ໝາກຜົນຂອງລາຍການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ປີ 2014


(vovworld)- ປີ 2014, ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ຍູ້​ແຮງ ດ້ວຍ​ການ​ສຸມ​ໃສ່​ເຂົ້າ​ໃນ 3 ຂົ​ງ​ເຂ​ດ​ສຳ​ຄັນ​ນັ້ນ​ແມ່ນ: ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່, ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່ ແລະ ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານການ​ເງິນຄືນ​ໃຫມ່. ເຖິງວ່າ ໝາກ​ຜົນບໍ່​ທັນ​ບັນ​ລຸ​​ໄດ້​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ກໍ​ຕາມ, ແຕ່​ບັນ​ດາ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ກ​ໍ​ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ພື້ນ​ຖານ​ເພື່ອ​ຍູ້​ແຮງວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຕໍ່​ໄປ.

ໝາກຜົນຂອງລາຍການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ປີ 2014 - ảnh 1
ພາບ​ປະ​ກອບ:internet

        ລາຍ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຢູ່ ຫວຽດ​ນາມ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ 3 ປີ​ຜ່ານ​ມາ, ມາ​ຮອດ​ປະ​ຈຸ​ບັນ ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໝາກ​ຜົນ​ພົ້ນ​ເດັ່ນ​ທີ່​ສຸດ ແມ່ນ​ການ​ສ້າງ​ພື້ນ​ຖານ​ເສດຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ໄດ້​ຮັບ​ກາ​ນ​ຄວບ​ຄຸມ, ຄຸນ​ນະ​ພາບ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ. ບົນ​ພື້ນ​ຖານ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ເບື້ອງ​ຕົ້ນ​ຂອງ​ລາຍ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ​ປີນີ້ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຍູ້​ແຮງວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ດ້ວຍ​ຈຸດ​ໝາຍ​ປ່ຽນ​ໃຫມ່​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ, ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃຫມ່, ຫລຸດ​ຜ່ອນ​ໄພ​ເງິນ​ເຟີ້​ຢ່າງວ່ອງ​ໄວ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ. ລັດ​ຖະ​ບານ ໄດ້​ຊີ້​ນຳ​ໃຫ້​ບັນ​ດາ​ກະ​ຊວ​ງ​ຂະ​ແຫນງ​ການ, ທ້ອງ​ຖິ່ນ ສືບ​ຕໍ່​ສ້າງ​ບັນ​ດາ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ສ້າງ​ເງື່ອນ​ໄຂ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ຢູ່​ໃນ 3 ຂົງ​ເຂດ​ຕົ້ນ​ຕໍ ນັ້ນ​ແມ່ນ: ການ​ລົງ​ທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະ​ກິດ ແລະ ລະ​ບົບ​ການ​ເງິນ, ທະ​ນາ​ຄານ. ດ​ຣ ຫງວຽນ​ດືກ​ກຽນ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່​ງ​ຊາດ​ຖື​ວ່າ:

        “ເບິ່ງ​ລວມ​ແລ້ວ ຄວາມ​ຕັດ​ສິນ​ໃຈ​ດ​້ານ​ການ​ເມືອງ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຖືກ​ລະ​ບຸ​ໄວ້​ໃນ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ແລະ ເລີ່ມ​ມີ​ຄຸນ​ປະ​ໂຫຍດ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ເຖິງວ່າໝາກ​ຜົນ​ບໍ່​ທັນ​ບັນ​ລຸ​​ຄື​ດັ່ງ​ແຜນ​ການ​ທີ່ວາງ​ອອກໃນ​ເບື້ອງ​ຕົ້ນ​ກໍ​ຕາມ, ແຕ່​ໄດ້​ເປີດທິດ​​ທາງ​ທີ່​ສຳ​ຄັນ.”

