ແຂວງ ນີງທ້ວນ ພັດທະນາຮູບແບບທົ່ງນາໃຫຍ່ ປະ​ສົບກັບການປູກອະງຸ່ນຕິດພັນກັບການພັດທະນາການທ່ອງທ່ຽວ

(VOVWORLD) - ປະຈຸບັນ, ຮູບແບບທົ່ງນາໃຫຍ່ຢູ່ແຂວງ ນີງທ້ວນ ບໍ່ພຽງແຕ່ປະຕິບັດສຳລັບຕົ້ນເຂົ້າເທົ່ານັ້ນ, ຫາກຍັງຫັນບັນດາຜະລິດຕະພັນກະສິກຳ ເປັນຫຼາຍຮູບຫຼາຍແບບ ໂດຍອີງໃສ່ສະພາບການຕົວຈິງ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ.
ແຂວງ ນີງທ້ວນ ພັດທະນາຮູບແບບທົ່ງນາໃຫຍ່ ປະ​ສົບກັບການປູກອະງຸ່ນຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 1 ການປູກອະງຸ່ນໃນເນື້ອທີ່ກ້ວາງ

 ໃນນັ້ນ, ເມືອງ ນິງເຟືອກ - ແຂວງ ບິ່ງທ້ວນ ກໍ່ພວມດຳເນີນບັນດາບາດກ້າວເພື່ອຜັນຂະຫຍາຍຮູບແບບທົ່ງນາໃຫຍ່ປະສົມກັບການປູກອະງຸ່ນ ຕິດພັນກັບການຮ່ວມສຳພັນວິສາຫະກິດໃນການຈຳໜ່າຍຜະລິດຕະພັນ ແລະ ພັດທະນາການທ່ອງທ່ຽວ. ບົດຂຽນ “ແຂວງ ນີງທ້ວນ ພັດທະນາຮູບແບບທົ່ງນາໃຫຍ່ ປະສົມກັບການປູກອະງຸ່ນຕິດພັນກັບການພັດທະນາການທ່ອງທ່ຽວ” ຂອງນັກຂ່າວ ມີງຕ໋ວນ ແລະ ວັນແກ໋ງ.

        ໂດຍປະຕິບັດການຫັນປ່ຽນໂຄງປະກອບຜົນລະປູກ, ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດ - ເຕັກນິກ ເຂົ້າໃນການຜະລິດຕິດພັນກັບການຮ່ວມສຳພັນສ້າງສົ້ນອອກໃຫ້ແກ່ຜະລິດຕະພັນກະເສດຂອງແຂວງ ບີ່ງທ້ວນ, ຕາແສງ ເຟືອກທ້ວນ, ເມືອງ ນີງເຟືອກ ໄດ້ສ້າງແຜນຮ່າງພັດທະນາເຂດລວມສູນອະງຸ່ນ ຕິດພັນກັບການທ່ອງທ່ຽວຊີວະພາບຢູ່ບ້ານ ເຟືອກແຄ໋ງ ດ້ວຍເນື້ອທີິ່ດິນ 30 ເຮັກຕາ. ໄລຍະ 1, ຕາແສງ ເຟືອກທ້ວນ ໄດ້ແນະນຳໃຫ້ຊາວກະສິກອນປູກອະງຸ່ນຕາມໂຄງການກ່ຽວກັບການປະຕິບັດການຜະລິດກະເສດທີ່ດີ ສຳລັບບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ຫວຽດນາມ (VietGap) ໃນເນື້ອທີ່ດິນ 10 ເຮັກຕາ. ມາຮອດປະຈຸບັນ, ຊາວກະສິກອນໄດ້ສ້າງຕັ້ງໜ່ວຍຮ່ວມສຳພັນດ້ວຍສະມາຊິກແກ່ນສານ 27 ຄົນເພື່ອປະຕິບັດຮູບແບບນີ້. ທ່ານ ຫງວຽນດືກທ້ວນ, ປະທານຄະນະກຳມະການປະຊາຊົນຕາແສງ ເຟືອກທ້ວນ, ເມືອງ ນີງເຟືອກ, ແຂວງ ນີງທ້ວນ, ໃຫ້ຮູ້ວ່າ:

        “ທ້ອງຖິ່ນໄດ້ຈັດຕັ້ງການຮຽກຮ້ອງບັນດາວິສາຫະກິດ, ບັນດາຫົວໜ່ວຍ, ບັນດາອົງການສຸມໃສ່ເຂົ້າໃນບັນຫາແກ້ໄຂສົ້ນອອກໃຫ້ແກ່ຜະລິດຕະພັນ, ພ້ອມກັນນັ້ນ ກໍ່ພ້ອມກັບສູນສົ່ງເສີມການທ່ອງທ່ຽວຂອງແຂວງເພື່ອກຳນົດທິດທາງລາຍການທ່ອງທ່ຽວຢູ່ສະຖານທີ່ຕ່າງໆຂອງຕາແສງ ເຟືອກທ້ວນ ແລະ ໄປຢ້ຽມຢາມເຂດປູກອະງຸ່ນ.”

