ແຂວງ ບີ່ງເຢືອງ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ

(vovworld) - ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ບໍ່​ສະດວກ​ປານ​ໃດ, ​ແຫ​ລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ຢູ່ ຫວຽດນາມ​ຖືກ​ຫລຸດ​ລົງ, ​ແຕ່​ປີ 2012, ​ແຂວງບີ່​ງ​ເຢືອງ ຍັງ​ຄົງ​ສືບ​ຕໍ່​ແມ່ນ​ທ້ອງ​ຖິ່ນ​ນຳ​ຫນ້າໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງດູດ​ທຶນ FDI. ຕາມ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ແລ້ວ,  ບີ່​ງ​ເຢືອງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສະຖານ​ທີ່​ລົງທຶນ​ອັນ​ດູດ​ດື່ມ ຍ້ອນ​ບັນດາ​ປັດ​ໄຈ​ພື້ນຖານ​ຄື: ລະບົບ​ພື້ນຖານ​ໂຄງ​ລ່າງ​ດີ, ລະບຽບ​ການ​ບໍລິຫານ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດຢັ້ງ, ທີ່​ຕັ້ງ​ພູ​ມີ​ປະເທດກໍ​ສະດວກ.

        ​ໂດຍ​ນອນ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້ ຊື່​ງລວມມີ: ​ແຂວງ ບີ່​ງ​ເຢືອງ, ນະຄອນ​ ​ໂຮ່ຈິ​ມີນ, ດົ່ງ​ນາຍ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍາມ​ໃດ ບີ່​ງ​ເຢືອງ ແມ່ນ​ສະ​ຖານ​ທີ່ພົ້ນ​ເດັ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ດ້ວຍ​ຈຳນວນ​ເງິນ 2,53 ຕື້ USD(​ໃນ​ຍອດ​ຈຳນວນ​ເງິນ​ກວ່າ 13 ຕື້ USD ຂອງ​ທັງ​ປະ​ເທດ). ນີ້​ແມ່ນ​ໝາກຜົນ​ອັນ​ຕັ້ງຫນ້າ​ໃນ​ສະພາບທີ່​ພື້ນຖານ​ເສດຖະກິດ​ເວົ້າ​ລວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ແມ່ນ​ແຫ​ລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ ໃນຫລາຍ​ທ້ອງ​ຖິ່ນ ມີ​ທ່າ​ອ່ຽງຫລຸດ​ລົງ​. ສາຍ​ເຫດ​ພາ​ໄປ​ເຖິງ​ຜົນສຳ​ເລັດ​ໃນ​ການ​ດຶງ​ດູດ​ທຶນ FDI ຂອງ​ແຂວງ ບີ່​ງ​ເຢືອງ​ໃນ​ໄລຍະ​ຜ່ານ​ມາ ​ຍ້ອນ​ຄວາມ​ມານະ​ພະຍາຍາມ​ອັນ​​ໃຫຍ່​ຫລວງ​ຂອງ​ແຂວງ ບີ່​ງ​ເຢືອງ ​ໃນ​ການ​ເສີມ​ຂະຫຍາຍ​ບັນດາ​ປັດ​​ໄຈ​ທີ່​ສະດວກ. ບໍ່​ລໍຖ້າ​ນັກ​ລົງທຶນ​ຊອກ​ຫາ​​ເຂົ້າມາ​ລົງທຶນ, ການ​ນຳ​ແຂວງ ບີ່​ງ​ເຢືອງ ​ໄດ້​ຍາດ​ແຍ່ງ​ປັດ​ໄຈ​ກ່ຽວ​ກັບ​ພູມີປະເທດ​ທີ່​ສະດວກ, ປ່ຽນ​​ໃຫມ່​ລະບຽບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ສະດວກ, ສະ​ນັ້ນ ບີ່​ງ​ເຢືອງ ​ໄດ້​ສ້າງ​ບາດກ້າວ​ບຸກທະ​ລຸ​ໃນ​ການ​ດຶງ​ດູດ​ທຶນ FDI. ບີ່​ງ​ເຢືອງ ຍັງ​ຍູ້​ແຮງ​ວຽກ​ງານສົ່ງ​ເສີມການ​ລົງທຶນ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຕະຫລາດ​ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຄື: ຍີ່​ປຸ່່ນ, ສ​ເກົາຫລີ.. ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ລະບົບ​ພື້ນຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄຫມ, ​ແຂວງ ບີ່​ງ​ເຢືອງ ບໍ່​ພຽງ​ແຕ່​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ບໍລິການ, ພັດທະນາ​ຕົວ​ເມືອງ ດ້ວຍ​ບັນດາ​ໂຄງການ​ໃຫຍ່​ຄື: ​ໂຄງການ​ຂອງ​ກຸ່ມ​ບໍລິສັດ Tokyu ດ້ວຍ​ຈຳນວນ​​ເງິນ​ລົງທຶນ 1,2 ຕື້ USD; ​ໂຄງການ​ຂອງກຸ່ມ​ບໍລິສັດ Dai Nippon Printing (DNP) ດ້ວຍ​ເງິນ​ລົງທຶນ 35 ລ້ານ USD; ​ໂຄງການ​ຂອງ​ບໍລິສັດ Biomin ຫວຽດນາມ ຈຳກັດ ດ​້ວຍ​ເງິນ​ລົງທຶນ 8 ລ້ານ USD. ປະຈຸ​ບັນ ຍີ່​ປຸ່ນ ​ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ສຸດ ຢູ່ ບີ່​ງ​ເຢືອງ ດ້ວຍ 167 ​ໂຄງການ, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 3,1 ຕື້ USD.​ ທ່ານ ຫງວຽນ​ວັນ​ຕວ່າ​ນ, ຮອງ​ປະທານ​ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

