ໝາກຜົນດ້ານເສດຖະກິດພາຍຫລັງ 2 ປີແຫ່ງການປະຕິບັດມະຕິຂອງອົງຄະນະພັກແຂວງ ນິງທ້ວນ

(VOVWORLD) -ໃນຊຸມປີທຳອິດແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກແຂວງ ນິງທ້ວນ ໄລຍະ (2020-2025), ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (2021-2026), ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍຢ່າງ ຍ້ອນຜົນກະທົບຈາກພະຍາດໂຄວິດ-19, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມ, ຄວາມຮັບຜິດຊອບສູງຂອງຄະນະພັກທຸກຂັ້ນ, ລະບົບການເມືອງຈາກແຂວງລົງຮອດຮາກຖານແລ້ວ, ແຂວງ ນິງທ້ວນ ກໍ່ສາມາດບັນລຸໄດ້ບັນດາຜົນງານດ້ານເສດຖະກິດອັນໃຫຍ່ຫຼວງ. ໃນປີ 2021, ແຂວງນອນໃນ Top  5 ແລະ ໃນ 6 ເດືອນຕົ້ນປີນີ້, ແຂວງນອນໃນ 8 ທ້ອງຖິ່ນທີ່ມີລະດັບການເຕີບໂຕສູງທີ່ສຸດໃນທົ່ວປະເທດ.

ໝາກຜົນດ້ານເສດຖະກິດພາຍຫລັງ 2 ປີແຫ່ງການປະຕິບັດມະຕິຂອງອົງຄະນະພັກແຂວງ ນິງທ້ວນ - ảnh 1ທ່ານ ຫວໍດິງນາມ ຮອງເລຂາຜູ້ປະຈຳການຄະນະພັກແຂວງ,ປະທານ ສະພາປະຊາຊົນ ແຂວງນິງທ້ວນ. ພາບ: ninhthuan.gov.vn

ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກແຂວງ ນິງທ້ວນ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງທັນການ ແລະ ມີປະສິດທິຜົນ, ແຕ່ຕົ້ນອາຍຸການ, ຄະນະບໍລິຫານງານອົງຄະນະພັກແຂວງ ນິງທ້ວນ ໄດ້ຊີ້ນຳຢ່າງຂ້ຽວຂາດ ເພື່ອນຳເອົາມະຕິຂອງພັກເຂົ້າສູ່ຊີວິດໂດຍໄວ. ທ່ານ ຟ້າມວັນເຫົ້າ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ນິງທ້ວນ ໃຫ້ຮູ້ວ່າ:

ເປົ້າໝາຍທີ່ພວກຂ້າພະເຈົ້າໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ ຮອດປີ 2025 ນຳແຂວງ ນິງທ້ວນ ໃຫ້ກາຍເປັນແຂວງທີ່ມີການພັດທະນາດີພໍສົມຄວນ ແລະ ກາຍເປັນ ສູນພະລັງງານທົດແທນ. ໃນແຜນການເຄື່ອນໄຫວ, ແບບວິທີການຊີ້ນຳຂອງຄະນະພັກແຂວງໃນອາຍຸການນີ້ໄດ້ມີການປ່ຽນແປງໃນຊ່ວງເວລາທຳອິດຂອງອາຍຸການ ແລະ ໃນປີທຳອິດ. ປີທີ 2, ແມ່ນສຸມໃສ່ຊີ້ນຳຜັນຂະຍາຍ ແລະ ປະກາດໃຊ້ບັນດາມະຕິຕາມຫົວເລື່ອງສະເພາະເພື່ອ ສຸມໃສ່ຊີ້ນຳບັນດາຂົງເຂດທີ່ເປັນທ່າໄດ້ປຽບ, ທ່າແຮງ ແລະ ຂົງເຂດຕົ້ນຕໍຂອງແຂວງ.

ໃນກວ່າ 2 ປີຜ່ານມາ, ຄະນະບໍລິຫານງານອົງຄະນະພັກແຂວງ, ຄະນະປະຈຳຄະນະພັກແຂວງ ໄດ້ປະກາດໃຊ້ມະຕິຫົວເລື່ອງສະເພາະ, ມະຕິໃນປີ ແລະ ຄຳສັ່ງຫລາຍສະບັບ, ໂຄງການເຄື່ອນໄຫວ, ແຜນຮ່າງ, ແຜນການສຳຄັນ ກວ່າ 20 ສະບັບ. ທ່ານ ຟ້າມວັນເຫົ້າໃຫ້ຮູ້ຕື່ມອີກວ່າ:

 “ປີນີ້ເປັນປີທຳອິດທີ່ພວກຂ້າພະເຈົ້າໄດ້ປະສົບຜົນສຳເລັດໃນໄລຍະ 2 ປີທຳອິດແຫ່ງການປະຕິບັດມະຕິ. ນິງທ້ວນ ໄດ້ຮັກສາສະຖຽນລະພາບ ແລະ ມີບາດກ້າວຟື້ນຟູການພັດທະນາເສດຖະກິດ. ລະດັບການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນແຂວງ (GRDP) ຕໍ່ຫົວຄົນຂອງແຂວງ ນິງທ້ວນ ໃນ 3 ປີຜ່ານມາ ແມ່ນມີຄວາມເປັນປົກກະຕິທີ່ສຸດ”.

