ແຂວງ ທ໋າຍບີງ ພັດທະນາເສດຖະກິດດ້ານກະສິກຳ

(VOVWORLD) - ຫລາຍທົດສະວັດຜ່ານມາ, ແຂວງ ທ໋າຍບີງ ແມ່ນອູ່ເຂົ້າອັນກ້ວາງໃຫຍ່ຢູ່ພາກເໜືອ ຫວຽດນາມ ດ້ວຍພົນລະເມືອງ 70% ເປັນຊາວກະສິກອນຜະລິດກະສິກຳ.

ເພື່ອເສີມຂະຫຍາຍມູນເຊື້ອນັ້ນ, ປັດຈຸບັນ, ແຂວງ ທ໋າຍບີງ ສືບຕໍ່ຢືນຢັນເປັນອູ່ເຂົ້າຂອງເຂດທົ່ງພຽງແມ່ນ້ຳແດງ, ແມ່ນແຂວງນຳໜ້າໃນຂະບວນການກໍ່ສ້າງຊົນນະບົດໃໝ່, ພ້ອມດ້ວຍບັນດາມາດຕະການຄືເປັນການກະຕຸກຊຸກຍູ້, ແມ່ນບາດກ້າວບຸກທະລຸ ເພື່ອສ້າງຄວາມຫັນປ່ຽນຢ່າງແຮງ, ຮອບດ້ານໃນຂົງເຂດກະສິກຳ.

ແຂວງ ທ໋າຍບີງ ພັດທະນາເສດຖະກິດດ້ານກະສິກຳ - ảnh 1 ແຂວງ ທ໋າຍບີງ ພັດທະນາເສດຖະກິດດ້ານກະສິກຳ (ພາບ: TTXVN)

        ແຕ່ປີ 2002, ແຂວງ ທ໋າຍບີງ ໄດ້ຜັນຂະຫຍາຍການປະຕິບັດການສ້າງທົ່ງນາຂະໜາດໃຫຍ່ ແນໃສ່ຈັດສັ້ນທີ່ດິນການຜະລິດກະສິກຳຄືນໃໝ່, ປ່ຽນແທນຮູບການປູກຝັງແບບເກົ່າ, ພັດທະນາກະສິກຳຕາມຮູບການແບບລວມສູນ. ມາຮອດປັດຈຸບັນ, ການສ້າງທົ່ງນາຂະໜາດໃຫຍ່ໄດ້ປະຕິບັດສຳເລັດ. ແຕ່ປີ 2017, ແຂວງ ທ໋າຍບີງ ເລີ່ມຕົ້ນການປະຕິບັດແຜນຮ່າງໂຮມດິນນາ, ແນໃສ່ຍົກການຜະລິດກະສິກຳຂຶ້ນສູ່ລະດັບສູງໃໝ່ຕາມທິດກະສິກຳສິນຄ້າຂະໜາດໃຫຍ່.

        ໄລ່ຮອດທ້າຍປີ 2017, ທົ່ວແຂວງ ທ໋າຍບີງ ມີດິນນາກ່ວາ 15.000 ເຮັກຕາໄດ້ໂຮມເຂົ້າ, ສຸມໃສ່ພັດທະນາກະສິກຳ. ໃນນັ້ນ ເນື້ອທີ່ຕາມຮູບການໃຫ້ເຊົ່າ, ມອບໂອນກຳມະສິດນຳໃຊ້ທີ່ດິນກ່ວາ 5000 ເຮັກຕາ, ເນື້ອທີ່ດິນສຸມໃສ່ຕາມຮູບການຮ່ວມສຳພັນການຜະລິດຕິດພັນກັບການຈຳໜ່າຍຜະລິດຕະພັນປະມານ 10.000 ເຮັກຕາ.

