຍຄື​ກັນ​ກັບ ຫວຽດນາມ ສະ​ນັ້ນ ​ເລື່ອງ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ມີ​ຄວາມ​ໝາຍ​ໃຫ້​ທັງ​ສອງ​ຝ່າຍ. ​ໃນ​ໄລຍະ​ຜ່ານ​ມາ ​ສອງ​ປະ​ເທດ​ກໍ​ໄດ້​ຮ່ວມ​ມື​ຊຸກ​ຍູ້​ການ​ຄ້າຂາຍ​​ຜະລິດ​ຕະພັນ​ກະ​ເສດ. ​ເມື່ອ​ເວົ້າ​ເຖິງ​ການສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ຕະຫລາດ ຈີນ, ທ່ານ Nguyen Quoc Hai ຮອງ​ຫົວຫນ້າ​ພະ​ແນ​ກຄຸ້ມ​ຄອງ​ສິນຄ້າ​ນຳ​ເຂົ້າ​ສົ່ງ​ອອກ ຢູ່ບໍລິ​ເວນ​ແຂວງ Lang Son ​ໃຫ້​ຮູ້​ວ່າ:

        “ສາຍ​ເຫດ​ທີ່​ພາ​ໃຫ້ກາ​ນສົ່ງ​ອອກ​ບໍ່​ໄດ້​ຮັບ​ຜົນ ນັ້ນ​ແມ່ນຍ້ອນ​ພວກ​ເຮົາ​ບໍ່​ມີ ​ແຜນການ​ສົ່ງ​ອອກ​ທີ່ເປັນ​ຈຸດ​ສຸມ, ບໍ່​ເປັນ​ເອກະ​ພາບ ​ແລະ ບໍ່​ປະຕິບັດບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຄັ່ງ​ຂັດ. ສະ​ນັ້ນ, ຄວາມ​ເສຍ​ຫາຍຍາມ​​ໃດ​ກໍ່ຂຶ້ນ​ກັບ​ຝ່າຍວິ​ສາ​ຫະກິດ ຫວຽດນາມ. ຈີນ ​ແມ່ນ​ຕະຫລາດ ທີ່​ວິ​ສາ​ຫະກິດ​ຫວຽດນາມ ຄວນ​​ໃຫ້​ຄວາມສົນ​ໃຈ ​ແລະ ລົງທຶນ, ກຳນົດ​ທິດ​ຢ່າງລະອຽດ​ເພື່ອ​ຜະລິດ​ຖື​ກກັບ​ລະດູ​ການ, ​ເປັນ​ຕົ້ນ​ແມ່ນ​ຕ້ອງມີ​ແຜນ​ການ​ສົ່ງ​ອອກ​ຢ່າງ​ລະອຽດ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ.”

        ​ການແກ້​ໄຂ​ບັນດາຄວາມ​ຫຍຸ້ງຍາກນີ້​ຂອງ​​ກາ​ນຜະລິດ​ກະສິກຳ​, ພ້ອມ​ກັບ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່ຕາມ​ທິດ​ໝັ້ນຄົງ​​ນັ້ນ​ແມ່ນ ບັນດາ​ສັນຍາ​ນທີ່​ດີ​ເພື່ອ​ໃຫ້ 6 ​ເດືອນ​ທ້າຍ​ປີ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ການ​ສົ່ງອອກ​ຜະລິດ​ຕະພັນ​ກະ​ເສດ​​ມີ​ບາດກ້າວ​ບຸກທະລຸ​ນັບ​ທັງ​ຄຸນ​ນະພາ​ບ ​ແລະ ປະລິມານ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ວົງ​​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ​ບັນລຸ ຄາດໝາຍ 26 ຕື້ USD ​ແມ່ນຈະ​ປະກົດຜົນ​ເປັນ​ຈິງ, ນຳ​ຂະ​ແໜງກະສິກຳ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາຂະ​ແຫນງ​​ເສດຖະກິດ​ປາຍ​ແຫລມ​ຂອງ​ປະ​ເທດ​ຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