        “ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ເຂົ້າ​ຫວຽດນາມ, ກໍ່ສ້າງ​ໂຮງ​ຈັກ​ໂຮງງານ, ຮາກ​ຖານ​ການ​ຜະລິດ, ​ຍາມ​ໃດເຂົາ​ເຈົ້າກໍ​ພິຈາລະນາ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ລະບົບ​ອຳນາດການປົກຄອງ​, ຄົນ​ງານ​ຢູ່​ທ້ອງ​ຖິ່ນ​ຈະອຳນວຍຄວາມສະດວກໃຫ້ແກ່ເຂົາເຈົ້າ ຫລື​ບໍ່. ​ແລະ ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ສະດວກ, ​ເຂົາ​ເຈົ້າ​ຈຶ່ວ​ດຶງ​ດູດ​ນັກ​ລົງທຶນ​ອື່ນ​ມາລົງທຶນ​ຢູ່ ຫວຽດນາມ ຕື່ມ​ອີກ. ບັນດາ​ແຂວງ ຄື ບີ່​ງ​ເຢືອງ, ​ແຕ່​ດົນ​ນານ​ມາ​ແລ້ວ​​ໄດ້ມີ​ບົດຮຽນ​ໃນ​ການ​ດຶງ​ດູດ​ການລົງທຶນຂອງ​ຕ່າງປະ​ເທດ, ສະ​ນັ້ນ ຍີ່​ງມີ​ສິ່ງ​ສະດວກ​ເພື່ອ​ດຶງ​ດູດ​​ນັກ​ລົງທຶນ​ອື່ນຕື່ມ​ອີກ.”

ແຂວງ ບີ່ງເຢືອງ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ - ảnh 1
ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ
ພາບ:internet

