ແຂວງ ເລີມດົ່ງ ກະຕຸ້ນດ້ານການທ່ອງທ່ຽວ

(VOVWORLD) - ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ນະຄອນ ດາລາດ ແຂວງ ເລີມດົ່ງ ໃນເດືອນ ສິງຫາ ແລະ ກັນຍາປີ 2020 ບັນລຸກວ່າ  300.000 ເທື່ອຄົນ, ຫລຸດລົງກວ່າ 60% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ນັກທ່ອງທ່ຽວສາກົນຫລຸດລົງ 90%. ປະຈຸບັນ ບັນດາວິສາຫະກິດ ທ່ອງທ່ຽວ ແຂວງ ເລີມດົ່ງ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ.

ແຂວງ ເລີມດົ່ງ ກະຕຸ້ນດ້ານການທ່ອງທ່ຽວ - ảnh 1ຮ່ອມພູແຫ່ງຄວາມຮັກ

“ຮ່ອມພູແຫ່ງຄວາມຮັກ” ແມ່ນຫນຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນ ດາລາດ, ແຕ່ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ສະນັ້ນ ຈຳນວນນັກທ່ອງທ່ຽວມານີ້ແມ່ນຫລຸດລົງຫລາຍພໍສົມຄວນ, ເລື່ອງດຳເນີນທຸລະກິດຂອງບໍລິສັດ ກໍປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ທ່ານ ຫງວຽນວັນລອງ, ຜູ້ອຳນວຍການບໍລິສັດທ່ອງທ່ຽວ ຮ່ອມພູແຫ່ງຄວາມຮັກ ໃຫ້ຮູ້ວ່າ: ເພື່ອດຶງດູດນັກທ່ອງທ່ຽວກັບຄືນມາ, ທາງບໍລິສັດ ທັງເພີ່ມທະວີຫລັກອະນາໄມຄວາມປອດໄພໃນການປ້ອງກັນສະກັດກັ້ນໂລກລະບາດ, ຍົກສູງຄຸນນະພາບການບໍລິການ ພ້ອມທັງຫລຸດລາຄານຳອີກ.

 ປະຈຸບັນ ພວກຂ້າພະເຈົ້າພວມເອົາໃຈໃສ່ເຖິງຕະຫລາດພາຍໃນປະເທດ, ພວກຂ້າພະເຈົ້າໄດ້ຈັດຕັ້ງບໍລິການຮັບສົ່ງ, ຮັບໃຊ້ນັກທ່ອງທ່ຽວ. ວຽກງານປ້ອງກັນສະກັດກັ້ນໂລກລະບາດ ກໍ່ໄດ້ເອົາໃຈໃສ່ເປັນພິເສດເພື່ອໃຫ້ນັກທ່ອງທ່ຽວຮູ້ສຶກສະບາຍ ແລະ ມີຄວາມປອດໄພເມື່ອມາທ່ຽວຢູ່ທີ່ນີ້.”

ບັນດາສະຖານທີ່ທ່ອງທ່ຽວຂະຫນາດໃຫຍ່ ບໍ່ມີນັກທ່ອງທ່ຽວມາຢ້ຽມຢາມ, ບັນດາຮາກຖານພັກເຊົາກໍ່ບໍ່ມີຄົນມາ. ທ່ານ ຟ້າມຮ່ວາຍແທງ, ເຈົ້າຂອງໂຮງແຮມຢູ່ ຖະຫນົນ ບຸ່ຍທິຊວນ ນະຄອນ ດາລາດ ໃຫ້ຮູ້ວ່າ: ປະຈຸບັນ ນັກທ່ອງທ່ຽວມາ ດາລາດ ສ່ວນຫລາຍແມ່ນ ໄປແບບຄອບຄົວ ແລະ ພວກຊາວຫນຸ່ມໄປທ່ຽວດ້ວຍລົດຈັກ. ສ່ວນຈຳນວນນັກທ່ອງທ່ຽວໂດຍບັນດາວິສາຫະກິດທ່ອງທ່ຽວຈັດຕັ້ງ ເກືອບຄືວ່າບໍ່ມີ. ໂຮງແຮມຂ້າພະເຈົ້າກໍ່ໄດ້ຫລຸດຄ່າເຊົ່າຫ້ອງນອນແຕ່ 10 – 30% ເພື່ອດຶງດູດນັກທ່ອງທ່ຽວ.

ແຂວງ ເລີມດົ່ງ ກະຕຸ້ນດ້ານການທ່ອງທ່ຽວ - ảnh 2 ສວນອຸທະຍານ ດາລາດ  ໃນຊ່ວງເວລາຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19

ພາບ:infonet.vietnamnet.vn.

 ຕາມການສະຖິຕິຂອງຂະແຫນງທ່ອງທ່ຽວແຂວງ ເລີມດົ່ງ ແລ້ວ, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ມີ 180 ວິສາຫະກິດ ແລະ ເກືອບ 660 ຄອບຄົວດຳເນີນທຸລະກິດຂະແຫນງທ່ອງທ່ຽວ ຕ້ອງຢຸດຕິການເຄື່ອນໄຫວຊົ່ວຄາວແຕ່ 2 ເດືອນຂຶ້ນໄປ. ມີແຮງງານ ກວ່າ 4000 ຄົນ ເຮັດວຽກຢູ່ບັນດາຮາກຖານບໍລິການທ່ອງທ່ຽວຕ້ອງຢຸດງານບໍ່ໄດ້ຮັບເງິນເດືອນ ຫລື ຫລຸດເວລາເຮັດວຽກ ແລະ ເງິນເດືອນກໍຫລຸດລົງ.

