ແຂວງດົ່ງນາຍ,ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດ

(vovworld) - ປີ 2015 ຜ່ານ​ມາ, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່​ຕາມ, ​ແຕ່​ແຂວງ​ດົ່ງ​ນາຍ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິ​ນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ດ້ວຍ​ຈຳນວນ​​ເງິນ​ເກືອບ 2,4 ຕື້ USD, ​ເພີ່ມ​ຂຶ້ນ​ 2,5 ​​ເທົ່າ​ເມື່ອ​ທຽບ​ໃສ່​ແຜນການ​​ທີ່ໄດ້​ວາງ​ອອກ. ບັນດາ​ຜົນງານ​ບັນລຸ​ໄດ້ພ້ອມ​ກັບ​ເລື່ອງ​ສື​ບຕໍ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ​, ​ເພີ່ມ​ທະວີ​ການ​ປະຕິ​ຮູບດ້ານ​ບໍລິຫານ​ໄດ້ ​ແລະ ພວມ​ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ແຂວງ ດົ່ງ​ນາຍ ຍູ້​ແຮງ​ການ​ດຶງ​ດູດ​ທຶນ FDI ​ໃນ​ປີ 2016 ນີ້. ບົດ​ຂຽນ “​ແຂວງ​ດົ່ງ​ນາຍ, ຈຸດ​ພົ້ນເດັ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ” ຂອງ​ເລ້​ຮັ່ງ, ນັກ​ຂ່າວ VOV.

ແຂວງດົ່ງນາຍ,ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດ - ảnh 1
ປະຈຸບັນ, ແຂວງດົ່ງນາຍ,ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນ
ຈາກຕ່າງປະເທດ

        ​ໄລ່​ຮອດ​ປະຈຸ​ບັນ, ​ແຂວງ ດົ່ງ​ນາຍ ມີ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) ​ເກືອບ 1.600 ​ໂຄງການ, ດ້ວຍ​ຍອດ​ເງິນ​ລົງທຶນ​ເກືອບ 24 ຕື້ USD (ນັບ​ແຕ່​ເມື່ອ​ແຂວງ ດົ່ງ​ນາຍ ​ເລີ່​ມດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ). ສະ​ເພາະ​ໃນ​ປີ 2015, ​ແຂວງ ດົ່ງ​ນາຍ​​ມີໂຄງການ FDI ທີ່ຈົດ​ທະບຽນ​ໃໝ່ ​ແລະ ປັບປຸງ​ເພີ່ມ​ເງິນ​ລົງ​ທຶນ​ແມ່ນ 186 ​ໂຄງການ, ​ໃນ​ນັ້ນ​ມີ​ໂຄງການ​ຈົດ​ທະບຽນ​ໃໝ່ 100 ​ໂຄງການ​ດ້ວຍ​ຍອດ​ເງິນ​ຈົດ​ທະບຽນ​ແມ່ນ​ກ່ວາ 1 ຕື້ 750 ລ້ານ USD. ຈຸ​ດ​ພົ້ນ​ເດັ່ນ​ແມ່ນ​ບັນດາ​ໂຄງການ​ນີ້​ລ້ວນ​ແຕ່​ຂຶ້ນ​ກັບ​ກຸ່ມ, ຂະ​ແໜງ​ອາຊີບ​ທີ່ໄດ້​ຮັບ​ບຸລິມະ​ສິດ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ແຂວງ​ຄື: ​ເຕັກ​ໂນ​ໂລ​ຢີສູງ, ​ອຸດສາຫະກຳ​ສຳຮອງ, ຜະລິດ​ວັດ​ສະດຸ​ໃໝ່… ບັນດາ​ນັກ​ລົງທຶນ​ເຂົ້າ​ແຂວງ ດົ່ງ​ນາຍ ທີ່​ມາ​ຈາກ 40 ປະ​ເທດ ​ແລະ ​ເຂດ​ແຄ​້ວນ, ​ໃນ​ນັ້ນນຳ​ໜ້າ​ແມ່ນ: ຍີ່ປຸ່ນ, ສ. ​ເກົາຫຼີ, ​ໄຕ​ຫວັນ. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ, ການ​ນຳ​ແຂວງ ດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ຄະນະ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄະນະ. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ ​ແລ​ະ ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ທ່ານ ມາຍ​ວັນ​ເຍີນ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ດົ່ງ​ນາຍ, ຖື​ວ່າ:

        “ການປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດເພື​ື່ອ​ໃຫ້​ວິ​ສາ​ຫະກິດ​ຕັດສິນ​ໃຈ​ລົງທຶນ ​ແລະ ​ເປີດ​ກ້ວາງ​ການ​ຜະລິ​ດຫຼື​ບໍ່. ຍາ​ມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່ຍົກ​ສູງ​ຄຳ​ຂວັນ​ທີ່​ວ່າປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ຮັບ​ໃຊ້​ວິ​ສາ​ຫະກິດ​ເປັນ​ຢ່າງ​ດີ. ສາມາດ​ຫລຸດ​ຜ່ອນ​​ໃຫ້​ວິ​ສາ​ຫະກິດ​​ໄດ້​ພວກ​ຂ້າພະ​ເຈົ້າຈະ​ພິຈາລະນາ, ສະ​ເໜີ​ຕໍ່​ສູນ​ກາງ. ​ເວລາ​ແກ້​ໄຂ​ລະບຽບການ​ບໍລິຫານ​ຂອງ​ພວກ​ຂ້າພະ​ເຈົ້າ​​ຍາມ​ໃດກໍ່​ໄວ​ກ່ວາ​ສູນ​ກາງ​ແຕ່ 20 – 40%.”

        ປະຈຸ​ບັນ, ​ໄລຍະ​ເວລາ​ສະໜອງ​ໃບ​​ອະນຸຍາດ​ລົງທຶນ​ຢູ່​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ແຂວງ ດົ່ງ​ນາຍ ຍັງ​ເຫຼືອ​ພຽງ​ແຕ່ 3 – 5 ວັນ​​ເທົ່າ​ນັ້ນ, ​ໃນ​ຂະນະທີ່​ຕາມ​ຂໍ້​ກຳນົດ​ກ່ອນ​ນີ້​ແມ່ນ 15 ວັນ. ຄຽງ​ຄູ່​ກັນ​ນັ້ນ, ​ແຂວງ ດົ່ງ​ນາຍ ກໍ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການບໍລິຫານ​ໃນ​ຂົງ​ເຂດ​ພາສີ, ອາກອນ. ຜ່ານ​ນັ້ໜໄດ້​ຫລຸດຜ່ອນ​ເວລາ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຮັດ​ລະບຽບການ​ພາສີຢູ່​ທ່າ​ກຳ່​ປັ່ນພໍ​ສົມຄວນ. ກົມ​ພາສີ​ແຂວງ ດົ່ງ​ນາຍ ກໍ​ຫາ​ກໍ່​ນຳ​​ເຂົ້າເຄື່ອນ​ໄຫວ​ລາຍການ​ພາສີ ​ແລະ ຂໍ້​ມູນ​ຂ່າວ​ວິ​ສາ​ຫະກິດ. ​ລາຍການ​ດັ່ງກ່າວ​ໄດ້​ອັບ​​ເດັດ​ກ່ຽວ​ກັບບັນດາ​ຂໍ້​ກຳນົດ​ໃໝ່​ໃນ​ການ​ສົ່ງ​ອອກ, ນຳ​ເຂົ້າ ​ແລະ ​​ຕອບ​ບັນດາ​ຂໍ້​ຂ້ອງ​ໃຈຂອງ​ວິ​ສາ​ຫະກິດ​ຢ່າງ​ທັນ​ການ. ປະຈຸ​ບັນ, ວິ​ສາ​ຫະກິດ​ພຽງ​ແຕ່​ຕ້ອງ​ສົ່ງ​ຄຳ​ຮຽກຮ້ອງ​ດ້ວຍ​ຊອບ​ແວ, ​ເມື່ອ​ຂະ​ແໜງພາສີ​ຮັບ​ໄດ້​ຈະ​ຮູ້ຂໍ້​ມູນ​ຄວນ​ແກ້​ໄຂ​ຢູ່​ໃສ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້ການ​ແກ້​ໄຂ​ວຽກ​ງານ​​ວ່ອງ​ໄວ​ກ່ວາ.

