ແຂວງ ຮຶງອຽນ ບົນເສັ້ນທາງກາຍເປັນທ້ອງຖິ່ນຫັນເປັນດີຈິຕອນ

(VOVWORLD) - ແຂວງ ຮຶງອຽນ ກຳນົດວ່າ ການຫັນເປັນດີຈິຕອນ ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມ ຍ້ອນວ່າ ນີ້ແມ່ນທ່າອ່ຽງພັດທະນາທີ່ແນ່ນອນ. ຮຶງອຽນ ພວມຄົ້ນຄ້ວາການສ້າງໂຄງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງແຜນຮ່າງຫັນເປັນດີຈິຕອນ.

ແຂວງ ຮຶງອຽນ ບົນເສັ້ນທາງກາຍເປັນທ້ອງຖິ່ນຫັນເປັນດີຈິຕອນ - ảnh 1ພາບປະກອບ: baochinhphu.vn

  ຮຶງອຽນ ພວມສ້າງແຜນຮ່າງຫັນເປັນດີຈິຕອນ ໄລຍະ 2021 – 2025 ແລະ ວິໄສທັດຮອດປີ 2030 ດ້ວຍເປົ້າໝາຍກາຍເປັນແຂວງ ຫັນເປັນດີຈິຕອນແບບຢ່າງ. ຄະນະກຳມະການປະຊາຊົນແຂວງ ຮຶງອຽນ ໄດ້ມອບໃຫ້ພະແນກຖະແຫລງຂ່າວ ແລະ ສື່ສານ ເປັນອົງການຮັບຜິດຊອບເພື່ອຜັນຂະຫຍາຍການຫັນເປັນດີຈິຕອນໃຫ້ແຂວງ. ຕາມທ່ານ ບູ່ຍວັນຊີ໋ ຫົວຫນ້າພະແນກ ຖະແຫລງຂ່າວ ແລະ ສື່ສານ ຮຶງອຽນ ແລ້ວ, ໂຄງການຫັນເປັນດີຈິຕອນຂອງແຂວງ ແມ່ນແບ່ງເປັນແຕ່ລະໄລຍະ: ຮອດປີ 2025, ປີ 2030 ໂດຍອີງໃສ່ຍຸດທະສາດຫັນເປັນດີຈິຕອນແຫ່ງຊາດ.

ໃນນັ້ນ ແຂວງ ຮຶງອຽນ ວາງຄາດໝາຍຈຸດສຸມເພື່ອດຳເນີນການຫັນເປັນດີຈິຕອນຖານຂໍ້ມູນດ້ານຊັບພະຍາກອນສິ່ງແວດລ້ອມ. ຄຽງຄູ່ກັນນັ້ນ ແມ່ນສຸມໃສ່ປະຕິບັດສຳເລັດຖານຂໍ້ມູນກ່ຽວກັບພົນລະເມືອງ ແລະ ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອພັດທະນາບັນດາຜະລິດຕະພັນຈຸດສຸມຕາມໂຄງການແຫ່ງຊາດ, ໃນນັ້ນ ຫນຶ່ງຕາແສງຈະມີຫນຶ່ງຜະລິດຕະພັນພິເສດສະເພາະ.

ໃນຂົງເຂດວິສາຫະກິດດີຈິຕອນ, ຮຶງອຽນ ສຸມໃສ່ພັດທະນາກຸ່ມວິສາຫະກິດ Stard up ໃຫ້ຄຳປຶກສາ, ໝູນໃຊ້ເຕັກໂນໂລຊີເພື່ອນຳເຕັກໂນໂລຊີເຂົ້າປະຕິບັດໃນຊີວິດຕົວຈິງ. ທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານ ຕັດຫຍິບ ຮຶງອຽນ ໃຫ້ຂໍ້ສັງເກດວ່າ:

“ນີ້ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ສາມາດຫລຸດບາດກ້າວເຊື່ອມໂຍງກັບໂລກໃຫ້ສັ້ນລົງກໍ່ຄືເຊື່ອມຕໍ່ນຳກັນ. ພວກຂ້າພະເຈົ້າຈະພ້ອມກັບບັນດາວິສາຫະກິດ, ບໍລິສັດໃຫ້ຄຳປຶກສາ ຊ່ວຍໃຫ້ວິສາຫະກິດມີຄວາມຮູ້, ວິຊາສະເພາະ ແລະ ກ້າວໄປເຖິງການຄ້າເອເລັກໂຕນິກເທື່ອລະກ້າວ ແລະ ອີກສ່ວນຫນຶ່ງເພື່ອໃຫ້ພື້ນຖານເສດຖະກິດ ຫວຽດນາມ, ບັນດາວິສາຫະກິດເວົ້າສະເພາະມີການເຊື່ອມໂຍງ”

