ໝາກຜົນເບື້ອງຕົ້ນຂອງວິວັດການສ້າງໂຄງປະກອບລະບົບທະນາຄານຄືນໃຫມ່


(vovworld)- ພາ​ຍ​ຫລັງ​ໄລ​ຍະ​ເກືອບ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ(ໄລ​ຍະ 2011-2015) ຄືນ​ໃຫມ່, ມາ​ຮອດ​ປະ​ຈຸ​ບັນ ເລື່ອງ​ສ້າງ​ໂຄ​ງ​ປະ​ກອບ​ລະ​ບົບ​ທະ​ນາ​ຄາ​ນ​ຄືນ​ໃຫມ່​ບັນ​ລຸ​ໄດ້​ໝາກ​ຜົນ​ດີ​ສົມ​ຄວນບາງ​ຢ່າງ. ການ​ເຄື່ອນ​ໄຫວ​ທະ​ນາ​ຄານ​ໄດ້​ຮັບ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ເທື່ອ​ລະ​ກ້າວ​ຕາມ​ທິດ​ປອດ​ໃສ. ສະ​ພາບ​ຫນີ້​ເສຍ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ, ຄວາມ​ສາ​ມາດ​ຊຳ​ລະຂອງ​ລະ​ບົບ​ທະ​ນາ​ຄານ​ການ​ຄ້າ​ໄດ້​ຮັບ​ປະ​ກັນ, ອັດ​ຕາ​ດອກ​ເບ້ຍ​ລະ​ຫວ່າງ​ທະ​ນາ​ຄານ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ.

ໝາກຜົນເບື້ອງຕົ້ນຂອງວິວັດການສ້າງໂຄງປະກອບລະບົບທະນາຄານຄືນໃຫມ່ - ảnh 1
ພາບ​ປະ​ກອບ:tinnhanhchungkhoan

        ໃນ​ໄລ​ຍະ​ເກືອບ 3 ປີ ຜ່ານ​ມາ, ທະ​ນາ​ຄ​ານ​ແຫ່ງ​ລັດ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ຫລາຍ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ, ທະ​ນາ​ຄານ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄື​ນ​ໃຫມ່. ສະ​ນັ້ນ ປະ​ຈຸ​ບັນ ຈຳ​ນວນ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ທະ​ນາ​ຄານ​ຕ່າງ​ປະ​ເທດ​ສາ​ຂາ ຢູ່ ຫວຽດ​ນາມ ​ກໍ​ຫລຸດ​ລົງ, ພິ​ເສດ ​ແມ່ນ​ບັນ​ດາ​​ທະ​ນາ​ຄານ​​ອ່ອນ​ດ້ອຍ. ມາ​ຮອດ​ປະ​ຈຸ​ບັນ ທັງ​ລະ​ບົບ​ທະ​ນາ​ຄານ​ໄດ້​ຫລຸດ​ລົງ 7 ອົງ​ການ​ສິນ​ເຊື່ອ, 2 ສາ​ຂາ​ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ, 4 ສາ​ຂາ​ທະ​ນາ​ຄານ​ຕ່າງ​ປະ​ເທດ, 5 ກອງ​ທຶ​ນ​ສິນ​ເຊື່ອ​ປະ​ຊາ​ຊົນ ຜ່ານ​ການ​ໂຮມ​ເຂົ້າ​ກັນ, ໂຮມ​ເຂົ້າ​ເປັນ​ອົງ​ການ​ຫນຶ່ງ​ດຽວ, ເກັບ​ຄືນ​ຫນັງ​ສື​ອະ​ນຸ​ຍາດ, ຫັນ​ປ່ຽນ​ຮູບ​ການ​ເຄື່ອນ​ໄຫວ. ດ​ຣ ເລ​ຊວນ​ເຫງ໋ຍ, ອະ​ດີດ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ການ​ເງິນ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ພາຍ​ຫລັງ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ, ວິ​ວັດ​ການ​ສ້າງ​ໂຄ​ງ​ປະ​ກອບ​ຄືນ​ໃຫມ່​ໄດ້​ນຳ​ມາ​ເຊິ່ງ​ໝາກ​ຜົນ​ຕາມ​ທິດ​ຕັ້ງ​ຫນ້າ. ຄວາມ​ສາ​ມາດ​​ຊຳ​ລະ​ເປັນ​ປົກ​ກະ​ຕິ, ຕະ​ຫລາດ​ຄຳ, ເງິນ​ຕາ​ຕ່າງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ຝາກ​ເງິນ​ໄດ້​ຮັບ​ການ​ປັບ​ປຸງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໝາກ​ຜົນ​ເບື້ອງ​ຕົ້ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ.