        ​​ໃນ​ໄລຍະ​ຈະ​ມາ​ເຖິງ, ເພື່ອ​ສືບ​ຕໍ່ດຶງ​ດູດ​ທຶນ FDI ​ເປັນ​ຢ່າງ​ດີ, ​ແຂວງ ດົ່ງ​ນາຍ ພວມ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄື: ກໍ່ສ້າງ​ບັນດາ​ເສັ້ນທາງທີ່​ເຊື່ອມ​ຕໍ່​ເຂົ້າ​ເຂດ​ອຸດສາຫະກຳ, ເສັ້ນທາງ​ຄວາມ​ໄວ​ສູງ ​ແລະ ທ່າ​ກຳ່​ປັ່ນ… ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ຈັດ​ຕັ້ງ​ຄະນະ​ສົ່ງ​ເສີມ​ການ​ຄ້າ ​ແລະ ລົງທຶນ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄະນະ​ເພື່ອ​​ແນ​ໃສ່​ຕ້ອນຮັບ​ບັນດາ​ແຫຼ່ງ​ເງິ​ນລົງທຶນ​ຈາກ​ບັນດາ​ກາລະ​​ໂອກາດ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບການ​ບໍລິຫານ​ຕາມ​ທິດ​ມີ​ວິຊາ​ຊີບ, ​ໂປ່​ງ​​ໃສ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ນຳ​ແຂວງ ດົ່ງ​ນາຍ ​ແລະ ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ຕ້ອງ​ມີ​ການ​ໂອ້​ລົມ​ສົນທະນາ ​ແລະ ຮ່ວມ​​ກັບ​ບັນດາ​ວິ​ສາ​ຫະກິດ​ເປັນ​ປະຈຳ, ​​​ເພື່ອແກ້​ໄຂ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຢ່າງ​ທັນ​ການ​ໃນ​ວິວັດ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ດ້ານ​ໜ້າ​ພຽງ, ບຳລຸງ​ສ້າງ​ແຫຼ​່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຈັດ​ເຮືອນ​ຢູ່​ໃຫ້​ແກ່​ກຳມະກອນ… ທ່ານ​ນາງ ຟານ​ທິໝີ້​ແທງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດົ່ງ​ນາຍ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ມີ​ຫຼາຍ​ໂຄງການ​ເຮືອນ​ຢູ່​ສັງຄົມ​ດ້ວຍ​ຂອບ​ຂະໜາດ​ນ້ອຍ ມີ​ແຜນ​ນະ​ໂຍບ​າຍ​ແລ້ວ ​ແຕ່​ບໍ່​ທັນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ບັນດາ​ວິ​ສາ​ຫະກິດ​ອາດ​ສາມາດ​ສົມທົບ​ກັບ​ບັນດາ​ນັກ​ລົງທຶນ​ເພື່ອ​ຫັນ​ເປັນ​ເຮືອນ​ຢູ່​ໃຫ້​ກຳມະກອນ. ບັນດາ​ສະຖານກົງສູນ, ສະມາຄົມ​ຕ້ອງ​​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກັບພວກ​ຂ້າພະ​ເຈົ້າ​ເປັນ​ປະຈຳ​ກ່ຽວ​ກັບ​ບັນດາ​ຄວາມຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ​ເພື່ອ​​ແກ້​ໄຂ​ຢ່າ​ງທັນ​ການ.”

        ປີ 2016, ການ​ນຳ​ແຂວງ ​ແລະ ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ດ່ົງ​ນາຍ ​ໃຫ້​ຮູ້​ວ່າ: ສືບ​ຕໍ່​ຍົກ​ສູງ​ປັບ​ປຸງ​ພື້ນຖານ​ໂຄງ​ລ່າງ​ຮາດ​ແວ, ຊອບ​ແວຢູ່​ບັນດາ​ເຂດ​ອຸດສາຫະກຳ​ໃຫ້​ສົມບູນ​ແບບ. ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ລັກສະນະ​ວິຊາ​ສະ​ເພາະ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິຫານ, ຖື​ວິ​ສາ​ຫະກິດ​ຄື​ດັ່ງ​ສະມາຊິກ​ໃນ​ຄອບຄົວ, ສືບ​ຕໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ນອກ​​ເຂດ​ອຸດສາຫະກຳ, ທາງຄົມມະນາຄົມ, ຮ່ວມ​ສຳພັນ​ລະຫວ່າງເຂດ ​ແລະ ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດຢ່າງ​ຄົບຊຸດ. ປີ 2016, ​ແຂວງ​ນີ້​ ວາງ​ຄາດໝາຍ​ດຶງ​ດູດ​ທຶນ FDI ​ໃຫ້​ໄດ້ 1 ຕື້ USD.    

                                                   


ຕອບກັບ

ຂ່າວ/ບົດ​ອື່ນ