ແທງຮວາ ຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວ


(vovworld) - ແທງ​ຮ​ວາ ແມ່ນ​ແຂວງ​ຫ​ນຶ່ງທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ຈິດ​ວິນ​ຍານ, ທ່ອງ​ທ່ຽວ​ຊີ​ວະ​ພາບ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ທ່ອງ​ທ່ຽວ​ຢ້ຽມ​ຊົມ​ໝູ່​ບ້ານ​ຫັດ​ຖະ​ກຳ.. ດ້ວຍ​ບັນ​ດາ​ທ່າ​ໄດ້​ປ​ຽບ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ແຂວງ ແທງ​ຮ​ວາ ໄດ້​ຮັບ​ເລືອກ​ເຟັ້ນ​ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວມ​ສ​ຳ​ພັນ​ບັນ​ດາ​ມໍ​ລະ​ດົກ​ໂລກ”. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ແຂວງ ແທງ​ຮ​ວາ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ແທງຮວາ ຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວ - ảnh 1
ກຳ​ແພງ​ລາ​ຊະ​ວົງ​ໂຮ່
photo:internet

        ແຂວງ ແທງ​ຮ​ວາ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ເພາະ​ວ່າ ແທງ​ຮ​ວາ ແມ່ນ​ແຂວງ​ໃຫ​ຍ່ ມີ​ເນື້ອ​ທີ່ 11.138 ຕາ​ລາງ​ກິ​ໂລ​ແມັດ ດ້ວຍ 7 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ. ແຂວງ ແທງ​ຮ​ວາ ມີ​ຝັ່ງ​ທະ​ເລ​ຍາວ​ເກືອບ 102 ກິ​ໂລ​ແມັດ ແລະ ມີ​ປູ​ຊະ​ນີ​ຍະ​ສະ​ຖານກວ່າ 1.500 ແຫ່ງ, ໃນ​ນັ້ນ 130 ແຫ່ງ​ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ, ພິ​ເສດ ກຳ​ແພງ​ລາ​ຊະ​ວົງ​ໂຮ່ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ. ນອກນັ້ນ ແຂວງ ແທງ​ຮ​ວາ ຍັງ​ມີ​ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ​ຫລາຍ​ແຫ່ງ​ຄື: ຫ້ວຍ​ປາ​​ເທວະ​ດາເກີມ​ເລືອງ , ຖ້ຳ ບ໋ານ​ແຈງ, ຖ້ຳ ທຽນ​ເຊີນ, ຖ້ຳ ຕື​ທຶກ… ພິ​ເສດ ຫາດ​ຊາຍ​ທະ​ເລ ເຊີ່ມ​ເຊີນ ໄດ້​ຮັບ​ການ​ຄົ້ນ​ພົບມາ​ເປັນ​ເວ​ລາ ​ກວ່າ 100 ຍັງ​ຄົງ​ແມ່ນ​ສະ​ຖານ​ທີ່​ຜັກ​ພ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ທີ່​ດູດ​ດື່ມ.

        ໄລ​ຍະ​ແຕ່​ປີ 2008- 2013, ຍາມ​ໃດ ແຂວງ ແທງ​ຮ​ວາ ກໍ​ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ 10 ແຂວງ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ມາດ​ຖານ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ດ້ວຍ​ລະ​ດັບ​ການ​ເຕີບ​ໂຕກວ່າ 23%. ປີ 2013, ທົ່ວ​ແຂວງ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວກວ່າ 4,1 ລ້ານ​ເທື່ອ​ຄົນ. ໃນ 6 ເດືອນ​ຕົ້ນ​ປີ 2014, ທົ່ວ​ແຂວງ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວກວ່າ 2 ລ້ານ 8 ແສນ​ເທື່ອ​ຄົນ, ລາຍ​ຮັບ​ບັນ​ລຸ​ໄດ້ກວ່າ 1400 ຕື້​ດົງ, ​ເມົ່າ​ກັບ 63 % ແຜນ​ການ​ທີ່​​ໄດ້ວາງ​ອອກ. ປະ​ຈຸ​ບັນ ທົ່ວ​ແຂວງ ມີບ​ອ່ນ​ພັກ​ເຊົາ​ກວ່າ 550 ແຫ່ງ, ໃນ​ນັ້ນ ກວ່າ 300 ແຫ່ງ​ບັນ​ລຸ​ມາດ​ຕະຖານ ແລະ ມ​ີໂຮງ​ແຮມ 65 ຫລັງ​ບັນ​ລຸ​ລະ​ດັບ 1-4 ດາວ ພ້ອມ​ແລ້ວທີ່​ຈະ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວ​ຜັກ​​ເຊົາ​ເອົາ​ແຮງ. ແຂວງ ແທງ​ຮ​ວາ ກໍ​ໄດ້​ກໍ່​ສ້າງ​ສະ​ຫ​ນາມ​ບິນ ທໍ້​ຊວນ ສຳ​ເລັດ​ໃນ​ປີ 2013 ສາ​ມາດ​ຮັບ​ໃຊ້​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານກວ່າ 60.000 ເທື່ອ​ຄົນ ດ້ວຍ​ 5 - 7 ຖ້ຽວບິນ/ອາ​ທິດ. ນອກນັ້ນ ແຂວງ​ແທງ​ຮ​ວາ ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ທິດ​ນຳ​ເປີດກວ້າງ​ການ​ຮ່ວມ​ສຳ​ພັນ, ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ ເພື່ອ​ເພີ່ມ​ຄວາມ​ດຶງ​ດູດ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ທ່ານ ໂດກວາງ​ຈ້ອງ, ຜູ້​ອຳ​ນວຍ​ການ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ກຳ​ແພງ​ລາ​ຊະ​ວົງ​ໂຮ່ ໃຫ້​ຮູ້​ວ່າ:

