ແຂວງ ຮ່ວາບິ່ງ: ພັດທະນາການທ່ອງທ່ຽວຕາມທິດຍືນຍົງ

(VOVWORLD) - ຮ່ວາບິ່ງ ແມ່ນແຂວງພູດອຍທາງທິດຕາເວັນຕົກສ່ຽງເຫນືອ, ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວຄື: ທິວທັດທຳມະຊາດທີ່ສວຍງາມ, ໃຫຍ່ໂຕມະໂຫຖານ ດ້ວຍຖ້ຳຫລາຍແຫ່ງ ພ້ອມກັບເຂດອະນຸລັກຮັກສາທຳມະຊາດຫລາກຫລາຍປະເພດ, ອຸດົມສົມບູນດ້ານລະບົບນິເວດ ແລະ ສັດປ່າ, ພືດ... ພ້ອມນັ້ນ ແມ່ນສີສັນວັດທະນະທຳທີ່ເປັນເອກະລັກ, ແມ່ນບ່ອນດຳລົງຊີວິດຂອງບັນດາເຜົ່າສ່ວນຫນ້ອຍຄື: ເມື່ອງ, ຜູ້ໄທ, ໄຕ່, ຢ້າວ, ມົ້ງ. ໂດຍອີງໃສ່ບັນດາທ່າໄດ້ປຽບນັ້ນ, ພາຍຫລັງ 3 ປີແຫ່ງການປະຕິບັດແຜນຮ່າງກ່ຽວກັບການພັດທະນາການບໍລິການ, ການທ່ອງທ່ຽວແຂວງ ຮ່ວາບິ່ງ (ໄລຍະ 2021 2025), ຂະແຫນງທ່ອງທ່ຽວທ້ອງຖິ່ນ ໄດ້ຫັນປ່ຽນອົງປະກອບຕາມທິດເປັນມືອາຊີບ ແລະ ທັນສະໄຫມ.

ແຂວງ ຮ່ວາບິ່ງ: ພັດທະນາການທ່ອງທ່ຽວຕາມທິດຍືນຍົງ - ảnh 1Homestayຂອງຄອບຄົວ ເອື້ອຍ ເລື່ອງທິຖາວ, ຢູ່ ຕາແສງ ຮ່ຽນເລືອງ . ພາບ:VOV

ໃນໄລຍະກວ່າ 10 ປີມານີ້, ໂດຍຍາດແຍ່ງທ່າແຮງຂອງທ້ອງຖິ່ນ, ຄອບຄົວ ລຸງ ດິງຍືເຮວ ຢູ່ ຕາແສງ ຮ່ຽນເລືອງ, ເມືອງ ດ່າບັກ ໄດ້ເລີ່ມຕົ້ນເປີດບໍລິການ homestay ເພື່ອຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ໂດຍໄດ້ຮັບການຫນູນຊ່ວຍຈາກລັດໃນການກູ້ຢຶມທຶນບຸລິມະສິດ, ຄອບຄົວລຸງໄດ້ປັບປຸງ, ສ້ອມແປງເຮືອນຊານ, ກໍ່ສ້າງຫ້ອງພັກອີກຫລາຍຫ້ອງເພື່ອຮັບໃຊ້ແຂກມາພັກຜ່ອນ.

 “ເມື່ອໄດ້ກູ້ຢຶມທຶນບຸລິມະສິດ ພວກຂ້າພະເຈົ້າກໍ່ຂະຫຍາຍອີກຫລາຍຫ້ອງພັກ ແລະ ຕ້ອນຮັບນັກທ່ອງທ່ຽວສ່ວນຫລາຍແມ່ນໃນວັນເສົາ, ວັນອາທິດ. ລາຍຮັບສະເລ່ຍແຕ່ລະເດືອນແມ່ນປະມານ 30-40 ລ້ານດົ່ງ. ເບິ່ງລວມແລ້ວ, ເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນເຮັດບໍລິການທ່ອງທ່ຽວຊຸມຊົນ ລາຍຮັບປະຈຸບັນແມ່ນສູງກວ່າຫລາຍ”.

ປະຈຸບັນ ຢູ່ ຕາແສງ ຮ່ຽນເລືອງ ເມືອງ ດ່າບັກ, ມີຫລາຍຄອບຄົວກໍ່ເດີນຕາມຄອບຄົວລຸງ ດິງຍືເຮວ ເພື່ອເປີດບໍລິການທ່ອງທ່ຽວຊຸມຊົນ. ເອື້ອຍ ເລື່ອງທິຖາວ, ຢູ່ ຕາແສງ ຮ່ຽນເລືອງ ໃຫ້ຮູ້ວ່າ:

“ເມື່ອເລີ່ມຕົ້ນເຮັດບໍລິການທ່ອງທ່ຽວ, ພວກຂ້າພະເຈົ້າກໍ່ໄດ້ຮັບການຫນູນຊ່ວຍຈາກໂຄງການ AOP (ໂຄງການພັດທະນາການທ່ອງທ່ຽວຊຸມຊົນຂອງອົງການບໍ່ຂຶ້ນກັບລັດຖະບານ ອົດສະຕາລີ) ໃຫ້ກູ້ຢຶມທຶນ 4.000 USD, ໄດ້ຮັບການຝຶກອົບຮົມເພື່ອເຮັດບໍລິການທ່ອງທ່ຽວຊຸມຊົນ. ເຂົາເຈົ້າສອນວິທີອະນາໄມເຮືອນຊານເພື່ອຕ້ອນຮັບແຂກ, ແຕ່ງກິນເພື່ອຮັບໃຊ້ແຂກມາຢູ່ ແລະ ພັດທະນາການທ່ອງທ່ຽວ”.

