ແງ່ຫວັງໃໝ່ໃຫ້ແກ່ການພົວພັນດ້ານເສດຖະກິດ, ການຄ້າຫວຽດນາມແລະພັນທະມິດເສດຖະກິດອາຊີ-ເອີລົບ

(vovworld) - ວັນ​ທີ 05/10, ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​​ສັງ​ກັດ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ (EAEU), ເລີ່ມ​ມີ​ຜົນ​ສັກ​ສິດ, ເປີດ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ຝ່າຍ. ສັນ​ຍາ​ດັ່ງ​ກ່າວ​​ໄດ້​ໝັ້ນ​ໝາຍ​ວ່າ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ເພີ່ມ​ທະ​ວີການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າ​ງ​ບັນ​ດາ​ປະ​ເທດ​ສັງ​ກັດ EAEU ແລະ ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໂຄ​ສະ​ນາ​ສິນ​ຄ້າ ກໍ່​ຄື​ດຶງ​ດູດ​ການ​ລົງ​ທຶນ. ບົດ​ຂຽນ “ແງ່​ວັງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ” ຂອງ ວິ້ງ​ຟອງ, ນັກ​ຂ​່າວ VOV.


ແງ່ຫວັງໃໝ່ໃຫ້ແກ່ການພົວພັນດ້ານເສດຖະກິດ, ການຄ້າຫວຽດນາມແລະພັນທະມິດເສດຖະກິດອາຊີ-ເອີລົບ - ảnh 1
(ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ
ເມື່ອ​ສັນ​ຍາ FTA-EAEU ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ)


FTA ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEU, ລວມ​ມີ: ສະ​ຫະ​ພັນ​ລັດ​ເຊຍ, ສ.ເບ​ລາ​ຣຸດ, ສ.ກາ​ຣັກ​ສະ​ຖານ, ສ.ອາກ​ເມ​​ນີ ແລະ ສ. Kyrgyzstan. ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEU ແລະ ຫວຽດ​ນາມ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 29/05/2015, ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັ​ນ​ທີ 05/10/2016. ​ຕາມສັນ​ຍາ​ດັ່ງ​ກ່າວ​ແລ້ວ, ກວ່າ 90% ປະ​ເພດສິນ​ຄ້າ​ສົ່ງ​ອອກຂອງ​ຫວຽດ​ນາມ ທີ່​ສົ່ງ​ໄປ​ຍັງ​ປະ​ເທດນີ້​ໄດ​້​ຍົກ​ເວັ້ນ​ພາ​ສີ ຫຼື ຫຼຸດ​ຜ່ອນ​ພາ​ສີ. ໃນ​ປີ​ທຳ​ອິດທີ່​ສັນ​ຍາ​ເລີ່ມ​ມີ​ຜົນ​ສັກ​ສິດ, ບັນ​ດາ​ນັກ​ສົ່ງ​ອອກ​ໃນ​ພາກ​ພື້ນ ຈ​ະ​ປະ​ຢັດ​ພາ​ສີ​ໄດ້​ປະ​ມານ 40 ລ້ານ USD. ທ່ານ ດັ້ງ​ຮ່ວາງ​ຫາຍ, ຫົວ​ໜ້າ​ກົມ​ຕະ​ຫຼາ​ດ​ເອີ​ລົບ (ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ) ໃຫ້​ຂໍ້​ສັງ​ເກ​ດ​ວ່າ: ​ໂດຍແມ່ນ​ຄູ່​ຮ່ວມ​ມື​ທຳ​ອິດ​ທີ່​ລົງ​ນາ​ມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ກຸ່ມ​ພັນ​ທະ​ມິດນີ້ ສະ​ນັ້ນ, ກາ​ລະ​ໂອ​ກາດ​ສຳ​ລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແມ່ນ​ຫຼາຍ​ທີ່​ສຸດ.

        “​ນີ້​ແມ່ນສັນ​ຍາ​ລົງ​ນາມ​​ຂັ້ນ​ລັດ ແລະ ແມ່ນ​ສັນ​ຍາ​ຮອບ​ດ້ານ ​ເພາະ​ມັນບໍ່​ພຽງ​ແຕ່​ເປີດ​ປ​ະ​ຕູ​ສິນ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ລົງ​ທຶນ, ການ​ບໍ​ລິ​ການ​ອີກ​ດ້ວຍ. ນີ້ກໍ່​ແມ່ນ​ສັນ​ຍາ​ສະ​ບັບ​ທຳ​ອິດ​ເຊິ່ງ EAEU ລົງ​ນາມ​ກັບ​ປະ​ເທດນອກ​ກຸ່ມ ແລະ ເປັນ​ຄັ້ງ​ທຳ​ອິດ​ຫວຽດ​ນາມ ລົງ​ນາມ​ກັບ​ພັນ​ທະ​ມິດ​ເສດ​ຖະ​ກິດ. ດ້ວຍ​ສັນ​ຍາ​ທີ່​ໄດ້​​ຮັບ​ການກະ​ກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ, ແນ່ນອນ​ວ່າ ຈະ​ສ້າງ​ບາດກ​້າວ​ບຸກ​ທະ​ລຸ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ EAEU​.”

