ແຂວງເບ໋ນແຈ ນໍາໜ້າໃນໂຄງການ Start up

(VOVWORLD) -ການເຄື່ອນໄຫວຜະລິດດໍາເນີນທຸລະກິດຢູ່ແຂວງ ເບ໋ນແຈ ຂອງຫວຽດນາມ ໃນປັດຈຸບັນ ພັດທະນາຢ່າງແຮງ, ຜ່ານໂຄງການ ດົງເຂີຍ - start up ແລະ ພັດທະນາວິສາຫະກິດ ໂດຍອໍານາດການປົກຄອງແຂວງປຸກລະດົມ. ຈາກໂຄງການດັ່ງກ່າວ, ໄດ້ສ້າງກໍາລັງໜູນຊຸກຍູ້ການເຄື່ອນໄຫວ start up ຢູ່ດິນແດນແຫ່ງໝາກພ້າວ ໃຫ້ນັບມື້ນັບມີຄວາມແທດຈິງ ແລະ ບັນລຸປະສິດທິຜົນສູງ. ບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

ຜ່ານໄລຍະປະຕິບັດມາເປັນເວລາ 02 ປີ, ໂຄງການ “ດົງເຂີຍ - start up ແລະ ພັດທະນາວິສາຫະກິດ”  ດ້ວຍຫຼາຍໂຄງການ, ການປະຕິບັດຕົວຈິງ, ແຂວງເບ໋ນແຈ ໄດ້ສ້າງຕັ້ງວິສາຫະກິດໃໝ່ເກືອບ 900 ແຫ່ງ, ຊ່ວຍເຫຼືອທຶນຮອນ, ເຕັກນິກ, ສ້າງວຽກເຮັດງານທໍາຊ່ວຍໃຫ້ກວ່າ  4.100 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ; ຫຼຸດຜ່ອນຈໍານວນຄອບຄົວທຸກຍາກລົງ 1,5 % ຕໍ່ປີ. ແຂວງ ເບ໋ນແຈ ຍັງປຸກລະດົມ 11.800 ຄອບຄົວເຂົ້າຮ່ວມ ແຜນຮ່າງສ້າງການທໍາມາຫາກິນຫຼາຍຮູບຫຼາຍແບບ, ຫຼຸດພົ້ນອອກຈາກຄວາມທຸກຍາກແບບຖາວອນໃນໄລຍະ 2016 – 2020; ພ້ອມທັງໄດ້ເປີດຕົວ “ສະໂມສອນວິສາຫະກິດນໍາໜ້າ; ສະໂມສອນຊາວກະສິກອນເປັນເສດຖີ”, ສະຫະກອນການບໍລິການຜະລິດຕະພັນກະເສດປອດສານພິດເບ໋ນແຈ.

        ເພື່ອປະຕິບັດໂຄງການດັ່ງກ່າວໃຫ້ເປັນຢ່າງດີນັ້ນ,ແຂວງເບ໋ນເຈ ໄດ້ລະດົມທັງລະບົບອໍານາດການປົກຄອງແຂວງ ລວມໄປເຖິງຮາກຖານເຂົ້າຮ່ວມ; ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາ, ຈັດກອງປະຊຸມສໍາມະນາ, ຝຶກອົບຮົມ;ຜັນຂະຫຍາຍບັນດາໂຄງການ start up. ແຂວງ ເບ໋ນແຈ ໄດ້ສ້າງ 774 ໂຄງການ ເພື່ອໜູນຊ່ວຍທຶນຮອນ ໂດຍລວມມູນຄ່່າໜູນຊ່ວຍ ໂຄງການ start up ຫຼາຍກວ່າ 800 ຕື້ດົງ. ຈາກໂຄງການ “ດົງເຂີຍ - start up” ໄດ້ປະກົດເຫັນຫຼາຍຮູບແບບ, ວິສາຫະກິດຜະລິດ, ດໍາເນີນທຸລະກິດໃໝ່ ແລະ ມີແງ່ຫວັງພັດທະນາ. ເປັນຕົ້ນແມ່ນກໍລະນີstart up” ຂອງອ້າຍ ຮີ່ງແທງເຕີມ, ຊາວໜຸ່ມຢູ່ເທດສະບານ ເຈົາແທ່ງ,ເມືອງເຈົາແທ່ງ. ປີ 2016, ອ້າຍ ຮີ່ງແທງເຕີມ ໄດ້ຮັບເງິນໜູນຊ່ວຍຈາກແຂວງ ເບ໋ນແຈ ຈໍານວນ 50 ລ້ານດົງ ເພື່ອປະຕິບັດ ໂຄງການ start up “ໝາກພ້າວ ຟຸກຸຍ - ເບ໋ນແຈ”. ຜ່ານໄລຍະເວລາຄົ້ນຄວ້າ, ຊອກຄົ້ນ, ໝູນໃຊ້ເຕັກນິກເຂົ້າໃນການຜະລິດ, ອ້າຍເຕີມ ໄດ້ ປະຕິບັດສໍາເລັດໂຄງການດັ່ງກ່າວ. ປັດຈຸບັນ, ອ້າຍ ຮີ່ງແທງເຕີມ ໄດ້ສ້າງຕັ້ງວິສາຫະກິດຜະລິດໝາກໄມ້ເປັນຮູບ ແລະ ແກະສະຫຼັັກຕົວໜັງສືຮູບຕ່າງໆໃສ່ໝາກໄມ້, ອັນໄດ້ນໍາມາເຊິ່ງມູນຄ່າສູງ. ສໍາລັບການສະຫຼັກຕົວໜັງສື, ໝາກໄມ້ເປັນຮູບ, ອ້າຍ ຮີ່ງແທງເຕີມ ແບ່ງປັນວ່າ:

        “ປັດໄຈເພື່ອບັນລຸຜົນສໍາເລັດ ແມ່ນດ້ານເຕັກນິກເພື່ອເຮັດອອກເປັນຮູບໝາກນໍ້າເຕົ້າທີ່ສະເໝີກັນ. ທີ່ສອງແມ່ນ ປັດໄຈດິນຟ້າອາກາດ, ຖ້າຫາກດິນຟ້າອາກາດອໍານວຍຄວາມສະດວກ ແລະ ໝາກພ້າວໄດ້ຮັບການບົວລະບັດເປັນຢ່າງດີ ແມ່ນໃຫ້ຮູບຊົງງາມ, ສະເໝີກັນ. ປັດຈຸບັນ, ຂ້າພະເຈົ້າພວມຮ່ວມມືກັບເຈົ້າຂອງສວນຫຼາຍຄົນ ເພື່ອພ້ອມກັນຜະລິດອອກບັນດາຜະລິດຕະພັນ ເພື່ອສະໜອງແກ່ຕະຫຼາດ. ໃນຊຸມປີຈະມາເຖິງ, ສິນຄ້າພຽງພໍ, ເຮົາສາມາດຜະລິດໄດ້ຫຼາຍ ອາດຈະສົ່ງອອກໄປຕ່າງປະເທດ. ເພາະວ່າປີນີ້, ກໍມີຫຼາຍຄົນມາຈ່ອງຊື້ເພື່ອເປັນຂອງຂວັນຝາກໄປຕ່າງປະເທດ”.

ແຂວງເບ໋ນແຈ ນໍາໜ້າໃນໂຄງການ Start up - ảnh 1ອ້າຍ ຮີ່ງແທງເຕີມ ປະຕິບັດ ໂຄງການ start up “ໝາກພ້າວ ຟຸກຸຍ - ເບ໋ນແຈ”

     ເດືອນ ມີນາ 2017, ຄະນະຊາວໜຸ່ມຕາແສງ ເຕີນຝຸ, ເມືອງ ເຈົາແທ່ງ ໄດ້ສ້າງຕັ້ງໜ່ວຍຮ່ວມມືຜະລິດຕົ້ນນຽມ, ໃນເບື້ອງຕົ້ນແມ່ນມີ 11 ສະມາຊິກ. ມາຮອດປັດຈຸບັນ, ໜ່ວຍງານດັ່ງກ່າວໄດ້ຜັນຂະຫຍາຍການປູກໃນເນື້ອທີ່ດິນ ຂອງຊາວໜຸ່ມ, ເຍົາວະຊົນ ແລະ ມີທັງຊາວກະສິກອນເຂົ້າຮ່ວມນັບສິບໆ ຄົນ.ເຖິງວ່າຊົມໃຊ້ເນື້ອທີ່ດິນໜ້ອຍ, ຄ່າໃຊ້ຈ່າຍ, ເຫື່ອແຮງບໍ່ຫຼາຍ ແຕ່ຍ້ອນມີວິສາຫະກິດເກັບຊື້້ດ້ວຍລາຄາເປັນປົກກະຕິ. ສະນັ້ນ, ແຕ່ລະປີຜູ້ປູກກໍມີລາຍຮັບເພີ່ມເຕີ່ມແຕ່ 10 ລ້ານ ເຖິງ 20 – 30 ລ້ານດົງ. ທ່ານ ເຈີ່ນຮ່ວາງລຽມ, ປະທານຄະນະກໍາມະການປະຊາຊົນ ຕາແສງເຕີນຝຸ ໄຫ້ຮູ້ວ່າ: ການປູກຕົ້ນນຽມ ແມ່ນ ຮູບແບບ start up ຂອງຄະນະຊາວໜຸ່ມ ແລະຊາວໜຸ່ມແມ່ນດີຫຼາຍ.  ທ້ອງຖິ່ນກໍສົ່ງເສີມກະສິກອນພັດທະນາຮູບແບບດັ່ງກ່າວ:

        “ເມື່ອກໍານົດຮູບແບບນີ້ ແມ່ນໂຄງການ start up, ຄະນະຊາວໜຸ່ມ ໄດ້ລົງນາມສັນຍາກັບບໍລິສັດເກັບຊື້ ໄລຍະ 03 ປີ, ຊື້ຜະລິດຕະພັນທັງໝົດທີ່ໄດ້ຜະລິດອອກ. ຜະລິດຕະພັນດັ່ງກ່າວ ຊ່ວຍໃຫ້ສະມາຊິກຊາວໜຸ່ມຜູ້ທຸກຍາກເພີ່ມລາຍຮັບໃນເງື່ອນໄຂພັດທະນາເສດຖະກິດຢູ່ທ້ອງຖິ່ນ ແມ່ນດີຫຼາຍ. ພໍ່ແມ່ປະຊາຊົນ ກໍສາມາດໝູນໃຊ້ບັນດາເນື້ອທີ່ດິນເປົ່າຫວ່າງ ເພື່ອປູກຕົ້ນນຽມ”.

        ປັດຈຸບັນ,ໂຄງການ “ດົງເຂີຍ - start up” ແລະ “ພັດທະນາວິສາຫະກິດ”  ພວມໄດ້ ສືບຕໍ່ຍູ້ແຮງ ແລະ ເປີດກວ້າງຈາກແຂວງເບ໋ນແຈ. ຈາກໂຄງການດັ່ງກ່າວ, ຮອດປີ 2020, ທາງທ້ອງຖິ່ນສູ້ຊົນສ້າງຕັ້ງວິສາຫະກິດໃໝ່ ດ້ວຍຈໍານວນໜ້ອຍສຸດແມ່ນ 1.500 ແຫ່ງ, ໜູນຊ່ວຍເກືອບ 16.000 ຄອບຄົວພົ້ນອອກຈາກຄວາມທຸກຍາກແບບຖາວອນ, ຫຼຸດອັດຕາຄອບຄົວທຸກຍາກໃນທົ່ວແຂວງລົງ ໃຫ້ຕໍ່າກວ່າ 5,5%. ເພື່ອບັນລຸໄດ້ຄາດໝາຍນັ້ນ, ທາງແຂວງຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການ start up, ໃນນັ້ນ, ສຸມໃສ່ວຽກງານໂຄສະນາ, ບໍາລຸງສ້າງ ເພື່ອສ້າງຖັນແຖວວິສາຫະກິດນໍາໜ້າ, ສືບຕໍ່ປະຕິຮູບພື້ນຖານການບໍລິຫານ, ການປະກາດໃຊ້ບັນດານະໂຍບາຍທີ່ສອດຄ່ອງ, ເຊື່ອມຕໍ່ບັນດາແຫຼ່ງກໍາລັງ ເພື່ອສ້າງກອງທຶນ start up ຂອງແຂວງ ໃຫ້ບັນລຸຂອບຂະໜາດ 50 ຕື້ດົ່ງ.

        ດ້ວຍບັນດາບາດກ້າວເດີນທີ່ມີຫົວຄິດປະດິດສ້າງ, ຖືກທິດ ບົນພື້ນຖານເສີມຂະຫຍາຍຈິດໃຈ “ພ້ອມກັນລິເລີ່ມ” ຂອງດິນແດນແຫ່ງການປະຕິວັດ, ແຂວງເບ໋ນແຈ ໄດ້ນໍາໂຄງການ ດົງເຂີຍ - start up ແລະ ພັດທະນາວິສາຫະກິດ  ມີຄວາມແທດຈິງ. ຕາມນັ້ນແລ້ວ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງດິນແດນແຫ່ງໝາກພ້າວ, ເສີມຂະຫຍາຍຂະບວນການ “ພ້ອມກັນລິເລີ່ມ” ນໍາໜ້າຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