ສ້າງທິດກ້າວເດີນທີ່ແຕກຕ່າງແມ່ນສິ່ງທີ່ ນິງທ້ວນ ວາງອອກໃນບັນດາມະຕິເພື່ອຍາດແຍ່ງເອົາການດຶງດູດການລົງທຶນ, ເພື່ອກໍ່ສ້າງ ແລະ ພັດທະນາທ້ອງຖິ່ນ. ການກຳນົດທິດຮອດປີ 2030, ການເຕີບໂຕຂອງມູນຄ່າການຜະລິດອຸດສາຫະກຳເມື່ອທຽບໃສ່ປີ 2010 ບັນລຸສະເລ່ຍ 18%/ປີ; ອັດຕາສ່ວນອຸດສາຫະກຳໃນຍອດຜະລິດຕະພັນພາຍໃນ (GDP) ບັນລຸ 40%, ດຶງດູດການລົງທຶນ ແລະ ນຳໂຮງງານໄຟຟ້າເຂົ້າເຄື່ອນໄຫວເພື່ອບັນລຸກຳລັງການຜະລິດໄດ້ 11.800 MW, ນຳແຂວງ ນິງທ້ວນ ໃຫ້ກາຍເປັນສູນພະລັງງານສະອາດ, ທົດແທນຂອງຫວຽດນາມ. ທ່ານ ຫວໍດິ່ງວິງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນິງທ້ວນ ໃຫ້ຮູ້ວ່າ:

 “ແຂວງໄດ້ຍື່ນສະເໜີຕໍ່ກະຊວງອຸດສາຫະກຳ - ການຄ້າ ແລະ ນາຍົກລັດຖະມົນຕີ ເພື່ອອະນຸມັດແຜນການພັດທະນາເສດຖະກິດ - ສັງຄົມຂອງແຂວງ. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າໄດ້ຜັນຂະຍາຍແຜນການໃນຊຸມປີຕໍ່ໜ້າ. ວັນທີ 15 ພຶດສະພາຜ່ານມາ, ການວາງແຜນໄຟຟ້າ VIII ຂອງລັດຖະບານກໍ່ໄດ້ເອົາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ໝາກຜົນດ້ານເສດຖະກິດພາຍຫລັງ 2 ປີແຫ່ງການປະຕິບັດມະຕິຂອງອົງຄະນະພັກແຂວງ ນິງທ້ວນ - ảnh 2ທ່ານ ຫວໍດິງວີງ, ຫົວຫນ້າພະແນກອຸດສາຫະກຳ - ການຄ້າ ແຂວງນິງທ້ວນ. ພາບ:ninhthuan.gov.vn

ໃນມະຕິຂອງຄະນະພັກແຂວງ ນິງທ້ວນ ໃນຂົງເຂດກະສິກຳ, ໃນນັ້ນ ກະສິກຳເຕັກໂນໂລຢີສູງໄດ້ຮັບການກຳນົດເປັນເສດຖະກິດປາຍແຫລມ, ສູ້ຊົນຮອດປີ 2025, ນິງທ້ວນ ຈະມີເຂດກະສິກຳເຕັກໂນໂລຢີສູງ 3 ຫາ 5 ແຫ່ງ, ດ້ວຍເນື້ອທີ່ ເນື້ອທີ່ 1.000 ເຮັກຕາ, ມູນຄ່າການຜະລິດ 700.000.000 ດົ່ງ (ປະມານ 30.000 USD)/1 ເຮັກຕາ; ນຳການຜະລິດກະສິກຳ, ປ່າໄມ້, ສິນໃນນ້ຳ ແລະ ເສດຖະກິດຊົນນະບົດໃຫ້ພັດທະນາແບບຍືນຍົງ. ທ່ານ ເຈືອງຄັກຈີ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

    ໂດຍປະຕິບັດມະຕິເລກທີ 26 ຂອງຄະນະພັກແຂວງ ກ່ຽວກັບການສືບຕໍ່ພັດທະນາກະສິກຳເຕັກໂນໂລຊີສູງຂອງແຂວງ, ພາຍຫຼັງ 2 ປີແຫ່ງການປະຕິບັດ, ກະສິກຳເຕັກໂນໂລຊີສູງກໍ່ບັນລຸໄດ້ໝາກຜົນຕັ້ງໜ້າ. ລະດັບການເຕີບໂຕດ້ານມູນຄ່າອຸດສາຫະກຳການຜະລິດກະສິກຳໃນປີກາຍບັນລຸ 4,81%, ເມື່ອທຽບໃສ່ຄາດໝາຍທີ່ວາງອອກແມ່ນ 3-4%/ປີ. ໃນນັ້ນການເຕີບໂຕຂອງການຜະລິດ ແລະ ການນຳໃຊ້ກະສິກຳເຕັກໂນໂລຊີສູງບັນລຸ 39,6%, ເມື່ອທຽບໃສ່ຄາດໝາຍທີ່ວາງອອກ 30-40%/ປີ.”

ໃນໄລຍະຈະມາເຖິງ, ແຂວງ ນິງທ້ວນ ຈະສືບຕໍ່ປ່ຽນໃໝ່ການປະກາດໃຊ້ ແລະ ຈັດຕັ້ງປະຕິບັດມະຕິຂອງພັກ; ຍູ້ແຮງວຽກງານຂົນຂວາຍມະຫາຊົນ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ, ກຸ່ມກ້ອນມະຫາຄວາມສາມັກຄີທົ່ວປວງຊົນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ,  ຫັນເປັນດິຈິຕອນໃນວຽກງານຊີ້ນຳ ແລະ ບໍລິຫານ, ຜ່ານນັ້ນ ກໍ່ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ນິງທ້ວນ ແລະ ມະຕິກອງປະຊຸມໃຫຍ່ຂອງພັກ, ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2020-2025 ຂອງແຂວງ ນິງທ້ວນ  ຢ່າງມີໄຊ.... ນຳແຂວງ ນິງທ້ວນ ໃຫ້ນັບມື້ນັບພັດທະນາແບບຍືນຍົງກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