        ປະ​ຈຸ​ບັນ, ມີ​ວິ​ສາ​ຫະ​ກິດຂອງຫວຽດ​ນາມ ກວ່າ 900 ແຫ່ງ​ ​ສົ່ງ​ອອກ​ໄປ​ຍັງ EAEU, ໃນ​ນັ້ນ, ມີ​ວິ​ສາ​ຫະ​ກິດ​ປະ​ມານ 200 ແຫ່ງ​ມີ​ວົງ​ເງິນ​ການ​ຄ້າ​ໃຫຍ່, ສຸມ​ໃສ່​ຕົ້ນ​ຕໍ່​ເຂົ້າ​ໃນ​ບັນ​ດາ​ຂະ​ແໜງ​ສິນ​ຄ້າ​ຄື: ສິນ​ໃນ​ນ້ຳ, ກາ​ເຟ, ຊາ, ເຂົ້າ​ສານ, ເຄື່ອງ​ຕ່ຳ​​ແ​ຜ່ນ​ຕັດ​ຫຍິບ, ເກີບ​ໜັງ… ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ສະ​ຫະ​ພັນ​ລັດ​ເຊຍ ປະ​ຈຳ​ຫວຽດ​ນາມ K.V. Vnucov ໃຫ້​ຮູ້​ວ່າ: ຕາມ​ບັນ​ດາ​​ຄຳ​ໝັ້ນສັນ​ຍາ​ໃນ​ສັນ​ຍານີ້, 2 ຝ່າຍ​ຈະ​​ຍົກ​ເວັ້ນ, ຫຼຸດ​ຜ່ອນ​ພາ​ສີ​​ໃຫ້ເກືອບ 90% ປະ​ເພດ​ພາ​ສີ​ອາ​ກອນ ແລະ ເປີດ​ປະ​ຕູ​ຕະ​ຫຼາດ​ສຳ​ລັບ​ບາງ​ຂົງ​ເຂດ​ການ​ຄ້າ, ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ.

        “ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ ບໍ່​ພຽງ​ແຕ່​ເພີ່ມ​ດ້ານ​​ປະ​ລິ​ມານ​ການ​ຄ້າ​ເທ​ົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເງື່ອນ​ໄສະ​ດວກ​ໃຫ້​ການ​ລົງ​ທຶນ, ເຕັກ​ໂນ​ໂລ​ຊີ​ທີ່​ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​​ມະ​ນຸດ​ທີ່ມີ​ວິ​ຊາ​ການ. ໝາກ​ຜົນ​ຂອງ​ການ​ເລີ່ມ​​ຕົ້ນ​ກຳ​ເນີດ​ກົນ​ໄກ​ນີ້​ແມ່ນ ຫວຽດ​ນາມ ຈະ​ມີ​ສິດ​ສຳ​ພັດ​ທີ່​ມີ​ລັກ​ສະ​ນະ​ບຸ​ລະ​ມະ​ສິດ​ສຳ​ລັບ​ຕະ​ຫຼາດ​ລວມ​ທີ່ກວ້າງ​ໃຫຍ່ ແລະ ມີ​ແງ່​ຫວັງ​ຫຼາຍ​ຢ່າງ​ຂອງ 5 ປະ​ເທດ, ດ້ວຍ​ຍອດ GDP ແມ່​ນ​ເກືອບ 2.200 ຕື້ USD ແລະ ມີ​ຜູ້​ບໍ​ລິ​ໂພກອຸ​ປະ​ໂພກ ກວ່າ 180 ລ້ານ​ຄົນ. ໃນ​ຂະ​ນະ​ນັ້ນ, ບົນ​ພື້ນ​ຖານ​ບຸ​ລິ​ມະ​ສິດກຸ່ມ EAEU ກໍ່​ສາ​ມາດ​ສົ່ງ​ເສິມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເຂົ້າ​ຫວຽດ​ນາມ, ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​​ພົນ​ລະ​ເມືອງ​ກວ່າ 90 ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິດ”.

