ແງ່​ຫວັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂຽວ ຈາກ​ບັນ​ດາ Startup

(VOVWORLD) -ການໝູນໃຊ້ເຕັກໂນໂລຢີ ແລະ ຜົນງານຂອງການປະຕິວັດ 4.0 ເຂົ້າໃນການພັດທະນາເສດຖະກິດ ໄດ້ສວມບົດບາດສຳຄັນໃນວິວັດທະນາການພັດທະນາແບບຍືນຍົງຂອງແຕ່ລະປະເທດ. ຢູ່ ຫວຽດນາມ, ຫຼາຍ Startup ໄດ້ເລືອກເອົາທິດທາງເດີນນີ້ເພື່ອພັດທະນາ.

ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ ພ້ອມດ້ວຍຫຼາຍບັນຫາດ້ານສະພາບແວດລ້ອມທີ່ເກີດຂຶ້ນນັ້ນໄດ້ ກໍ່ຜົນຮ້າຍຕໍ່ສຸຂະພາບນັ້ນ, ປະຊາຊົນຫຼາຍຄົນຕ້ອງເສຍເງິນຫຼາຍກວ່າໃນການຊື້ທັນຍາຫານ, ສະບຽງອາຫານເພື່ອນຳໃຊ້ປະຈຳວັນ. ໂດຍມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການຕົວຈິງນີ້, ຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນໄດ້ ແລະ ພວມເຂົ້າຮ່ວມການເຄື່ອນໄຫວລົງທຶນ, ຜະລິດ, ປູກລ້ຽງປຸງແຕ່ງ, ດຳເນີນທຸລະກິດກ່ຽວກັບບັນດາຜະລິດຕະພັນກະເສດອົງຄະທາດ. ທ່ານນາງ ຫງວຽນເຟືອງຖ໋າວ, ຮອງຜູ້ອຳນວຍການບໍລິສັດ CP ງວຽນຄອຍແຊງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສຶກສາຄົ້ນຄວ້າ ແລະ ກໍ່ສ້າງຟາມ ກະສິກຳອົງຄະທາດໝູນວຽນ ບັນລຸມາດຕະຖານ ໂດຍບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ສິ່ງເສດເຫຼືອຈະໄດ້ບຳບັດຜ່ານເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມ, ຄ່າໃຊ້ຈ່າຍຕ່ຳ, ບໍ່ນຳໃຊ້ພະລັງງານໄຟຟ້າ ຫຼື ພະລັງງານຟອກຊິວ ແຕ່ໄດ້ບຳບັດໃຫ້ເປັນຝຸ່ນອົງຄະທາດ ເພື່ອເອົາມາບົວລະບັດຕົ້ນໄມ້ ຫຼື ກາຍເປັນວັດຖຸດິບຮັບໃຊ້ ໃຫ້ແກ່ການລ້ຽງສັດ ແລະ ປູກຝັງ.”

ແງ່​ຫວັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂຽວ ຈາກ​ບັນ​ດາ Startup - ảnh 1ຜະລິດຕະພັນຜັກປອດສານພິດ ໄດ້ວາງຂາຍຢູ່ຮ້ານຊັບພະສິນຄ້າ
ໂດຍເນື່ອງມາຈາກຄວາມລັ່ງເລໃຈຂອງແມ່ບ້ານນັບລ້ານໆຄົນທີ່ວ່າ “ເຮັດແນວໃດ ຈຶ່ງສາມາດຊື້ສະບຽງອາຫານທີ່ປອດສານພິດ, ສົດ, ຮັບປະກັນຄວາມປອດໄພ?”, ນັກທຸລະກິດໜຸ່ມ ຫງວຽນຊວັນວິງ ກັບເພື່ອນຮ່ວມງານໄດ້ພ້ອມກັນປະດິດສ້າງ ໂປຼແກຼມ Foodhub ຂຶ້ນມາເພື່ອຊ່ວຍເຊື່ອມຕໍ່ຮ້ານສະໜອງສະບຽງອາຫານປອດສານພິດ ກັບຜູ້ບໍລິໂພກອຸປະໂພກ. ນັບແຕ່ຂັ້ນຕອນການເລືອກຕະຫຼອດຮອດຕອນຮັບຜະລິດຕະພັນ ແລະ ຊຳລະເງິນ, ຜູ້ບໍລິໂພກອຸປະໂພກພຽງແຕ່ກົດເມົ້າສອງສາມເທື່ອກໍສຳເລັດໃບສັ່ງຊື້ແລ້ວ. ນີ້ແມ່ນຕົວຢ່າງໜຶ່ງທີ່ພົ້ນເດັ່ນຂອງການແລກປ່ຽນການຄ້າທີ່ຈຳກັດການສຳຜັດ ແລະ ຫຼຸດຜ່ອນຂັ້ນຕອນການກະທົບຕໍ່ສິ່ງແວດລ້ອມກ່ອນໜ້ານີ້.

“ພວກຂ້າພະເຈົ້າພະຍາຍາມວາງອອກມາດຕະການເພື່ອໃຫ້ຄວາມຊິນເຄີຍໃນການຊື້ - ຂາຍ ແຕ່ລະວັນງ່າຍດາຍຂຶ້ນໃນສະພາບແວດລ້ອມໃໝ່ - ນັ້ນແມ່ນຄຳນິຍາມຂອງຄຳວ່າ ໄປຕະຫຼາດອອນລາຍ. ຫຼາຍຄົນໃຊ້ແລ້ວຮູ້ສຶກປະຫຼາດໃຈ ເພາະວ່າມັນຄືກັນກັບຕົນເອງໄດ້ໄປຕະຫຼາດຕົວຈິງ”.

