ແຂວງ ກວ໋າງນີງ ຮັກສາການຜະລິດອຸດສາຫະກຳໃນສະພາບເກີດໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ ແລະ ພັດທະນາ

(VOVWORLD) - ເພື່ອຮັກສາທ່າເຕີບໂຕຂອງເຂດອຸດສາຫະກຳ, ອຸດສາຫະກຳປຸງແຕ່ງປະດິດສ້າງ ເປັນກຳລັງຫນູນຕົ້ນຕໍຂອງການເຕີບໂຕເສດຖະກິດທ້ອງຖິ່ນ, ໃນໄລຍະຜ່ານມາ ແຂວງ ກວ໋າງນີງ ໄດ້ຜັນຂະຫຍາຍຫລາຍມາດຕະການສຸມໃສ່ຫນູນຊ່ວຍການຮັກສາ ແລະ ພັດທະນາລະບົບການຜະລິດ, ດຳເນີນທຸລະກິດ, ເພີ່ມທະວີການປ້ອງກັນຕ້ານໂລກລະບາດໂຄວິດ-19 ພິເສດຢູ່ໃນບັນດາເຂດອຸດສາຫະກຳໃນບໍລິເວນແຂວງ.

ແຂວງ ກວ໋າງນີງ ຮັກສາການຜະລິດອຸດສາຫະກຳໃນສະພາບເກີດໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ ແລະ ພັດທະນາ - ảnh 1ກຳມະກອນ,ຄົນງານຢູ່ບັນດາເຂດອຸດສາຫະກຳໄດ້ສັກຢາວັກຊິນ ກັນໂຄວິດ

ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳມະກອນກວ່າ 28.000 ຄົນທີ່ພວມເຮັດວຽກໃນ 5 ເຂດອຸດສາຫະກຳຢູ່ບໍລິເວນ, ແຂວງ ກວ໋າງນີງ ໄດ້ມີການຊີ້ນຳຢ່າງລຽນຕິດ, ເພີ່ມທະວີວຽກງານປ້ອງກັນຕ້ານໂລກລະບາດ, ຕິດຕາມແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດໂດຍກົງ. ແຕ່ລະເຂດອຸດສາຫະກຳ ລ້ວນແຕ່ສ້າງຕັ້ງຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດ, ມີແຜນການ, ວິທີການຮັບມືກັບບັນດາກໍລະນີໂລກລະບາດທີ່ອາດຈະເກີດຂຶ້ນ.

ທຸກໆອາທິດ, ບັນດາວິສາຫະກິດລ້ວນແຕ່ປະຕິບັດການວິໄຈຫາເຊື້ອ SARS-CoV-2 ແບບສຸ່ມເລືອກໃຫ້ 20% ຄົນງານ ແລະ ຜູ້ເຂົ້າຮ່ວມການສະຫນອງບໍລິການໃຫ້ແກ່ວິຫສາຫະກິດ. ພ້ອມກັນນັ້ນ ແມ່ນປະຕິບັດ 5 ມາດຕະການປ້ອງກັນຕ້ານໂລກລະບາດ, ປະຕິບັດຫລາຍມາດຕະການ ປ້ອງກັນຕ້ານໂລກລະບາດ ຢູ່ເຂດເຮືອນພັກຂອງກຳມະກອນ, ລົດຂົນສົ່ງກຳມະກອນ.. ນາງ ລືວທິເຫ້ວ, ກຳມະກອນຜະລິດເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກຢູ່ເຂດອຸດສາຫະກຳ ຫວຽດຮຶງ ໃຫ້ຮູ້ວ່າ:                          

“ພວກຂ້າພະເຈົ້າ ແມ່ນຊາວຕ່າງແຂວງ ມາເຮັດວຽກຢູ່ທີ່ນີ້ ເຊິ່ງໃນຊ່ວງເວລາເກີດໂລກລະບາດ ກໍ່ຮ່ວມແຮງຮ່ວມໃຈປ້ອງກັນຕ້ານໂລກລະບາດພ້ອມກັບອຳນາດການປົກຄອງແລະການນຳວິສາຫະກິດ. ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫລືອ ເອື້ອອຳນວຍຄວາມສະດວກ ມີວຽກເຮັດງານທຳເປັນປົກກະຕິ, ອົງການກຳມະບານມີຄວາມເອົາໃຈໃສ່ຢ່າງລອບຄອບຖີ່ຖ້ວນ, ສະນັ້ນ ພວກຂ້າພະເຈົ້າກໍຮູ້ສຶກອຸ່ນອ່ຽນໃຈທີ່ສຸດ”

ແຂວງ ກວ໋າງນີງ ກໍ່ເພີ່ມທະວີຫລາຍມາດຕະການສົ່ງເສີມການລົງທຶນຢູ່ກັບທີ່, ສ້າງເງື່ອນໄຂສະດວກກ່ຽວກັບລະບຽບການ, ບຸກເບີກຫນ້າພຽງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ເປີດກວ້າງຂອບຂະຫນາດການຜະລິດດຳເນີນທຸລະກິດ, ຍູ້ແຮງການຈຳຫນ່າຍສິນຄ້າ, ພິເສດ ແມ່ນບັນດາໂຄງການໃນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງທີ່ມີມູນຄ່າເພີ່ມສູງ. ທ່ານ Park Hyo Gyun, ປະທານ ບໍລິສັດ Bumjin Electronic ຢູ່ເຂດອຸດສາຫະກຳ ດົງມາຍ ຢືນຢັນວ່າ:             

