ໝາກຜົນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI)ຢູ່ພາກກາງຫວຽດນາມ

(vovworld)- ປີ 2013, ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ແຕ່​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(FDI)​ເຂົ້າ​ຫວຽດນາມ ຍັງ​ຄົງ​ບັນລຸ​ໝາກຜົນ​ເປັນຫນ້າ​ປະ​ທັບ​ໃຈ. ພິ​ເສດ, ມີ​ຫລາຍ​ໂຄງການ​ໃຫຍ່​ທີ່​ມີ​ລັກສະນະ​ບຸກທະລຸ​ໄດ້​ລົງທຶນ​ເຂົ້າ​ບັນດາ​​ແຂວງ​ພາກ​ກາງ​ໃນ​ໄລຍະ​ຜ່ານ​ມາ ​ອ​ັນໄດ້​ເປີດ​ຫລາຍ​ກາລະ​ໂອກ​າດພັດທະນາ​ໃຫ້​ແກ່​ເຂດ​ດິນ​ນີ້. ​​

        ປີ 2013, ບັນດາ​ແຂວງ​ພາກ​ກາງ ຫວຽດນາມ ​ໄດ້​ດຶງ​ດູດ​ໂຄງການ FDI 850 ​ໂຄງການ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 25,5 ຕື້ USD, ກວມ​ເກືອບ 12% ຍອດ​ຈຳນວນ​ທຶນ FDI ຂອງ​ທັງ​ປະ​ເທດ. ບັນດາ​ທ້ອງ​ຖິ່ນ​ດຶງ​ດູດ​ທຶນ FDI ​ເປັນ​ຈຳນວນ​ຫລາຍ ນັ້ນ​ແມ່ນ: ​ແຂວງ ​ແທງ​ຮວາ, ຮ່າ​ຕີ້​ງ, ບີ​ງດີ້​ງ,​ ຟູ​ອຽນ, ກວ໋າງຫງາຍ… ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ບັນດາ​ໂຄງການ​ລົງທຶນ​ກ່ຽວ​ກັບ​ການ​ກັ່ນ​ນຳ້ມັນ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ພາກ​ກາງ. ​ໂຄງການ​ກັ່ນ​ນຳ້ມັນ ງີ​ເຊີນ ຊື່​ງ​ແມ່ນ​ໂຄງການ​ຮ່ວມ​ທຸລະ​ກິດ​ລະຫວ່າງ ຍີ່ປຸ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຢູ່ ງີ​ເຊີນ ​ແຂວງ ​ແທງ​ຮວາ ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 9 ຕື້ USD ​ແມ່ນ​ໂຄງການ FDI ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຢູ່ ຫວຽດນາມ. ​ໂຄງການ​ນີ້​ໄດ້​ເປີດ​ກາລະ​ໂອກາດ​ພັດທະນາ​ໃຫ້​​ທັງ​ເຂດ​ພາກ​ກາງ​ຫວຽດນາມ. ທ່ານ ​ເຈີ​ນຮ່ວາ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ ງີ​ເຊີນ ​ໃຫ້​ຮູ້​ວ່າ:

        “​ເຂດ​ເສດຖະກິດ​ ງີ​ເຊີນ ດ້ວຍ​ການ​ພັດ​ທະ​ນາ​ຂອງໂຄງການ​ກັ່ນ​ນຳ້ມັນ ງີ​ເຊີນ ຈະ​​ຂະ​ຫ​ຍາຍບາງ​ເຂດ​ອຸດສາຫະກຳ​ບໍ່​ສົ່ງ​ມົນ​ລະ​ຜິດ​ເຖິງ​ສິ່ງ​ແວດ​ລ້ອມ, ກະສິກຳ​ອຸດສາຫະກຳ​ສູງ, ອຸດສາຫະກຳ​ສຳຮອງ ​ແລະ ບໍລິການ​ອື່ນ​ຈຳນວນ​ຫນຶ່ງ. ລັດຖະບານ ​ແລະ ກະຊວ​​ງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ອະນຸຍາດ​​ໃຫ້​ເປີດ​ກວ້າງ​ເຂດ​ອຸດສາຫະກຳ​ດ​້ວຍຂອບ​ຂະຫນາດ 45.000 ​ເຮັກຕາ. ປະຈຸ​ບັນ ​ແຂວງ ​ແທງ​ຮວາ ພວມ​ສຸມ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຫນູນ​ຊ່ວຍ​ບັນດາ​ນັກ​ລົງທຶນ​ແກ້​ໄຂ​ລະບຽບ​ການ​ບໍລິຫານ, ບຸກ​ເບີກ​ຫນ້າ​ພຽງ​ຢ່າງ​ວອ່ງ​ໄວ.”

ໝາກຜົນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI)ຢູ່ພາກກາງຫວຽດນາມ - ảnh 1
ພາບປະກອບ:internet

        ປີ 2013, ​ໂຮງງານ​ກັ່ນ​ນຳ້ມັນ ຫວູງ​ໂຣ, ຊື່​ງ​ແມ່ນ​ໂຄງການ​ຮ່ວມ​ມື​ລະຫວ່າ​ງລາຊະ​ອານາຈັກ​ອັງກິດ ​ແລະ ສະຫະພັນ​ລັດ​ເຊຍ ຢູ່ ​ແຂວງ ຟູ​ອຽນ ກໍ​​ໄດ້​​ເພີ່ມ​ເງິນ​ລົງທຶນ​ຈາກ 1,7 ຕື້ USD ຂຶ້ນ​ເຖິງ 3,18 ຕື້ USD ​ແລະ ກໍ​ໃນ​ປີ​ 2013, ​ໂຄງການ​​ເຂດ​ປະສົມ​ກັ່ນ​ນຳ້ມັນ ຂອງ ກຸ່ມ​ບໍລິສັດ PTT ​ຂອງ​ໄທ ຄາດ​ວ່າ​ມີ​ຂອບ​ຂະຫນາດ​​ເງິນ​ລົງທຶນ​ປະມານ 27 ຕື້ USD ​​ ໄດ້​ຮັບ​​ອະນຸຍາດ​ຈາກລັດຖະບານໃຫ້​ກໍ່ສ້າງ​​ຢູ່​ແຂວງ ບີ​ງດີ້​ງ, ​ໃນ​ຂະນະ​ນັ້ນ, ​ເຂດ​ເສດຖະກິດ ຢູງກວດ ຊື່​ງ​ແມ່ນ​ສະຖານ​ທີ່ທີ່​ມີ​ໂຄງການ​ກັ່ນ​ນຳ້ມັນ ຢູງກວດ ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ, ມາ​ຮອດ​ປະຈຸ​ບັນ ກໍ​ໄດ້​ດຶງ​ດູດ​ເງິນ​ລົງທຶນ​ກວ່າ 10 ຕື້ USD, ​ໃນ​ນັ້ນທຶນ​ປະຕິບັດ​ບັນລຸ​ກວ່າ 5 ຕື້ USD. ບັນດາ​ໂຄງການ​ທີ່​ມີ​ຂອບ​ຂະຫນາດນີ້ ​ໄດ້ ​ແລະ ພວມ​ເຮັດ​​ໃຫ້​ພາກ​ກາງ​ ກາຍ​ເປັນ​ແຫ່ງ​ພົ້ນ​ເດັ່ນ​ໃນ​ການດຶງ​ດູດ FDI ຂອງ​ທັງ​ປະ​ເທດ.