        ​ໃນ​ຫລາຍ​ປີຜ່ານມາ, ​ແຂວງ ບີ່​ງ​ເຢືອງ ກໍ​ໄດ້​ສຸມ​ໃສ່​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ. ນີ້​ກໍ​​ແມ່ນ​ປັດ​ໄຈ​ເຮັດ​ໃຫ້​ແຂວງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ດຶງ​ດູດ​ທຶນ FDI. ມາ​ຮອດ​ປະຈຸ​ບັນ, ທົ່ວ​ແຂວງ ມີ​ເຂດ​ອຸດສາຫະກຳ 28 ​ແຫ່ງ ​ແລະ ​ເຕົ້າ​ໂຮມ​ໃນ​ເນື້ອ​ທີ່​ເກືອບ 9000 ​ເຮັກຕາ ທີ່​ໄດ້​ຮັບ​ການວາງ​​ແຜນ​ກຳນົດ​ຢ່າງ​ຄົບ​ຊຸດ, ​ເໝາະ​ສົມ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ FDI ​ເສີມ​ຂະຫຍາຍ​ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທ່າ​ອ່ຽງພັດທະນາ, ຮອດ​ປີ 2020 ​ແຂວງ ບີ່​ງ​ເຢືອງ ຈະ​ກາຍ​ເປັນ​ນະຄອນ​ຖືກ​ຈັດ​​ເຂົ້າ​ໃນ​ບັນດາ​ຊີ​ລາຍ​ຊື່​ນະຄອນ​ອັນ​ດັບ​ຫນຶ່ງ​ທີ່​ຂຶ້ນ​ກັບ​ສູນ​ກາງ, ສະ​ນັ້ນ ການພັດທະນາ​ເຂດ​ຕົວ​ເມືອງ​ພວມ​ໄດ້​ຮັບ​ການ​ຍູ້​ແຮງ​ ​ແລະ ພ້ອມ​ກັບ​ວິວັດ​ການ​ພັດທະນາ​ທັງ​ເຂດ​ອຸດສາຫະກຳ. ປະຈຸ​ບັນ ​ໂຄງການ​ຕົວ​ເມືອງໃຫມ່​ຢູ່ ​ແຂວງ​ບີ່​ງ​ເຢຶອງ ດ້ວຍ​ເນື້ອ​ທີ່ 1000 ​ເຮັກຕາ ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຈາກ​ບໍລິສັດ​ໃຫຍ່ Becamex ມາ​​ໄດ້ 2 ປີ​ແລ​້ວ. ຄຽງ​ຄູ່​ກັນ​ນັ້ນ ​ແຂວງ ບີ່​ງ​ເຢືອງ ພວມ​ພັດທະນາ​ບັນດາ​ໂຄງການ​ຄົ​ມມະ​ນາ​ຄົມ​ຂົນ​ສົ່​ງ​ເຊື່ອມ​ຕໍ່​ບັນດາ​ແຂວງ, ນະຄອນ. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ເສັ້ນທາງ ໝີ​ເຟືອ​ກ - ​ເຕີນ​ວ້ານ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 3.500 ຕື້ດົ່ງ ພວມ​ໄດ້​ຮັບ​ການ​ຍູ້​​ໄວ​ຄວາມ​ຄືບ​ຫນ້າ​ເພື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ​ຈະ​ມາ​ເຖິງ. ນີ້​ແມ່ນ​ເສັ້ນທາງ​ເຊື່ອມ​ຕໍ່​ເຂດ, ​ເປີດ​ກວ້າງ​ກາລະ​ໂອກາດ​ໃຫມ່​ໃນ​ການ​ດຶງ​ດູດ​ແຫ​ລ່ງທຶນ FDI ຢູ່  ​ບີ່​ງ​ເຢືອງ. ປະຈຸ​ບັນ ບີ່​ງ​ເຢືອງ ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງການ​ບໍລິການ​​ໃຫ້​ສົມບູນ​ແບບ, ​ການ​ຍົກ​ສູງ​ລະດັບ​ຄວາມ​ສາມາດແຫ​ລ່ງຊັບພະຍາກອນມະນຸດ, ​ເພື່ອ​ຈຸດປະສົງ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ນັກ​ລົງທຶນ​ທັງ​ໝົດ​ໃນ​ອະນາຄົດ. ທ່ານ ຫງວຽນ​ວັນ​ຮຸ່ງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ Becamex ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ໃຫມ່, ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ພັດທະນາ, ​​ແຂວງ ບີ່​ງ​ເຢືອງກໍ​ຄື​ບໍລິສັດ​ໃຫຍ່​ Becamex ​ໄດ້​ລົງທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ໃຫມ່​ເພື່ອ​ເຮັ​ດ​ໃຫ້ການ​ພັດທະນາ​ອຸດສາ​ຫະກຳ ຕ້ອງ​ກົມກຽວຕິດ​ພັນ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ໂຮງຮຽນ​ກາງ​ຊ່າງ, ​ມະຫາວິທະຍາ​ໄລ ​ເພື່ອ​ຍົກ​ສູງ​ແຫ​ລ່ງຊັບພະຍາກອນ​ມະນຸດ ຕອບ​ສະຫນອງ​ຄວາມ​ຕ້ອງການ​ລົງທຶນ.”

ແຂວງ ບີ່ງເຢືອງ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ - ảnh 2
ພິທີວາງສີລາລືກກໍ່ສ້າງໂຄງການຕົວເມືອງ Tokyu
ພາບ: internet

        ​ໃນ​ວິວັດ​ການ​ດຶງ​ດູດ​ເງິນ​ລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ, ຍາມ​ໃດ ການ​ນຳ​ແຂວງ ບີ່​ງ​ເຢືອງ ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່, ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​​ໃນ​ວິວັດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຜັນ​ຂະຫຍາຍ​ໂຄງການ​ລົງທຶນ. ພ້ອມ​ກັບ​ການ​ໃຫ້​ບຸລິມະສິດ​ລົງທຶນ​ກໍ່ສ້າງ​ບັນດ​າ​ເຂດ​ອຸດສາຫະກຳ ​​ຈຸດ​ສ​ຸມ, ​ການ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ​ເລືອກ​ເຟັ້ນ​ໂຄງການ​ບໍ່​ກໍ່ມົນ​ລະ​ພິດ​​ສິ່ງ​ແວດ​ລ້ອມ ​ໄດ້​ປະກອບສ່ວນ​ສ້າງ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ການ​ດຶງ​ດູດ​ທຶນ FDI ຢູ່ ​ແຂວງ ບີ່​ງ​ເຢືອງ

ຕອບກັບ

ຂ່າວ/ບົດ​ອື່ນ