ແງ່ຫວັງເສດຖະກິດຫວຽດນາມໃນປີ 2015


(vovworld)- ປີ 2015 ຄາດ​ຄະ​ເນ​ວ່າ ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ລະ​ດັບ​ຟື້ນ​ຕົວ​ສູງກວ່າ​ປີ 2014 ເມື່ອ​ຄາດໝາຍ​ການ​ຈະ​ເລີນ​ເຕີບ​ໂຕ GDP ຄາດ​ວ່າ​ບັນ​ລຸ ລະ​ດັບ 6,2%, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນສະ​ດວກ​ກວ່າ.

ແງ່ຫວັງເສດຖະກິດຫວຽດນາມໃນປີ 2015 - ảnh 1
ພາບ​ປະ​ກອບ:internet

        ປີ 2015, ເສດ​ຖະ​ກິດ​ຫວຽດ​ນາມ ມີ​ຄວາມ​ສະ​ດວກ​ຫລາຍ​ຢ່າງ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ. ກ່ອນ​ອື່ນ ຕ້ອງ​ເວົ້າ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ໃນ​ການ​ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​​ການ​ເຕີບ​ໂຕ 6,2%. ລັດ​ຖະ​ບານ ກຳ​ນົດ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຫ​ນ້າ​ທີ່​ຈຸດ​ສ​ຸມ, ລະ​ອຽດ​ແມ່ນ: ຕ້ອງ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ຂົງ​ເຂດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຄືສຸມ​ໃສ່​ກ​ານຄຸ້ມ​ຄອງ, ບໍ​ລິ​ຫານ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ; ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ກໍ​ຢືນ​ຢັນ: ການ​ຫລຸດ​ຜ່ອນ​ອັດ​ຕາ​ຫນີ້​ເສຍ​ລົງ​ຕ່ຳ​ກວ່າ​ລະ​ດັບ 3% ໃນ​ປີ 2015, ລະ​ດັບ​ປອດ​ໄພ​ຂອງ​ລະ​ບົບ​ທະ​ນາ​ຄານ​ແມ່ນ​ມີ​ຄວາມ​ເປັນ​ໄປ ເມື່ອ​ທ້າຍ​ປີ 2014 ຫນີ້​ເສຍ​ຄາດ​ວ່າ​ຍັງ​ເຫລືອ​ພຽງ​ 3,7 – 4,2% ເມື່ອ​ທຽບ​ໃສ່​ລະ​ດັບ 17% ໃນ​ເດືອນ 9/2012. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ລັດ​ຖະ​ບານ​ຈະ​ຊີ້​ນຳ​ຍູ້​ແຮງການ​ແກ້​ໄຂ​ຫນີ້​ເສຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕິດ​ພັນ​ກັບ​​ການ ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່. ສຸ​ມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຫ​ນ້າ​ທີ່, ມາດ​ຕະ​ການ​ຕົ້ນ​ຕໍ, ໃນ​ນັ້ນ ສືບ​ຕໍ່​ສ້າງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ແກ້​ໄຂ​ຫນີ້​ເສຍ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຊື້, ຂາຍ​ຫນີ້​ເສຍ ແລະຊັບ​ສິນ​ຄ້ຳ​ປະ​ກັນ, ຄວາມ​ຮັບ​ຜິດ​ຊອບ​​ຂອງ​ຜູ້​ກູ້​ຢືມ​ທຶນ ແລະ ສິດ​ຂອງ​ເຈົ້າ​ຫນີ້. ສ້າງ​ບົດ​ບາດ​ຫ​ນ້າ​ທີ່​ສົມ​ບູນ​ແບບ, ເພີ່ມ​ທະ​ວີ​ແຫລ່ງ​ກຳ​ລັງ​ການ​ເງິນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ເພື່ອ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງ​ບໍ​ລິ​ສັດ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ ໃນ​ການ​ແກ້​ໄຂ​ຫນີ້​ເສຍ, ໃນ​ນັ້ນ ມີ​ເລື່ອງ​ຊື້​ຂາຍ​ຫນີ້​ຢ່າງ​ເປີດ​ເຜີຍ, ກະ​ຈ່​າງ​ແຈ້ງ​ຕາມ​ກົ​ນ​ໄກ​ຕະ​ຫລາດ; ສົ່ງ​ເສີມ​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຊື້​ຂາຍ​ຫ​ນີ້​ເສຍ ແລະ ຊັບ​ສິ​ນ​ຄ້ຳ​ປະ​ກັນ;”