        ຄາດ​ຄະ​ເນ​​ວ່າ ການ​ເຕີບ​ໂຕ​ດ້ານ​ການ​ຄ້າ 2 ຝ່າຍ​ພາຍ​ຫຼັງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ EAEU ແລະ ຫວຽດ​ນາມ ເລີ່ມ​ມີ​ຜົນ​ສັກ​ສິດ ອາດ​ຈະ​ເພີ່ມ​ວົງ​ເງິນ​ການ​ຄ້າ​ໃນ​ປະ​ຈຸບັນ​ຈາກ 4 ຕື້ USD ຂຶ້ນ​ເຖິງ 8 – 10 ຕື້ USD. ພາຍ​ຫຼັງ​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້, ຫວຽດ​ນາມ ອາ​ດ​ຈະ​ລົບ​ລ້າງ​​ພາ​ສີນຳ​ເຂົ້າ​ສຳ​ລັບ​ກວ່າ 59% ​ປະ​ເພດ​ພາ​ສີ​ອາ​ກອນ ໃນ​​ບັນ​ຊີ​ລາຍ​ຊື່​ສິນ​ຄ້າໃຫ້​ບັນ​ດາ​ນັກ​ສົ່ງ​ອອກ​ຂອງ​ບັນ​ດາ​ປະ​ເທດ EAEU. ​ສຳ​ລັບ 30% ປະ​ເພດ​ສິນ​ຄ້າອື່ນ, ພາ​ສີ​ນຳ​ເຂົ້າ​ກໍ່​ຈະ​ຄ່ອຍໆ​ຫຼຸດ​ລົງ​ລະ​ດັບ 0% ໃນ​ໄລ​ຍະ​​ຂ້າມ​ຜ່ານ. ​ບັນ​ດາ​ພາ​ສີ​ນຳ​ເຂົ້າ​ສະ​ເ​ລ່ຍ​ຂອງ​ຫວຽດ​ນາມ ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ບັນ​ດາ​ປະ​ເທດ EAEU ຈະ​ຫຼ​ຸດ​ແຕ່​ລະ​ດັບ 10% ລົງ​ເຫຼືອ 1%. ທ່ານດັ້ງ​ຮ​ວ່າງ​​ຫາຍ, ຫົວ​ໜ້າ​ກົມ​ບັນ​ດາ​ຕະ​ຫຼາດ​ເອີ​ລົບ, ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ ໃຫ້​ຮູ້​ຕື່ມ​ອີກວ່າ.

        “ເພື່ອ​ແນ​ໃສ່​ນຳ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ເຊິ່ງ​ສັນ​ຍາ​ນຳ​ມາ​ໃຫ້​ຢ່າງ​ສຸດ​ຂີດ, 2 ຝ່າຍ​ຕ້ອງ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ລະ​ອຽດ​ກ່ຽວ​ກັບ​ການ​ຂົນ​ສົ່ງ, ພາ​ສີ, ນະ​ໂຍ​ບາຍ, ເຄື່ອນ​ໄຫວ​ຢ່າງ​ມີ​ໄຫວ​ພິບ ເພື່ອ​​ເຮັດ​ໃຫ້​ສັນ​ຍານຳ​ມາ​ເຊ​ິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ວ​ິ​ສາ​ຫະ​ກິດ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ EAEU. ປະ​ຈ​ຸ​ບັນ, 2 ຝ່າຍກໍ່​ວາງ​ອອກ​ຄາດ​ໝາຍບັນ​ລຸ​​ວົງ​ເງິນ​ການ​ຄ້າ 2 ຝ່າຍ​​ໃຫ້​ໄດ້​ແຕ່ 10 ຫາ 12 ຕື້ USD ​ເຖິງ​ປີ 2020. ເພື່ອ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ຝ່າຍ​ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ທັນ​ການ​ຈາກ​ບັນ​ດາ​ສະ​ຖານ​ທູດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ແລະ ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