        “ໃຈ​ກາງ​ກຳ​ແພງ​ລາ​ຊະ​ວົງ​ໂຮ່ ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ລາຍການ​ທ່ອງ​ທ່ຽວ​ແຫ່ງ​ຊາດຫວຽດ​ນາມ​ປີ 2015 ກັບ ​ແຂວງນິງ​ບີງ, ທັງ​ລອງ.. ສະ​ເພາະ ກຳ​ແພງ​ລາ​ຊະ​ວົງ​ໂຮ່ ແຂວງ ແທງ​ຮ​ວາ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈຸດ​ສຸມ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ. ທີ່ເຊື່ອມ​ຕໍ່​​ນະ​ຄອນ ແທງ​ຮ​ວາ, ກຳ​ແພງ​ລາ​ຊະ​ວົງ​ໂຮ່, ຫ້ວຍ​ປາ​ເທວະ​ດາ ເກີມ​ເລືອງ ແລະ ກຸງ​ເກົ່າ ນາມ​ກີງ ນີ້ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ສຳ​ຄັນ ເພື່ອ​ແນະ​ນຳ​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຂອງ​ແຂວງແທງ​ຮ​ວາ.”

ແທງຮວາ ຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວ - ảnh 2
ຫ້ວຍ​ປາ ເກີມ​ເລືອງ
photo:sotaydulich.com

        ປະ​ຈຸ​ບັດນ, ແຂວງ ແທງ​ຮ​ວາ ພວມ​ຕັ້ງ​ຫ​ນ້າ​ກະ​ກຽມ​ທຸກ​ເງື່ອນ​ໄຂ​ທີ່​ດີ ເພື່ອ​ຈັດ​ຕັ້ງ​ ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015​ໃຫ້​ສຳ​ເລັດ, ຄື: ​ລົງ​ທຶນ​ກໍ່ສ້າງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃຫ້​ສຳ​ເລັດ, ກໍ່​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຈັດ​ຕັ້ງ​ການ​ໂຄ​ສະ​ນາ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຍົກ​ລະ​ດັບ​ບັນ​ດາ​ສະ​ຖານ​ທີ່​ພັກ​​ເຊົາ, ຮັບ​ປະ​ກັນ​​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ທ່ານ ເວືອງວັນ​ກຽດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ແທງ​ຮ​ວາ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ສົມ​ທົບ​ກັບ​ກົມ​ໃຫ​ຍ່​ທ່ອງ​ທ່ຽວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ເພື່ອກໍ່​ສ້າງ ແລະ ສ້າງ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທ່ອງ​ທ່ຽວ​ໃຫ​ມ່​ຄື: ລາຍທ່ອງ​ທ່ຽວ​ລຽບ​ຕາມ​ແມ່​ນ້ຳ ໝາ໋, ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວແຄມ​ແມ່​ນ້ຳ ໝ໋າຈາກ ເຊີມ​ເຊີນ ຮອດ​ຫ້ວຍ​ປາ ເກີມ​ເລືອງ. ພິ​ເສດ ແຂວງ  ມີ​ສາຍ​ພົວ​ພັນ​ທີ່​ດີ​ກັບ​ບັນ​ດາ​ແຂວງ, ນະ​ຄອນ ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ແຂວງ, ນະ​ຄອນໃນ​ທົ່ວ​ປະ​ເທດ​ ໃນ​ປີທ່ອງ​ທ່ຽວ​ແຫ່ງ​ຊາດ​ຢູ່ ແຂວງ ແທງ​ຮ​ວາ.”

        ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ, ປ​ະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ແຂວງແທງ​ຮ​ວາ ພວມ​ກະ​ກຽມ​ພື້ນ​ຖານ​ໂຄງ​ລ່າງ, ເນື້ອ​ໃນ​ຈິດ​ໃຈ​​ເພື່ອຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ສຳ​ເລັດ​ຜົນ. ນີ້​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ແຂວງ ແທງ​ຮ​ວາ ພັດ​ທະ​ນາ ກາຍ​ເປັນ​ຂະ​ແຫນງ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ​ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