  ມາຮອດປະຈຸບັນ, ແຂວງ ຮ່ວາບິ່ງ ກໍ່ສ້າງໄດ້ກວ່າ 10 ບ້ານທ່ອງທ່ຽວຊຸມຊົນຂອງຊາວເຜົ່າ ເມື່ອງ, ເຜົ່າມົ້ງ ຢູ່ ເມືອງ ດ່າບັກ, ມາຍເຈົາ, ເຕີນລາກ, ດຶງດູດແຂກທ່ອງທ່ຽວໄດ້ຫລາຍໆຄົນມາຢ້ຽມຢາມ. ທ່ານ ດິງວັນກວັກ, ຮອງປະທານ ແນວໂຮມປະເທດຊາດ ຕາແສງ ຮ່ຽນເລືອງ ເມືອງ ດ່າບັກ ໃຫ້ຮູ້ວ່າ:

 “ນັບແຕ່ເມື່ອເຮັດບໍລິການທ່ອງທ່ຽວ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ມີການປ່ຽນແປງ, ປະຊາຊົນກໍ່ໄດ້ຍົກສູງສະຕິໃນການປົກປັກຮັກສາທິວທັດທຳມະຊາດ ສິ່ງແວດລ້ອມຂຶ້ນກວ່າອີກ. ຕາແສງ ຮ່ຽນເລືອງ ບັນລຸມາດຖານຊົນນະບົດໃຫມ່ໄວກວ່າແຜນການທີ່ວາງອອກ, ປະຈຸບັນ ພວມກໍ່ສ້າງຊົນນະບົດໃຫມ່ແບບມາດຖານສູງກວ່າ. ຫນ້າທີ່ນີ້ໂດຍພໍ່ແມ່ປະຊາຊົນປະຕິບັດຢ່າງເຂັ້ມງວດ, ເສັ້ນທາງໄປມາໃນຄຸ້ມບ້ານແມ່ນມີຄວາມສະອາດກວ່າ, ການເກັບຂີ້ເຫຍື້ອກໍ່ໄດ້ປະຕິບັດເປັນປະຈຳ”.

ແຂວງ ຮ່ວາບິ່ງ: ພັດທະນາການທ່ອງທ່ຽວຕາມທິດຍືນຍົງ - ảnh 2ການລ້ຽງປາ ສົມທົບກັບການເຮັດບໍລິການທ່ອງທ່ຽວ ຢູ່ ຫນອງໄຟຟ້ານ້ຳຕົກ ຮ່ວາບິ່ງ. ພາບ:VOV

ປະຈຸບັນ ແຂວງ ຮ່ວາບິ່ງ ພວມສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຮຽກຮ້ອງ ດຶງດູດນັກລົງທຶນໃຫຍ່ ເພື່ອພັດທະນາການທ່ອງທ່ຽວຕາມທິດຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ບຸ່ຍຊວນເຈື່ອງ, ຮອງຫົວຫນ້າ ພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວແຂວງ ຮ່ວາບິ່ງ ຢືນຢັນ:

“ໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະສຸມໃສ່ພັດທະນາຫລາຍຮູບແບບການທ່ອງທ່ຽວຊີວະພາບ ພັກຜ່ອນບຳລຸງສຸຂະພາບ, ການທ່ອງທ່ຽວຊຸມຊົນ, ວັດທະນະທຳ, ກິລາ. ພ້ອມທັງ ເປີດກວ້າງບັນດາຮູບແບບກິລາທີ່ເປັນມູນເຊື້ອຂອງຊາວເຜົ່າສ່ວນຫນ້ອຍ ກໍຄືຈັດຕັ້ງການແຂ່ງຂັນລົດຖີບ, ກອັບ ທີ່ມີລະດັບພາກພື້ນ ແລະ ສາກົນ, ພັດທະນາກິລາ Parasailling ເພື່ອແນໃສ່ເພີ່ມກຳລັງແກ້ງແຍ້ງຜະລິດຕະພັນທ່ອງທ່ຽວຂອງແຂວງ ຮ່ວາບິ່ງ ກັບບັນດາແຂວງ ອື່ນ”.

ຍ້ອນມີການກຳນົດທິດ ແລະ ພັດທະນາການທ່ອງທ່ຽວຕາມທິດຍືນຍົງເປັນຢ່າງດີ, ໃນ 6 ເດືອນຕົ້ນປີ 2024, ຮ່ວາບິ່ງ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 2,6 ລ້ານເທື່ອຄົນ (ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ໃນນັ້ນ ນັກທ່ອງທ່ຽວສາກົນ ຄາດວ່າ ບັນລຸ 260.000 ເທື່ອຄົນ. ແຂວງ ວາງຄາດໝາຍສູ້ຊົນຮອດປີ 2025 ດຶງດູດນັກທ່ອງທ່ຽວ 4,9 ລ້ານເທື່ອຄົນ. ຮອດປີ 2030 ຈະປັບປຸງສຳເລັດພື້ນຖານໂຄງລ່າງ ເພື່ອແນໃສ່ຍົກສູງເຄື່ອງໝາຍການທ່ອງທ່ຽວຂອງແຂວງ, ດຶງດູດ 7,3 ລ້ານເທື່ອຄົນ, ນຳການທ່ອງທ່ຽວກາຍເປັນຂະແຫນງເສດຖະກິດປາຍແຫລມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