        ອ້າຍ ຫງວຽນວັນກຽນ ບ້ານ ເມເຊີນ 1, ຕາແສງ ເຕີນຟອງ, ເມືອງ ຫວູທື ຜູ້ທີ່ມີຄວາມກ້າຫານໃນການເຊົ່າດິນນາເກືອບ 20 ເຮັກຕາຂອງປະຊາຊົນ ເພື່ອປູກເຂົ້າຕາມຮູບການທັນສະໄໝ. ອ້າຍ ກຽນ ໃຫ້ຮູ້ວ່າ: ການປູກເຂົ້າ, ເກັບກ່ຽວລ້ວນແຕ່ເຮັດດ້ວຍເຄື່ອງຈັກ. ໃຊ້ແຮງງານພຽງ 3 ຄົນເທົ່ານັ້ນ, ຖ້າຫາກ “ດິນຟ້າອາກາດເອື້ອອຳນວຍຄວາມສະດວກ” 1 ປີຈະມີກຳໄລ 1,4 ລ້ານດົ່ງ/ໄລ່ (1 ໄລ່ ເທົ່າກັບ 360 ຕາແມັດ). ອ້າຍກຽນ ກ່າວວ່າ:

        “ເມື່ອເຊົ່າທີ່ດິນ, ທາງຕາແສງຈະເປັນຜູ້ເຈລະຈາໃຫ້. ປະຊາຊົນຢູ່ນີ້ ສ່ວນຫລາຍແມ່ນໄປເຮັດວຽກຢູ່ບໍລິສັດ ດັ່ງນັ້ນ ນ້ອງຈຶ່ງເຊົ່າດິນນາ, ເຮັດແຕ່ປີກ່ອນມາຮອດປີນີ້ກໍ່ມີປະສິດທິຜົນ”.

        ຢູ່ແຂວງ ທ໋າຍບີງ, ບັນດາຊາວກະສິກອນກ້າຄິດ, ກ້າເຮັດຄືດັ່ງອ້າຍ ຫງວຽນວັນກຽນ ບໍ່ແມ່ນໜ້ອຍ. ເມືອງ ຫວູທື ແມ່ນທ້ອງຖິ່ນນຳໜ້າໃນການປະຕິບັດແຜນຮ່າງ ໂຮມດິນນາເປັນຂະໜາດໃຫຍ່. ປີ 2017, 356 ເຮັກຕາດິນນາຢູ່ ຫວູທື ໄດ້ຫັນປ່ຽນເປັນດິນປູກຝັງ ນຳມາເຊິ່ງປະສິດທິຜົນເສດຖະກິດສູງກ່ວາ. ບາງຮູບແບບກະສິກຳໝູນໃຊ້ຮູບການຜະລິດທັນສະໄໝ, ກ້າວໜ້າ, ມີມູນຄ່າລາຍຮັບບັນລຸແຕ່ 300 – 400 ລ້ານດົ່ງ/ເຮັກຕາ. ປະຈຸບັນ, ຕາແສງ ຫວູທື ມີ 165 ບຸກຄົນ, ຄອບຄົວປະຕິບັດການເຕົ້າໂຮມດິນນາຜະລິດກະສິກຳດ້ວຍຂອບຂະໜາດ 1 ເຮັກຕາຂຶ້ນໄປ, ດ້ວຍຍອດເນື້ອທີ່ດິນຜະລິດກ່ວາ 570 ເຮັກຕາ. ທ່ານ ດົ່ງວັນຮ໋ວນ, ຫົວໜ້າສະຫະກອນກະສິກຳ ເຕີນຟອງ ໃຫ້ຮູ້ວ່າ: ເລື່ອງໂຮມດິນນາ ຍົກສູງປະສິດທິຜົນແຫ່ງການຜະລິດ, ຊ່ວຍໃຫ້ຊາວກະສິກອນມີເງື່ອນໄຂໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ເຄື່ອງຈັກເຂົ້າໃນການຜະລິດກະສິກຳ, ພ້ອມທັງກໍ່ຮັບຮູ້ບັນດາວິທີເຮັດທີ່ມີຫົວຄິດປະດິດສ້າງ ເພື່ອເປົ້າໝາຍຜະລິດສິນຄ້າໃຫຍ່. ທ່ານ ດົ່ງວັນຮ໋ວນ ກ່າວວ່າ:

        “ກ່ຽນກັບການໂຮມດິນນາ, ແຜນນະໂຍບາຍຄະນະພັກຕາແສງ, ພວກຂ້າພະເຈົ້າເຮັດຢ່າງລອບຄອບຖີ່ຖ້ວນການກຳນົດທິດເຂດດິນໂຮມເຂົ້າເປັນຂະໜາດໃຫຍ່, ຈັດຕັ້ງການປະຊຸມກັບບັນດາຄອບຄົວທີ່ມີຄວາມຕ້ອງການໂຮມດິນນາ. ຢູ່ ເຕີນຟອງ ຜູ້ເຊົ່າ ແລະ ຜູ້ໃຫ້ເຊົ່າທີ່ດິນໄດ້ລົງນາມໃນສັນຍາໂດຍກົງນຳກັນ ເພື່ອຮັບປະກັນປະຊາທິປະໄຕ ແລະ ໄດ້ປຶກສາຫາລືໂດຍກົງນຳກັນ

        ແຕ່ການໂຮມດິນນາ, ປັດຈຸບັນຢູ່ແຂວງ ທ໋າຍບີງ ມີສະຫະກອນກະສິກຳ 210 ແຫ່ງ ປະຕິບັດການຮ່ວມສຳພັນລະຫວ່າງບັດດາຄອບຄົວສະມາຊິກກັບວິສາຫະກິດພາຍໃນ ແລະ ຕ່າງແຂວງ 20 ແຫ່ງ ເພື່ອຜະລິດ ແລະ ຈຳໜ່າຍຜະລິດຕະພັນກະເສດ. ຄອບຄົວເກືອບທັງໝົດ ລ້ວນແຕ່ລົງທຶນຊື້ເຄື່ອງຈັກ ເພື່ອທຳການຜະລິດ ແລະ ໄດ້ຍົກສູງສະມັດຕະພາບແຮງງານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການກ່ຽວກັບການປູກຝັງຕາມລະດູການ, ນຳໃຊ້ບັນດາຄວາມກ້າວໜ້າທາງວິທະຍາສາດເຕັກນິກ, ຫລຸດຜ່ອນລາຍຈ່າຍ ແລະ ຍົກສູງປະສິດທິຜົນການຜະລິດ. ຜ່ານນັ້ນ, ປະກອບສ່ວນຈຳກັດການປະດິນນາບໍ່ທຳການຜະລິດ ເຊິ່ງພວມເກີດຂຶ້ນຢູ່ຫລາຍບ່ອນ. ທ່ານ ດິງຫວີງຖຸຍ ປະທານຄະນະກຳມະການປະຊາຊົນເມືອງ ຫວູທື ກ່າວວ່າ: ຮູບແບບກະສິກຳທັນສະໄໝໄດ້ສ້າງວຽກເຮັດງານທຳ, ມີລາຍຮັບເປັນປົກກະຕິ, ດຶງດູດແຮງງານຢູ່ທ້ອງຖິ່ນ.

ປັດຈຸບັນ, ແຮງງານກະສິກຳຢູ່ ຫວູທື ພຽງແຕ່ມີ 40% ເທົ່ານັ້ນ ສ່ວນທີ່ຍັງເຫຼືອນັ້ນ ໄດ້ຫັນປ່ຽນໄປສູ່ຂົງເຂດອຸດສາຫະກຳການບໍລິການ. ຍ້ອນການຫັນປ່ຽນນັ້ນ ຊາວກະສິກອນຈຶ່ງໃຫ້ວິສາຫະກິດເຊົ່າດິນນາ  ຖ້າຫາກປະຊາຊົນບໍ່ມີວຽກ ແມ່ນຈະບໍ່ໃຫ້ເຊົ່າດິນນາ”

ເລື່ອງປະຕິບັດການຫັນປ່ຽນດິນນາ, ໃຫ້ເຊົ່າດິນ, ປະກອບທຶນດ້ວຍກຳມະສິດນຳໃຊ້ທີ່ດິນກະສິກຳເປັນຢ່າງດີນັ້ນ ຈະແມ່ນແຫຼ່ງກຳລັງໜູນເພື່ອພັດທະນາກະສິກຳຕາມທິດສິນຄ້າຂະໜາດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