“ພວກຂ້າພະເຈົ້າໄດ້ສັກວັກຊິນໂດຍບໍ່ເສຍຄ່າ, ມາຮອດປະຈຸບັນ ມີ 90% ຈຳນວນກຳມະກອນໄດ້ສັກວັກຊິນ 2 ເຂັມແລ້ວ. ນີ້ແມ່ນຄວາມປິຕິຊົມຊື່ນຢ່າງໃຫຍ່ຫລວງ. ແລະ ປະຈຸບັນ ກວ໋າງນີງ ແມ່ນທ້ອງຖິ່ນທີ່ຮັກສາສະພາບແວດລ້ອມປອດໄພ, ຊ່ວຍບໍລິສັດສາມາດຜະລິດດຳເນີນທຸລະກິດເປັນປົກກະຕິ. ພວກຂ້າພະເຈົ້າເລີ່ມສົ່ງອອກງວດສິນຄ້າທຳອິດຈາກປີກາຍ ແລະ ຍັງຮັກສາໄດ້ທ່າແຮງການຜະລິດ, ສືບຕໍ່ຂະຫຍາຍຂອບຂະຫນາດ, ເພີ່ມກຳລັງຄວາມສາມາດການຜະລິດ”

ແຂວງ ກວ໋າງນີງ ຮັກສາການຜະລິດອຸດສາຫະກຳໃນສະພາບເກີດໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ ແລະ ພັດທະນາ - ảnh 2ຂະແຫນງອຸດສາຫະກຳປຸງແຕ່ງ ຢູ່ ແຂວງກວ໋າງນີງຮັກສາສະພາບແວດລ້ອມເປັນປົກກະຕິ

 ບືນຕົວຂຶ້ນຜ່ານຜ່າຜົນກະທົບຈາກໂລກລະບາດ, ນັບແຕ່ຕົ້ນປີມາຮອດປະຈຸບັນ ດັດຊະນີການພັດທະນາອຸດສາຫະກຳຂອງແຂວງ ກວ໋າງນີງ ເພີ່ມຂຶ້ນ 6,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ຂະແຫນງອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງຍັງຄົງແມ່ນຈຸດເດັ່ນເມື່ອເພີ່ມຂຶ້ນ 34,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອຮັກສາເສົາຄ້ຳການຜະລິດອຸດສາຫະກຳ, ແຂວງ ກວ໋າງນີງ ສຸມໃສ່ຫລາຍມາດຕະການ, ໃນນັ້ນ ຮັບປະກັນການຈໍລະຈອນຂົນສົ່ງສິນຄ້າ, ສະຫນອງວັດສະດຸອຸປະກອນຈາກບັນດາທ້ອງຖິ່ນອື່ນ ແລະ ສິນຄ້າສົ່ງອອກສຳລັບບັນດາວິສາຫະກິດໃນເຂດອຸດສາຫະກຳ. ທ່ານ ຮ່ວາງກວາງຫາຍ, ຫົວຫນ້າ ພະແນກຄົມມະນາຄົມຂົນສົ່ງ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ:

 “ປະຈຸບັນ ແຂວງ ກວ໋າງນີງ ພວມມີ ປ້ອມກວດກາພາຫະນະເຂົ້າອອກເມືອງ. ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຂົນສົ່ງ ພວກຂ້າພະເຈົ້າໄດ້ອອກຫນັງສືອະນຸຍາດໃຫ້ກວ່າ 1.800 ພາຫະນະຂົນສົ່ງທີ່ເຄື່ອນໄຫວຕາມຮູບແບບ “ສາຍຂຽວ”.

 ນັບແຕ່ນີ້ຮອດທ້າຍປີ, ແຂວງກວ໋າງນີງ ຈະນຳ 9 ໂຄງການປຸງແຕ່ງ, ປະດິດສ້າງເຂົ້າເຄື່ອນໄຫວ ແລະ ຍູ້ແຮງຄວາມຄືບຫນ້າການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຕິດຕັ້ງເຄື່ອງຈັກອຸປະກອນຂອງ 7 ໂຄງການ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກເພີ່ມປະລິມານການຜະລິດໃຫ້ສູງສຸດສຳລັບບັນດາໂຄງການອຸດສາຫະກຳປຸງແຕ່ງ, ປະດິດສ້າງ ພ້ອມທັງຍູ້ແຮງການເຄື່ອນໄຫວສົ່ງເສີມ, ດຶງດູດການລົງທຶນໃຫ້ເໝາະສົມກັບບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ 19. ພ້ອມກັນນັ້ນ ແມ່ນຍູ້ແຮງຄວາມຄືບຫນ້າການສັກວັກຊິນກັນໂຄວິດ, ຫນູນຊ່ວຍເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ກຳມະກອນ, ຄົນງານ, ຮັກສາການຜະລິດໃຫ້ມີສະຖຽນລະພາບ ແລະ ພັດທະນາໃນສະພາບການໂລກລະບາດທີ່ອາດຈະແກ່ຍາວ.



ຕອບກັບ

ຂ່າວ/ບົດ​ອື່ນ