        ໂດຍ​ປະ​ຕິ​ບັດ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ນັບ​ແຕ່​ຕົ້ນ​ປີ ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່ ໄດ້​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ຢ່າງ​ຂ້ຽວ​ຂາດ​ຄື: ຍົກ​ເລີກ 42 ໂຄງ​ການ​​ທີ່ບໍ່​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ສະ​ພາບ​ການ​ລົງ​ທຶນບໍ່​ມີ​ຈຸດ​ສຸມ, ການ​ຟຸມ​ເຟືອຍ​ເທື່ອ​ລະ​ກ້າວ. ຄຽງ​ຄູ່​ກັນ​ນັ້ນ, ກອບ​ກົດ​ໝາຍ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມ​ບູນ​ແບບ. ບັນ​ດາ​ແຜນ​ການ​ລົງ​ທຶນ​ໄລ​ຍະ​ຍາວ​ຈາກ​ສູນ​ກາງ​ຕະ​ຫລອດ​ຮອດ​ທ້ອງ​ຖິ່ນ ຖືກ​ປ່ຽນ​ແທນ​ໃຫ້​ບັນ​ດາ​ແຜນ​ການ​ໄລ​ຍະ​ສັ້ນ​ກ່ອນນີ້. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ໄດ້​ເປັນ​ເຈົ້າ​ການ​ສັບ​ຊ້ອນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕາມ​ການໃຫ້​ບຸ​ລິ​ມະ​ສິດຕາມ​ລຳ​ດັບ,​ສຸມ​ໃສ່​ຈັດ​ວາງ​ແຫລ່ງ​ທຶນ​ເພື່ອ​ສຳ​ເລັດ​ບັນ​ດາ​ໂຄງ​ການທີ່​ພວມ​ໂຈະ​ໄວ​ໄວ້.  ຂົງ​ເຂດ​ສ້າງ​ໂຄ​ງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່ ພວມ​ແກ້​ໄຂ​ຂໍ້​ຈ​ຳ​ກັດ​ເທື່ອ​ລະ​ກ້າວ ແລະ ຜັນ​ຂະ​ຫຍາຍ​ຫລາຍ​ມາ​ດ​ຕະ​ການ​ຢ່າງ​ແຮງ​ຄື: ເພີ່ມ​ທະ​ວີ​ການ​ສ້າງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ຫຸ້​ນ​ສ່ວນ. ໄລ່​ມາ​ຮອດ​ເດືອນ 11/2014, ອົງ​ການ​ມີ​ສິດ​ອຳ​ນາ​ດ​ເຊັນ​ອະ​ນ​ຸ​ມັດແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ໃຫ້ 90/108 ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ ​. ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ 126 ແຫ່ງ​ຫັນເປັນ​ຫຸ້ນ​ສ່ວນ. ເປັນ​ຫນ້າ​ສົນ​ໃຈ, ໃນ​ຈຳ​ນວ​ນ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ອະ​ນຸ​ມັດ​ວິ​ທີ​ການ​ຫັນ​ເປັນ​ຫຸ້​ນ​ສ່ວນ, ມີ​ວິ​ສາ​ຫະ​ກິດ​​ຂອບ​ຂ​ະ​ຫນາດ​ໃຫຍ່ຫລາຍ​ແຫ່ງ ຄື: ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ຫລື ບໍ​ລິ​ສັດ​ໃຫຍ່​ການ​ບິນ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ຍັງມີ​ບໍ​ລິ​ສັດ​ໃຫຍ່ 10 ແຫ່ງ ຂຶ້ນ​ກັບ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທ່າ​ກຳ​ປັ່ນ​ໃຫຍ່ 4 ແຫ່ງ(ຫາຍ​ຟ່ອງ, ດາ​ຫນັງ, ກວ໋າງ​ນີງ, ຍາ​ຈາງ) ກໍ​ໄດ້​ຮັບ​​ອະ​ນຸ​ມັດ​ວິ​ທີ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິ​ວັດ​ການ​ຫັນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້​ນ​ສ່ວນ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ ຍັງ​ຕ້ອງ​ການ​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ ເພື່ອ​ຍູ້​ໄວ​ຄວາມ​ຄືບ​ຫນ້າ​ທີ່​ໄດ້​ວາງ​ອອກ. ດ​ຣ ເລ​ດັງ​ຢ​ວານ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່​ໃນ​ໄລ​ຍະ​ຜ່ານ​ມາ ສ່ວນ​ຫລາຍ​ແມ່ນ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຫັນ​ເປັນ​ຫຸ້ນ​ສ່ວນ, ບໍ່​ທັນ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ຮອບ​ດ້ານ. ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ຕ້ອງ​ມີ​ຂໍ້​ຕົກ​ລົງ​ຫລາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ກົດ​ໝາຍ ແລະການ​ຕິດ​ຕາມກວດ​ກາ​ພິ​ເສດ. ສະ​ນັ້ນ ຕ້ອງມີບັນ​ດາ​ມາດ​ຕະ​ການ​ເພື່ອ​ສ້າງ​ບັນ​ດາ​ແຜນ​ຮ່າງ​​ທີ່ສາ​ມາດ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ, ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫ​ມ່.”

        ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ການ​ສ້າງ​ລະ​ບົບ​ການ​ເງິນ, ທະ​ນາ​ຄານ ໃນ​ໄລ​ຍະ​ຜ່ານ​ມາ ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ເຫັນ​ໄດ້​ຊັດ. ມາ​ຮອດ​ປະ​ຈຸ​ບັນ ໄດ້​ແກ້​ໄຂ 8 ໃນ​ຈຳ​ນວນ 9 ທະ​ນາ​ຄານ​ອ່ອນ​ດ້ອຍ. ລັດ​ຖະ​ບານ ກໍ​ໄດ້​ຮັບ​ຮອງ​ເອົາ​ໄລ​ຍະ 2 ຂອງ​ແຜນ​ຮ່າງສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃຫມ່, ຕາມນັ້ນ​ແລ້ວ ຈະ​ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ຫລື​ໂຮມ​ທະ​ນາ​ຄານ 6-7 ແຫ່ງ​ເຂົ້າ​ກັນ. ພ້ອມ​ກັບ​ການ​ສັບ​ຊ້ອນ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ທະ​ນາ​ຄານ​ຄ​ືນ​ໃຫມ່, ເລື່ອງ​ແກ້​ໄຂ​ຫນີ້​ເສຍ​ກໍ​ໄດ້​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ, ຫນີ້​ເສຍ​ຫລຸດ​ລົງ​ເຄິ່ງ​ຫນຶ່ງ.

        ພ້ອມ​ກັບ​ວິ​ວັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ລະ​ດັບ​ຈະ​ເລີນ​ເຕີບ​ໂຕ GDP ຂອງ​ປີ 2014 ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ອາດ​ສາ​ມາດ​ບັນ​ລຸ 5,8%. ​ເປັນຫນ້າ​ປິ​ຕິ​ຊົມ​ຊື່ນ ​ນັ້ນ​ແມ່ນມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ ພາຍ​ຫລັງ​ຫັນ​ເປັນ​ຫຸ້ນ​ສ່ວນ ລ້ວນ​ແຕ່​ມີ​ທ່າ​ອ່ຽງ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ພວມ​ໄປ​ຖືກ​ທິດ, ຕອບ​ສະ​ຫນອງ​ຄວ​າມ​ຕ້ອງ​ການ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