        ຕາມ​ການ​ໃຫ້​ສັງ​ເກດ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ​ໃນ​ຫລາຍ​ປີ​ກະກຽມ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ເດັດ​ດຽວ​ປະຕິບັດ​ບັນດາ​ນະ​ໂຍບາຍ​​ຢ່າງເປີດ​ອົກ​ເປີດ​ໃຈ ແລະ ຕັ້ງຫນ້າ​ຫນູນ​ຊ່ວຍ​ໃຫ້​​ບັນດາ​ນັກ​ລົງທຶນ…ນັ້ນ ​ໄດ້​ປະກອບສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​ສະດວກ​ສະບາຍ, ດຶງດູດ​ບັນດາ​ນັກ​ລົງທຶນ​​ເຂົ້າ​ລົງທຶນ​ຢູ່​ບັນດາ​ແຂວງ​ພາກ​ກາງ. ສະ​ເພາະ​ໃນ 3 ປີ ​ແຕ່​ປີ 2007-2009, ຍອດ​ຈຳນວນ​ທຶນ FDI ລົງທຶນ​ເຂົ້າ​ເຂດ​ນີ້​ບັນລຸ​ລະດັບ​ສະຖິຕິ ​ເກືອບ 11,3 ຕື້ USD, ສູງ​ທົບ 4 ​ເທົ່າ​​ເມື່ອ​ທຽບ​ໃສ່ 19 ກ່ອນ​ນີ້ (​ໄລຍະ ​ແຕ່​ປີ 1988-2006 ບັນລຸ​ພຽງ 2,7 ຕື້ USD). ບໍ່​ພຽງ​ແຕ່​ເພີ່ມ​ຂຶ້ນ​ດ້ານ​ປະລິມານ​ເທົ່າ​ນັ້ນ, ຫາກ​ຄຸນ​ນະພາ​ບບັນດາ​ໂຄງການ​ກໍ​ໄດ້​ຮັບ​ການ​ຍົງ​ສູງ​ຂຶ້ນ. ບັນດາ​ໂຄງການ​ລົງທຶນ​ກັ່ນ​ນຳ້ມັນ​ລ​ວມມູນ​ຄ່າ​ເກືອບ​ສີ​ບໆ​ຕື້ USD ແມ່ນພະຍານ​ຫລັກ​ຖານ​ຢ່າງ​ມີ​ຊີວິດ​ຊີວາໃຫ້​ສິ່ງ​ດັ່ງກ່າວ. ພິ​ເສດ ມີ​ບັນດາ​ແຂວງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື: ກວ໋າງຫງາຍ, ຟູ​ອຽນ, ບີ​ງດີ້​ງ… ກ່ອນ​ນີ້ ມີ​ພຽງ​ບາງ​ໂຄງການ​ລວມມູນ​ຄ່າ 20 -30 ລ້ານ USD ​ເທົ່າ​ນັ້ນ, ປະຈຸ​ບັນ ​ໄດ້​ມີ​ໂຄງການ​ດ້ວຍ​ເງິນ​ລົງທຶນ​ນັບ​ຕື້ USD. ບັນດາ​ໂຄງການ​ລົງທຶນ​ກ່ຽວ​ກັບ​ກັ່ນ​ນຳ້ມັນ ບໍ່​ພຽງ​ແຕ່​ຍົກ​ຂອບ​ຂະຫນາດ​ການ​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ບັນດາ​ໂຄງການ​ກ່ຽວ​ກັບ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ, ​ຫລອມເຫລັກ​ກ້າ, ​​ທາດເຄມີ, ອຸດສາຫະກຳ​ສູງ, ​ອຸດສາຫະກຳ​ສຳຮອງ… ລວມມູນ​ຄ່າ​ນັບ​ຕື້ USD, ​ເປີດ​ຫລາຍ​ທິດ,​ຫລາຍ​ຂົງ​ເຂດ, ດຶງ​ດູດ​ແຮງ​ງານ​ທ້ອງ​ຖິ່ນ​ເປັນຈຳນວນ​ຫລວງຫລາຍ. ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ຢູ່​ພາກ​ກາງ​ຫວຽດນາມ ດ້ວຍ​ກົນ​ໄກ, ນະ​ໂຍບາຍ​ດີ​ກວ່າ, ດ້ວຍ​ການ​ກຳນົດ​ທິດ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ຈະ​ກາຍ​​ເປັນຂະ​ແຫນງ​ນຳ​ຫນ້າ​ເຮັດ​ໃຫ້ເສດ​ຖະກິດ​ຂອງ​ທັງ​ເຂດພັດທະນາ, ປະກອບ​ສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງກວ່າ. ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາກ​ກາງ​ລວມມີ: ດາ​ຫນັງ ​ແລະ ບັນດາ​ແຂວງ ​ເທື່ອທຽນ​ເຫ້ວ, ກວ໋າງນາມ, ກວ໋າງຫງາຍ, ບີງດີ້​ງ ມີ​ບົດບາດ​ເປັນ​ກຳລັງ​ຫນູນ​ອັນ​ໃຫຍ່​ຫລວງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ພາກ​ກາງ. ດ້ວຍບົດ​ບາດ​ໃຈກາງ, ບັນດາທ້ອງ​ຖິ່ນ​ດັ່ງກ່າວ​ພວມ​ປະສົບ​ຜົນສຳ​ເລັດ​ຫລາຍ​ຢ່າງ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ. ມີ​ວິ​ສາ​ຫະກິດ​ໃຫຍ່​ຫລາຍ​ແຫ່ງ​ມາ​ຈາກ ຍີ່​ປຸ່ນ, ​ອາ​ເມ​ລິ​ກາ, ສິງກະ​ໂປ, ສ​ເກົາຫລີ ໄດ້​ມາ​ແຫ່ງ​ນີ້​ເພື່ອ​ລົງທຶນ​​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ, ອຸດ​ສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ.

        ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ, ພື້ນຖານ​ໂຄງ​ລ່າງ​ຄ້າຍຄື​ກັນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ບັນດາ​ແຂວງ​ພາກ​ກາງ ຫວຽດນາມ​ໄດ້ ​ແລະ ພວມ​ຍູ້​ແຮງ​ການ​ຮ່ວມ​ສຳພັນ​ໃນ​ກາ​ນສົ່ງ​ເສີມ, ດຶງ​ດູດ​ການ​ລົງທຶນ. ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ເຂດ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເປັນ​ປະຈຳ ​ອັນໄດ້​ຊ່ວຍ​ໃຫ້ກາ​ນນຳ​ບັນດາ​ທ້ອງ​ຖິ່ນ​ມີ​ກາລະ​ໂອກາດ​ປຶກສາ​ຫາລື, ​ໄຈ້​ແຍກ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ຕົວ​ຢ່າງ​ຄື: ນະຄອນ ດາ​ຫນັງ ​ໄດ້​ສຸມ​ໃສ່​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ເງິນ; ​ແຂວງ ກວ໋າງນາມ ​ແລະ ​ເທື່ອ​ທຽນ​ເຫ້ວ ​ໃຫ້​ບຸລິມະ​ສິດ​ພັດທະນາ​ການທ່ອງທ່ຽວ,​ແຂວງ ກວ໋າງຫງາຍ ບຸລິມະສິດອຸດສາຫະກຳ​ຫນັກ, ສ່ວນ​ແຂວງ ບີ​ງດີ້​ງ ​ແລະ ຟູ​ອຽນ ກຳນົດ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ກັ່ນ​ນຳ້ມັນ. ທ່ານ ກາວ​ຄວາ, ປະທານ​ຄະນະ​ກຳມະການ ປຊຊ ​ແຂວງ ກວ໋າງຫງາຍ ຖື​ວ່າ: ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ​ນັບ​ມື້​ນັບ​ຊຳນານ​ງານ​ກວ່າ.

        “​ແຂ​ວງ ພວກ​ຂ້າພະ​ເຈົ້າ ​ໄດ້, ພວມ ​ແລະ ຈະ​ຮ່ວມ​​ແຮງ​ຮ່ວມ​ໃຈ ​ແລະ ຫນູນ​ຊ່ວຍ​​ບັນດາ​ນັກ​ລົງທຶນ​ ດ້ວຍ​ຈິດ​ໃຈ​ຖືວຽກ​ງານ​ຂອງ​ນັກ​ລົງທຶນ​ແມ່ນ​ວຽກ​ງານ​ຂອງພວກ​ຂ້າພະ​ເຈົ້າ. ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ນັກ​ລົງທຶນ​ແມ່ນ​ຄວາມຫຍຸ້ງຍາກ​ຂອງ​ແຂວງ ກວ໋າງຫງາຍ ​ແລະ ພ້ອມ​ກັນ​ແກ້​ໄຂ​ຢ່າງ​ທັນ​ການ.”

        ມາ​ຮອດ​ປະຈຸ​ບັນ, ​ກະ​ແສ ​ເງິນ​ລົງທຶນ​ໂດຍ​ກົງຂອງ​ຕ່າງປະ​ເທດ​​ເຂົ້າ​ບັນດາ​ແຂວງ​ພາກ​ກາງ​ໄດ້​ປະກອບສ່ວນ 6% ຍອດ​ຜະລິດ​ຕະພັນ​ສັງຄົມ​ຂອງ​ພາກ​ພື້ນ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 66.000 ຄົນ. ບັນດາ​ທ້ອງ​ຖິ່ນ​​ຖື​ວ່າ: ການ​ຮ່ວມ​ສຳພັນ​​ດຶງ​ດູດ​ການ​ລົງທຶນ​ ​ ​ແມ່ນ​ຂອດ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ແຫ​ລ່ງ​ລາຍ​ຮັບ​ງົບ​ປະມານ ​ແລະ ສ້າງ​ປະຖົມ​ປັດ​ໄຈ​ຢ່າງ​ໝັ້ນຄົງ​ໃຫ້​ແກ່​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