        ຕາມ​ສັນ​ຍາ​ດັ່ງ​ກ່າວ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ຫວຽດ​ນາມ ຈະ​ໄດ້​ຮັບ​ບຸດ​ລິ​ມະ​ສິດ​ໃນ​ການ​ສຳ​ພັດ​ກັບ​ຕະ​ຫຼາດ​ບັນ​ດາ​ປະ​ເທດ EAEU ແລະ ອາດ​ສາ​ມາດ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງໃຫ້​ສິນ​ຄ້າ​ຂອງ​ຕົນ​ຢູ່​ບັນ​ດາ​ຕະ​ຫຼາດ EAEU ເມື່ອ​ທຽບ​ໃສ່​ບັນ​ດາ​​ປະ​ເພດສິນ​ຄ້າ​ທີ່​ຄ້າຍ​ຄື​ກັນ​ຢູ່​ບັນ​ດາ​ປະ​ເທດ​ທີ່ບໍ່​ໄດ້​ຮັບ​ບຸ​ລິ​ມະ​ສິດ. ເລື່ອງ​ແຊກ​ແຊມ​ເຂົ້າ​ຕະ​ຫຼາດ EAEU ໄດ້​ເປີດ​ກາ​ລະ​ໂອ​ກາດ “ຄຳ” ສຳ​ລັບ​​ປະ​ເພດສິ​ນ​ຄ້າ​ສົ່ງ​ອອກ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ, ແຕ່​​ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງປະ​ເຊີນ​ໜ້າ, ນັ້ນ​ແມ່ນ​ການ​ແກ່ງ​ແຍ້ງ​ຢ່າງ​​ຂ້ຽວ​ຂາດ​ກັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຝ່າຍ​ EAEU ເພື່ອ​ສາ​ມາດ​​ແກ່ງ​ແຍ້ງຢູ່​ພາຍ​ໃນ​ປະ​ເທດໄດ້. ທ່ານ ຫງວຽນ​ກວາງ​ທ໋າຍ, ຮອງ​​ປະ​ທານ, ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ເສດ​ຖະ​ກິດ​ຫວຽດ​ນາມ ຖື​ວ່າ.

        “ເມື່ອ​ແຊກ​ແຊງ​ເຂົ້າ​ຕະ​ຫຼາດ​ໜຶ່ງ, ​ແມ່ນຕ້ອງ​ສືບ​ຕໍ່​ຊອກ​​ຮູ້​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດນັ້ນ, ບັນ​ດາ​ລັກ​ສະ​ນະ​ພິ​ເສດ, ຂໍ້​ກຳ​ນົດ​ເຊິ່ງ​ຕະ​ຫຼາດນັ້ນ​ຮຽກ​ຮ້ອງ​ຕ້ອງ​​ປະ​ຕິ​ບັດ​ຕາມ, ພ້ອ​ມ​ກັນ​ນັ້ນ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​​​ສິນ​ຄ້າ. ສຳ​ລັບ​ຕະ​ຫຼາດ​ໃໝ່, ຕ້ອງ​ຊອກ​ຮູ້​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ຄວາມນິ​ຍົມ ແລະ ບັນ​ດາ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຄຸນນະ​ພາບ​ຂອງ​​ສິນ​ຄ້າ, ບັນ​ດາ​ຮົ້​ວ​ຂີດ​ຂວາງ​ດ້ານ​ເຕັກ​ນິກ​ອາດ​ຈະ​ປະ​ກົດ​ຂຶ້​ນ. ລັດ​ ​ຄວນ​ໜູນ​ຊ່ວຍ​ດ້ານ​ກົດ​ໝາຍ, ຢັ້ງ​ຢືນ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ສິນ​ຄ້າ​, ເຄື່ອງໝາຍ​​ເພື່ອໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ​ສາ​ມາດ​ນຳ​ເຂົ້າ​ບັນ​ດາ​ຕະ​ຫຼາ​ດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້ ແລະ ​ນຳ​ເຂົ້າ​ບັນ​ດາ​ຕະ​ຫຼາດ​ອື່ນ​ອີກ”.

        ຕະ​ຫຼາດ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ແມ່ນ​ຕະ​ຫຼາດ​​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ເລື່ອງ FTA EAEU ເລີ່ມ​ມີ​ຜົນ​ສັກ​ສິດ​ໄດ້​ເປັ​ນ​ຂີດ​ໝາຍ​​ບາດ​ລ້ຽວໃຫຍ່​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ຂອງ​ຫວຽດ​ນາມ ​ກັບບັນ​ດາ​ປະ​ເທດ​ໃຫຍ​່​ໃນ​ໂລກ. ເພື່ອ​ນຳ​ໃຊ້​​ຜົນ​​ປະ​ໂຫຍດເຊິ່ງ​ສັນ​ຍາ​ນຳ​ມາ​ໃຫ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ​​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ບືນ​ຕົວ​ຂຶ້ນ, ກຳ​ນົດ​ຍຸດ​ທະ​ສາດ, ມາດ​ຕະ​ການ​ແກ້​ໄຂ​ໃໝ່​ໃນ​​ການ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ​ມີ​ມູນ​ຄ່າ​ສູງ, ​ມີ​ຄວາມ​ແກ່ງ​ແຍ້ງ​​ຢ່າງ​ພຽງ​ພໍກັບ​ບັນ​ດາ​ຄູ່​ຮ່ວມ​ມືຕ່າງ​ປະ​ເທດ ແລະ ​​ຄົງ​ຕົວ​ໄດ້ຢ່າງ​ໝັ້ນ​ຄົງ​ຢ​ູ່​ຕະ​ຫຼ​າດ​ພາຍ​ໃນ​ປະ​ເທດ.


ຂ່າວ/ບົດ​ອື່ນ