        ໃນ​ປີ 2015, ຄາດ​ຄະ​ເນ​ວ່າ​ຈຳ​ນວນ​ວິ​ສາ​ຫະ​ກິດ​ສ້າງ​ຕັ້ງ​ໃຫ​ມ່​ຈະ​ເພີ່ມ​ຂຶ້ນ​ຄືນ​ໃຫມ່, ກຳ​ລັງ​ຊື້​ສິນ​ຄ້າ​ໃນ​ຕະ​ຫລາດ​ກ​ໍ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ສັນ​ຍານ​ຕັ້ງ​ຫນ້າ. ບົນ​ພື້ນ​ຖານ​ນັ້ນ, ຫວຽດ​ນາມ ສືບ​ຕໍ່​ມີ​ນະ​ໂຍ​ບາຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຕະ​ຫລາດ. ທ່ານ ຮ່​ວາງ​ດັງ​ກວາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວ໋າງ​ບີງ, ກຳ​ມະ​ການ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຖື​ວ່າ:

        “​ກຳ​ນົດ​ຄາດ​ໝາຍ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍ​ຸ້ງ​ຍາກ​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ວິ​ສາ​ຫະ​ກິດແມ່ນ​ຫົວ​ເລື່ອງ​ດຳ​ເນີນ​ງານ​ຂອງ​ປີ 2015. ໃນ​ຕໍ່​ຫນ້າ ລັດ​ຖ​ະ​ບານ​ຄວນ​ສຳ​ຫລວດກວດ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ​ລະ​ບົບ​ນະ​ໂຍ​ບາຍ​ໃນ​ການ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ​ຄື ບັນ​ດາ​ນະ​ໂຍ​ບາຍ​ຍົກ​ເວັ້ນ, ຫລຸດ​ຜ່ອນ, ຕໍ່ກຳ​ນົດ​ເວ​ລາ​ເສຍ​​ພາ​ສີອາ​ກອນ, ອັດ​ຕາ​ດອກ​ເບ້ຍ​ກູ້​ຢືມ​ເພື່ອ​ເພີ່ມ​ເຕີມ, ປັບ​ປຸງ​ນະ​ໂຍ​ບາຍ​ໃຫ້​ເໝາະ​ສົມ​ໃນໄລ​ຍະ​ຕໍ່​ໄປ. ພິ​ເສດ ຄວນ​ເພີ່ມ​ລັກ​ສະ​ນະ​ຄວາມ​ເປັນ​ໄປ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​​ວິ​ສາ​ຫະ​ກິດ​ໄດ້​ຮັບນະ​ໂຍ​ບາຍ​ຫນູນ​ຊ່ວຍ. ທີ​ສອງ, ມີ​ນະ​ໂຍ​ບາຍ​ຍູ້​ແຮງ​ການ​ກະ​ຕຸກ​ຊຸກ​ຍູ້​ການ​ໃຊ້​ສອຍ, ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ຢ່າງ​ແຮງ. ທີ​ສາມ ລັດ​ຖະ​ບານ ຍູ້​ໄວ​ລະ​ດັບ​ຄວາມ​ໄວ​ການ​ປ່ອຍ​ເງິນ​ໃຫ້​ແກ່​ບັນ​ດາ​ບ້​ວ​ງ​ເງິນ​ຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ.”

        ຄວາມ​ມານ​ະ​ພະ​ຍາ​ຍາມ​ບຸກ​ທະ​ລຸ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ກໍ​ແມ່ນ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ກິດ​ຈະ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຫວຽດ​ນາມ ໃນ​ປີ 2015. ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຖື​ວ່າ:

        “ບັນ​ດາ​ອົງ​ການ​ເສດ​ຖະ​ກິດ, ການ​ເງິນ​ສາ​ກົນ​ຄື: World Bank, ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB), ກອງ​ທຶນ​ເງິນ​ຕາ​ສາ​ກົນ ( IMF), ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ລວມວ່າ ກິດ​ຈະ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຢູ່​ຫວຽດ​ນາມ ແມ່ນ​ໄປ​ຖືກ​ທິດ. ການ​ສຳ​ຫລວດ​ຂອງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ແລະ ບົດ​ລາຍ​ງານ​ຂອງ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ແມ່ນ​ເພີ່ມ​ຂຶ້ນ, ວິ​ສາ​ຫະ​ກິດ​ສ່ວນ​ຫລາຍ​ໃຫ້​ຮູ້​ວ່າ: ເຂົາ​ເຈົ້າ​ຮັກ​ສາ ແລະ ເປີດກວ້າງ​ຂອບ​ຂະ​ຫນາດ​ການ​ດຳ​ເນີນ​ທຸ​ລະ​ກິດ.”