ແຂວງ ນີງທ້ວນ ພັດທະນາຮູບແບບທົ່ງນາໃຫຍ່ ປະ​ສົບກັບການປູກອະງຸ່ນຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 2ພາບປະກອບ 

        ກ່ອນນີ້, ຕາມວິທີການປູກຝັງແບບເກົ່າ, ເລື່ອງປູກ ແລະ ບົວລະບັດໃຫ້ຕົ້ນອະງຸ່ນມັກຖືກຕິດໂລກພະຍາດເປັນປະຈຳ, ເຮັດໃຫ້ລາຄາບໍ່ເປັນປົກກະຕິ. ເມື່ອປະຕິບັດການຮ່ວມສຳພັນ, ຜະລິດແບບວິທະຍາສາດ, ມີການແນະນຳຂອງພະນັກງານກະສິກຳ ແລະ ການຮ່ວມເດີນທາງຂອງວິສາຫະກິດ ໃນການຈຳໜ່າຍຜະລິດຕະພັນ ດັ່ງນັ້ນມູນຄ່າຜະລິດຕະພັນຂອງຕົ້ນອະງຸ່ນໄດ້ຮັບການຍົກສູງຂຶ້ນ. ຕາມທ່ານ ຫງວຽນວັນມ້ອຍ, ເຈົ້າຂອງຟາມໝາກອະງຸ່ນ ບາມ້ອຍ - ແຂວງ ນີງທ້ວນ ແລ້ວ, ເພື່ອສ້າງທົ່ງນາຂະໜາດໃຫຍ່ນັ້ນ ຊາວກະສິກອນຈະຄ່ອຍໆຫັນປ່ຽນຈາກພື້ນຖານກະສິກຳເຮັດດ້ວຍມືມາ ເປັນພື້ນຖານກະສິກຳທີ່ທັນສະໄໝ, ນຳໃຊ້ເຄື່ອງຈັກ, ເຕັກໂນໂລຊີ ທັນສະໄໝທີ່ສຸດໃນການປູກອະງຸ່ນ:

        “ຕ້ອງມີເນື້ອທີ່ດິນກ້ວາງໃຫຍ່, ແລະ ຈາກເນື້ອທີ່ດິນນັ້ນ ເຮັດໃຫ້ບັນຫາການເກັບຊື້, ບັນຫາການສະໜອງອອກສູ່ຕະຫຼາດແມ່ນງ່າຍດາຍທີ່ສຸດ, ບັນດາວິສາຫະກິດເກັບຊື້ ອາດຈະຄາດຄະເນກ່ອນ ກໍ່ຄືເຂົາເຈົ້າຈະຮັບປະກັນຕະຫຼາດພາຍໃນປະເທດ, ກໍ່ຄືຂອງການສົ່ງອອກໃນອະນາຄົດ. ດັ່ງນັ້ນ, ການຜະລິດດ້ວຍປະລິມານຂະໜາດໃຫຍ່ເນື້ອທີ່ກ້ວາງຄືແນວນີ້ ແມ່ນໃນການກວດກາຜະລິດຕະພັນ ແລະ ຖ່າຍທອດເຕັກໂນໂລຊີນັ້ນຈະເຮັດໃຫ້ມີຜະລິດຕະພັນທີ່ມີຄຸນນະພາບສະໝ່ຳສະເໝີກັນເພື່ອໃຫ້ພວກເຮົາພັດທະນາ.”

        ຮູບແບບທົ່ງນາໃຫຍ່ພວມໄດ້ຮັບການທະວີຄູນໃນບໍລິເວນແຂວງ ນີງທ້ວນ ໃນລະດູໜາວຕໍ່ໃສ່ລະດູບານໃໝ່ 2017 – 2018. ແຕ່ລະທ້ອງຖິ່ນມີຮູບແບບແຕກຕ່າງກັນ, ແຕ່ມີຈຸດປະສົງລວມແມ່ນໜູນຊ່ວຍຊາວກະສິກອນໃນຂອດການຮ່ວມສຳພັນຜະລິດ ແລະ ຈຳໜ່າຍຜະລິດຕະພັນ. ດ້ວຍໝາກຜົນໃນເບື້ອງຕົ້ນ ຂອງການປະຕິບັດຮູບແບບທົ່ງນາໃຫຍ່ນີ້, ຮູບແບບທົ່ງນາປູກອະງຸ່ນຢູ່ ຕາແສງ ເຟືອກທ້ວນ ຈະຍາດໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