ແງ່​ຫວັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂຽວ ຈາກ​ບັນ​ດາ Startup - ảnh 2ທ່ານ ຮ່າແອັງຕວນ, ຜູ້ອຳນວຍການບໍລິສັດ Vinalink (ພາບ: cafebiz.vn)
ທ່ານ ຮ່າແອັງຕວນ, ຜູ້ອຳນວຍການບໍລິສັດ Vinalink ເຊິ່ງເປັນນັກຊ່ຽວຊານທີ່ເຄື່ອນໄຫວໃນຫຼາຍຂົງເຂດ ໄດ້ຢັ້ງຢືນວ່າ ຢູ່ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ຮູບແບບດຳເນີນທຸລະກິດທີ່ໝູນໃຊ້ເຕັກໂນໂລຢີ ແມ່ນວິທີໜຶ່ງເພື່ອຊ່ວຍໃຫ້ຊຸມຊົນປ້ອງກັນ, ສະກັດກັ້ນການແຜ່ລາມຂອງໂລກລະບາດ.  ໃນໄລຍະຍາວ, ຮູບແບບດຳເນີນທຸລະກິດນີ້ ຈະປະກອບສ່ວນຫັນພື້ນຖານເສດຖະກິດຫວຽດນາມ ເປັນເສດຖະກິດຂຽວ.

“ປັດຈຸບັນ, ຜູ້ຂາຍເຄື່ອງອອນລາຍຢູ່ຫຼາຍບ່ອນໄດ້ເຮັດເປັນມືອາຊີບຫຼາຍແລ້ວ. ສະເພາະເຄື່ອງຫຸ້ມຫໍ່ຜະລິດຕະພັນ ເຂົາເຈົ້າກໍ່ເຮັດຢ່າງສະອາດ ແລະ ມີຫົວຄິດປະດິດສ້າງທີ່ສຸດ ສະນັ້ນ ຈຶ່ງສ້າງຄວາມໄວ້ເນື້ອເຊື່ອໃຈແກ່ຜູ້ບໍລິໂພກອຸປະໂພກ. ຫຼາຍຄົນທີ່ຢາກສືບຕໍ່ພັດທະນາສ້າງເປັນອາຊີບທີ່ຍາວນານນັ້ນ ແມ່ນໃຫ້ປະຕິບັດຢ່າງເຂັ້ມງວດ ກໍ່ຈະສາມາດດຶງດູດ ລູກຄ້າໄດ້ຫຼາຍ”.

ຫົວຄິດປະດິດສ້າງຂອງ Startup ຫຼາຍຄົນ ພວມເພີ່ມຄວາມຫວັງກ່ຽວກັບການເຕີບໂຕຂຽວ, ກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ຂຽວ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ວິທີເຮັດດັ່ງກ່າວນີ້ໄດ້ຮັບການຂະຫຍາຍເປັນວົງກວ້າງໂດຍໄວນັ້ນ, ພິເສດແມ່ນພາຍຫຼັງໄລຍະຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ທ່ານ ປອ. ຫວູຕຽນລົກ - ປະທານສະພານັກທຸລະກິດເພື່ອການພັດທະນາແບບຍືນຍົງ ຖືວ່າ ຄວາມຮັບຜິດຊອບຂອງວິສາຫະກິດ ແມ່ນຕ້ອງປ່ຽນແປງໃໝ່ຮູບແບບດຳເນີນທຸລະກິດ, ໂດຍອີງໃສ່ເຕັກໂນໂລຢີດີຈີຕອນ ທ່ານກ່າວວ່າ.

“ການຫັນເປັນດີຈີຕອນ ແມ່ນການລົງທຶນທີ່ມີຄວາມສຳຄັນແຖວໜ້າ ເພື່ອຍົກສູງທ່າໄດ້ປຽບໃນການແກ້ງແຍ້ງ. ຜູ້ທີ່ພ້ອມຈະປ່ຽນແປງ, ພ້ອມທີ່ຈະປະຮູບແບບດຳເນີນທຸລະກິດແບບເກົ່າ ເພື່ອສ້າງຕັ້ງຮູບແບບໃໝ່, ປະດິດສ້າງລະບົບສະໜອງຄືນໃໝ່ ແລະ ລົບລ້າງຂັ້ນຕອນເຄິ່ງໆກາງ, ຫຍຸ້ງເຫຍືອງ, ຮູບການນັ້ນ ຈຶ່ງ ເປັນຜູ້ນຳໜ້າ ແລະ ປະສົບສຳເລັດ”.

ນອກຈາກມີພື້ນຖານໂຄງລ່າງທີ່ຄົບຊຸດ, ມີແຫຼ່ງຊັບພະຍາການມະນຸດມີທັກສະ ເພື່ອສ້າງລະບົບຊີວະພາບຂຽວໃນລະບົບມູນຄ່າພາຍໃນແລ້ວ, ນັກທຸລະກິດ ຕ້ອງຢຶດໝັ້ນຕໍ່ການປະຕິບັດເປົ້າໝາຍນີ້, ກຳຈັດປັດໄຈທີ່ກີດຂວາງວິວັດທະນາການ ຫັນເປັນຜະລິດຕະພັນຂຽວ ກ່ອນທີ່ຈະນຳເອົາສິນຄ້າໄປເຖິງມືຜູ້ບໍລິໂພກອຸປະໂພກ. ຖ້າຫາກວ່າ Startup ທັງໝົດ ຕ່າງກໍເອົາໃຈໃສ່ຕໍ່ບັນຫານີ້, ການພັດທະນາເສດຖະກິດຂຽວຢູ່ ຫວຽດນາມ ຈະປະສົບຜົນສຳເລັດໄວກວ່າທີ່ຄາດໄວ້./.

ຕອບກັບ

ຂ່າວ/ບົດ​ອື່ນ