ແຂວງ ຮຶງອຽນ ບົນເສັ້ນທາງກາຍເປັນທ້ອງຖິ່ນຫັນເປັນດີຈິຕອນ - ảnh 2ທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານ ຕັດຫຍິບ ຮຶງອຽນ. (ພາບ:vinatex.com.vn)

ແຂວງ ຮຶງອຽນ ກຳນົດ 3 ເສົາຄ້ຳໃນໂຄງການຫັນເປັນດີຈິຕອນ ນັ້ນແມ່ນພັດທະນາອຳນາດການປົກຄອງດີຈິຕອນຕິດພັນກັບຕົວເມືອງອັດສະລິຍະ, ພັດທະນາເສດຖະກິດດີຈິຕອນຕິດພັນກັບວິສາຫະກິດດີຈິຕອນ ແລະ ພັດທະນາສັງຄົມຕິດພັນກັບການບຳລຸງສ້າງທັກສະດີຈິຕອນໃຫ້ແກ່ປະຊາຊົນ. ທ່ານ ຫງວຽນຢູຍຮຶງ ຮອງເລຂາຄະນະພັກແຂວງ ຢັ້ງຢືນວ່າ:

“ເປົ້າໝາຍຂອງ ຮຶງອຽນ ດ້ວຍວິໄສທັດ 10 ປີແຫ່ງການສ້າງສາ ຮຶງອຽນ ໃຫ້ຮັ່ງມີສວຍງາມສີວິໄລ, ມີອຸດສາຫະກຳນອນໃນກຸ່ມພັດທະນາຢ່າງແຮງຂອງທົ່ວປະເທດ, ໃນກຸ່ມມີລາຍຮັບສະເລ່ຍຕໍ່ຫົວຄົນແມ່ນນອນໃນກຸ່ມພັດທະນາທີ່ສຸດຂອງທົ່ວປະເທດ. ພວກຂ້າພະເຈົ້າຕັດສິນໃຈສ້າງເຂດຊົນນະບົດໃໝ່ແບບຢ່າງ, ສູ້ຊົນນຳຮຶງອຽນ ໃຫ້ບັນລຸໄດ້ບັນດາມາດຖານຂອງນະຄອນຂຶ້ນກັບສູນກາງ.”

ດ້ວຍເປົ້າໝາຍຍຸດທະສາດກ່ຽວກັບການຫັນເປັນດີຈິຕອນ ໄລຍະ 2021-2025, ເດືອນກໍລະກົດປີ 2021, ຄະນະກຳມະການປະຊາຊົນແຂວງ ແລະ ກຸ່ມບໍລິສັດອຸດສາຫະກຳ ໂທລະຄົມມະນາຄົມກອງທັບ Viettel ໄດ້ຕົກລົງຮ່ວມມືກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງພື້ນຖານຕົວເມືອງອັດສະລິຍະ, ຫນູນຊ່ວຍແຜນຮ່າງຫັນເປັນດີຈິຕອນ, ຮ່ວມມືພັດທະນາແຫລ່ງຊັບພະຍາກອນມະນຸດ, ຮ່ວມມືຮອບດ້ານ, ຫນູນຊ່ວຍແຂວງ ຮຶງອຽນໃນການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ເຄືອຂ່າຍອິນເຕີເນັດ.

ນອກນັ້ນ ເລື່ອງພັດທະນາ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນບັນດາຂົງເຂດຂໍ້ມູນຂ່າວສານ ແລະ ສື່ສານ, ການສຶກສາ ບຳລຸງສ້າງ, ກະສິກຳ ແລະ ພັດທະນາຊົນນະບົດຢູ່ບໍລິເວນແຂວງ ຮຶງອຽນ ພິເສດ ເມື່ອເກີດໂລກລະບາດໂຄວິດ 19 ໄດ້ສະແດງໃຫ້ເຫັນລັກສະນະຄວາມເປັນໄປຂອງບັນດາເປົ້າໝາຍຫັນເປັນດີຈິຕອນ.

ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຮຶງອຽນ ອາຍຸການ 2020 – 2025 ໄດ້ວາງອອກບັນດາມາດຕະການ, ແຜນນະໂຍບາຍໃຫຍ່, ລົງທຶນກ່ຽວກັບມະນຸດ, ພື້ນຖານດ້ານວັດຖຸໃຫ້ແກ່ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ດ້ວຍ 3 ເສົາຄ້ຳ. ດ້ວຍວິວັດການ ແລະ ບາດກ້າວເດີນລະອຽດ, ການຫັນເປັນດີຈິຕອນຈະສ້າງທ່ວງທ່າຊ່ວຍແຂວງ ຮຶງອຽນ ກຳແຫ້ນບັນດາກາລະໂອກາດໃຫມ່, ຂຸດຄົ້ນສະພາບແວດລ້ອມດີຈິຕອນ, ເປີດປະຕູກວ້າງອອກເພື່ອໃຫ້ ຮຶງອຽນ ເຊື່ອມໂຍງເຂົ້າກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