        ພິ​ເສດ ໃນ​ປີ 2015 ແມ່ນ​ຈຸດ​ເວ​ລາ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​​ໃຫມ່ຈຳ​ນວນ​ຫນຶ່ງກັບບັນ​ດາ​ຄູ່​ຮ່ວມ​ມື. ນີ້​ຈະ​ແມ່ນ​ບັນ​ດາ​ເງື່ອນ​ໄຂ ແລະ ປັດ​ໄຈ​ໃຫມ່​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ຢ່າງ​ເລິກ​ເຊິ່ງ,ກວ້າງ​ຂວາງກວ່າ, ແມ່ນ​ກາ​ລະ​ໂອ​ກາດ​ໃຫມ່​ສຳ​ລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ຄວາມ​ສາ​ມາດ​ດຶງ​ດູດ​ບັນ​ດາ​ແຫລ່ງ​ທຶນ​ສາ​ກົນ​ກໍ​ຄື​ເປີດກວ້າງ​ຕະ​ຫລາດ​ສົ່ງ​ອອກ. ສິ່ງ​ດັ່ງ​ກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ເຕີບ​ໂຕ. ເມື່ອ​ຕີ​ລາ​ຄ​າ​ກ່ຽວ​ກັບ​ກາ​ລະ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຮູ້​ວ່າ:

        “ເບິ່ງ​ລວມ​ແລ້ວ, ດ້ວຍ​ແງ່​ຫວັງ​ສຳ​ເລັດ 14 ສັນ​ຍາ​ການ​ຄ້າ​ເສ​ລີ FTA ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາບ​ແວດ​ລ້​ອມ​ດ້ານ​ກົດ​ໝາຍ, ດຳ​ເນີນ​ທຸ​ລະ​ກິດ​ຫວຽດ​ນາມ ຈະ​​ມີ​ການປ່ຽນ​ແປງ​ຫລາຍ​ຢ່າງ, ເປັນ​ພື້ນ​ຖານ, ສະ​ດວກກວ່າ ແລະ ແກ້ງ​ແຍ້ງກວ່າ. ຫວຽດ​ນາມ​ຈະ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ເຄືອ​ຂ່າຍ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ທີ່ກວ້າງ​ຂວາງ​ກັບ 55 ຄູ່​ຮ່ວມ​ມື, ໃນ​ນັ້ນ ມີ 15 ປະ​ເທດ​ສະ​ມາ​ຊິກ G20. ສິ່ງ​ດັ່ງ​ກ່າວ​ຈະ​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ສາ​ມາດ​ສົ່ງ​ອອກ​ສິນ​ຄ້າ, ບໍ​ລິ​ການ​ໄປ​ຍັງ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ຫວຽດ​ນາມ ດ້ວຍ​ລະ​ດັບ​ອັດ​ຕາ​ພາ​ສີ​ຕ່ຳ ແລະ ບັນ​ດາ​ຮົ້ວ​ກີດ​ຂວາງ​ເຕັກ​ນີກ​ຖືກ​ຍົກ​ເລີກ. ເວ​ລານັ້ນ​ ຫວຽດ​ນາມ ຈະ​ເປັນ​ປະ​ຕູ​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​​ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ເປີດກວ້າງ​ອອກ​ສຸ່​ບັນ​ດາ​ປະ​ເທດ ອີ​ຢູ, ອາ​ເມ​ລິ​ກາ.. ດ້ວຍ​ກົນ​ໄກ​ບຸ​ລິ​ມະ​ສິດ​ຕາມ​ບັນ​ດາ​ສັນ​ຍາ FTA.”

        ປີ 2015, ຫວຽດ​ນາມ ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​ການ​ ​ເຕີບ​ໂຕ GDP 6,2%. ຄຽງ​ຄູ່​ກັບ​ສິ່ງ​ສະ​ດວກນັ້ນ, ປີ 2015 ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ມີ​ຂໍ້​ຄົງ​ຄ້າງ​ຫລາຍ​ຢ່າງ​​ຄວນ​ເອົາ​ໃຈ​ໃສ່, ໃນ​ນັ້ນ ມີ​ບັນ​ຫາ​ຫນີ້​ເສຍ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ດ້ວຍ​ບັນ​ດາ​​ຄວາມ​ສະ​ດວກ​ທີ່​ມີຢູ່​ແລ້ວ ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ, ເສດ​ຖະ​ກິດ​ຫວຽດ​ນາມ ມີ​ບັນ​ດາ​ແງ່​ຫວັງ​ຕັ້ງ​ຫນ້າ, ນຳ​ມາ​ເຊິ່ງ​ກຳ​ລັງ​ຫນູນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຮອບ​ດ້ານ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