 ທ່ານນາງ ຫງວຽນທິບິກງອກ ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງເລີມດົ່ງ ໃຫ້ຮູ້ວ່າ: ຂະແຫນງທ່ອງທ່ຽວ ໄດ້ສົ່ງເອກະສານສະເຫນີແຂວງ ຈົ່ງມີແຜນການຍົກເວັ້ນ, ຫລຸດຜ່ອນອັດຕາດອກເບັ້ຍເງິນກູ້, ຫນີ້ທວງຍາກ ແລະ ຕໍ່ກຳນົດເວລາເກັບຫນີ້, ໝູນໃຊ້ລະດັບລາຄາໄຟຟ້າຕາມລາຄາໄຟຟ້າຜະລິດໃຫ້ແກ່ບັນດາຮາກຖານດຳເນີນທຸລະກິດຮ້ານອາຫານ, ບໍລິການທ່ອງທ່ຽວ ແທນໃຫ້ລະດັບລາຄາ ບໍລິການໄຟຟ້າສຳລັບການດຳເນີນທຸລະກິດ.

ພາຍຫລັງໂລກລະບາດໂຄວິດລະບາດ 2 ຮອບ ໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງແຫລ່ງລາຍຮັບ ຈາກຂະແຫນງທ່ອງທ່ຽວ ຊື່ງແມ່ນຂະແຫນງໄດ້ຮັບຖືວ່າແມ່ນທ່າແຮງ, ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດທ່ອງທ່ຽວຢູ່ບໍລິເວນແຂວງ ເລີມດົ່ງ ໄດ້ສ້າງບັນດາມາດຕະການເພື່ອຊຸກຍູ້ຕະຫລາດທ່ອງທ່ຽວພາຍໃນປະເທດ, ແກ້ງແຍ່ງກັບບັນດາສະຖານທ່ີທ່ອງທ່ຽວໃນທົ່ວປະເທດ. ພິເສດ ບັນດາວິສາຫະກິດທ່ອງທ່ຽວເປັນເອກະພາບເລື່ອງຫລຸດລາຄາບໍລິການ ແຕ່ 30 – 60% ແລະ ວາງອອກບັນດາຜະລິດຕະພັນໃຫມ່ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມແຂວງ ເລີມດົ່ງ.

 ທ່ານ ເລຕັງຈ້ອງເຫງ໋ຍ, ຜູ້ອຳນວຍການ ບໍລິສັດ Vietravel ດາລາດ ຢືນຢັນ:                ເຂົ້າຮ່ວມບ້ວງກະຕຸ້ນດ້ານການທ່ອງທ່ຽວ, ວິສາຫະກິດໃຫ້ຄຳໝັ້ນສັນຍາ ຮັບປະກັນນັກທ່ອງທ່ຽວຈະໄດ້ຊົມໃຊ້ການບໍລິການທີ່ປອດໄພ ແລະ ດູດດື່ມ.

ເຂົ້າຮ່ວມລາຍການກະຕຸ້ນດ້ານການທ່ອງທ່ຽວນີ້ ຊ່ວຍໃຫ້ພວກຂ້າພະເຈົ້າໂຄສະນາໃຫ້ບັນດາວິສາຫະກິດກໍ່ຄືນັກທ່ອງທ່ຽວທີ່ສົນໃຈເຖິງການທ່ອງທ່ຽວ ດາລາດ ກໍ່ຄືນຳມາໃຫ້ ນັກທ່ອງທ່ຽວ ຢູ່ ດາລາດ ໄດ້ຊົມໃຊ້ບັນດາບໍລິການທ່ອງທ່ຽວ ຊື່ງເຂົາເຈົ້າຍັງບໍ່ທັນໄດ້ຊົມໃຊ້.”

ທ່ານ ຟານວັນດາ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເລີມດົ່ງ ຢັ້ງຢືນວ່າ, ການທ່ອງທ່ຽວ ແມ່ນຂະແໜງການເສດຖະກິດປາຍແຫຼມຂອງແຂວງ. ເລີມດົ່ງ ຍັງຄົງແມ່ນສະຖານທີ່ທ່ອງທ່ຽວປອດໄພ. ເພາະສະນັ້ນ ບັນດາວິສາຫະກິດປະຕິບັດລາຍການກະຕຸ້ນຕ້ອງມີວິທີເຮັດທີ່ແຕກຕ່າງກັນຢ່າງແທ້ຈິງ, ຫຼຸດລາຄາບໍ່ແມ່ນຄຸນນະພາບກໍ່ຫຼຸດລົງໄປຕາມ

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ເຂົ້າຮ່ວມບ້ວງກະຕຸ້ນວິສາຫະກິດໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ນັກທ່ອງທ່ຽວໄດ້ຊົມໃຊ້ບັນດາການບໍລິການຢ່າງປອດໄພ ແລະ ດູດດື້ມ. ເຂົ້າຮ່ວມລາຍການກະຕຸ້ນນີ້ໄດ້ຊ່ວຍບັນດາວິສາຫະກິດໂຄສະນາບັນດາການເຄື່ອນໄຫວຂອງຕົນໃຫ້ບັນດານັກທ່ອງທ່ຽວສົນໃຈເຖິງການທ່ອງທ່ຽວຂອງ ດ່າລາດ. ກໍ່ຄືນຳມາເຊິ່ງບັນດາບໍລິການທີ່ນັກທ່ອງທ່ຽວຍັງບໍ່ທັນໄດ້ຊົມໃຊ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