        “ພວກ​ເຮົາ​ ປັບ​ປຸງ​ທັງ​ທະ​ນາ​ຄານ​ພາຍ​ໃນ​ປະ​ເທດ ແລະ ທະ​ນ​າ​ຄານຕ່າງ​ປ​ະ​ເທດ ​ຊື່ງລວມ​ມີ 17 ທະ​ນາ​ຄ​ານ​ອ່ອນ​ດ້ອຍ, ໃນ​ນັ້ນ ມີ​ບາງ​ທະ​ນາ​ຄານສະ​ໝັກ​ໃຈ​ໂຮມ​ເຂົ້າ​ກັນ​ຫລື ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ສຳ​ເລ​ັດ​ຜົນ​ຄື: ທະ​ນາ​ຄານ tienphongbank, ທະ​ນາ​ຄານ ກວກ​ເຢ​ີນ, ທະ​ນາ​ຄານ​ຫຸ້ນ​ສ່ວນ​ໄຊ​ງ່ອນ ຫລື BIDV ໂຮມ​ເຂົ້າ​ກັບ​ທະ​ນາ​ຄານ​ເຮືອນ​​ຢູ່​ ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ນອກນັ້ນ ທະ​ນາ​ຄານ​ແຫ່ງ​ລັດ ຍັງ​ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ທີ່​ຂັນ​ແຂງ​ກວ່າ ຕົວ​ຢ່າງ​ຄື ຊື້​ຄືນ​ທະ​ນາ​ຄານ​ອ່ອນດ​ອ້ຍ​ບາງ​ແຫ່ງ.”

        ພ້ອມ​ກັບ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່, ບັນ​ຫາ​ຫນີ້​ເສຍ ກໍ​ໄດ້​ຮັບ​ການ​ແກ້​ໄຂ​ໄດ້​ບາດ​ກ້າວ​ຫນຶ່ງ​ໂດຍ​ພື້ນ​ຖານ. ມາ​ຮອດ​ປະ​ຈຸ​ບັນ, ຫນີ້​ເສຍ ກວມພຽງ​ປະ​ມານ 3%. ໝາກ​ຜົນ​ກ່ຽວ​ກັບ​ການ​ສ້າງ​ອົງ​ປະ​ກອບລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່ ແລະ ແກ້​ໄຂ​ຫນີ້​ເສຍ​ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ຫລຸດ​ອັດ​ຕາ​ດອກ​ເບ້ຍ​ລົງ, ເປີດກວ້າງ​ແຫລ່ງ​ທຶນ​ໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ. ທ່ານ ຫວູ​ແມ້ງ​ຕຽນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ ກວ​ກ​ເຢີນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ບໍ່​ນອນ​ໃນ​ບັນ​ຊີ​ລາ​ຍຊື່​ບັນ​ດາ​ທະ​ນາ​ຄານ​ຕ້ອງ​ໂຮມ​ເຂົ້າ​ກັນ, ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ຊື່ງ​ໄດ້​ຮັບ​ຮອງ​ເອົາ​ຈາກ​ທະ​ນາ​ຄານ​ແຫ່ງ​ລັດ. ຄວາມ​ຈິງ ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ໄລ​ຍະ​ຜ່ານ​ມາ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ຜົນ​ໃນ​ເບື້ອງ​ຕົ້ນ.”

        ໃນ​ປີ 2015, ທະ​ນາ​ຄານ​ໃຫຍ່ ຈຳ​ນວນ​ຫນຶ່ງ​ຄື: Vietcombank ຫລື BIDV ໄດ້​ດຳ​ເນີນ​ການ​ໂຮມ​ເຂົ້າ​ກັບ​ບາງ​ທະ​ນາ​ຄານ​ຂະ​ຫນາດ​ນ້ອຍກວ່າ. ທ່ານ ຫງວຽນ​ວັນ​ບີງ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2015 ໄດ້​ກຳ​ນົດ​ແມ່ນ​ໄລ​ຍະ​ຈຸດ​ສຸມ ແລະ ທະ​ນາ​ຄານ​ໃຫຍ່​ທັງ​ໝົດ​ຕ້ອງ​ເຂົ້າ​ຮ່ວມ​ແກ້​ໄຂ ແລະ ຖື​ວ່ານັ້ນ​ແມ່ນ​ຫນ້າ​ທີ່​ຕ້ອງ​ເຮັດ. ບັນ​ດາ​ທະ​ນາ​ຄານ​ໃຫຍ່ ຄື Vietcombank, BIDV ຫລື Vietinbank ເຂົ້າ​ຮ່ວມ​ການ​ໂຮມ​ເຂົ້າ​ກັບ​ບັນ​ດາ​ທະ​ນາ​ຄານ​ມີ​ຂອບ​ຂະ​ຫນາດ​ນ້ອຍກວ່າ ເພື່ອ​​  ທັງ​ຫນູນ​ຊ່ວຍ, ທັງ​ເພີ່ມ​ຂອບ​ຂ​ະ​ຫນາດ ແລະ ພ້ອມ​ກັນ​ພັດ​ທະ​ນາ.

        ພ້ອມ​ກັບ​ການ​ກຳ​ນົດ​ວ່າ ປີ 2015 ຈະ​ແມ່ນ​ປີ​ຫລັກ​ແຫລ່ງ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ, ທະ​ນາ​ຄານ​ແຫ່ງ​ລັດ​ຢືນ​ຢັນ ຈະ​ສ້າງ​ເງື່ອນ​ໄຂ ຍູ້​ໄວ​ການ​ເຄື່ອນ​ໄຫວ​ໂຮມ​ເຂົ້າ​ກັນ, ຊື້​ຄືນ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ບົນ​ພື້ນ​ຖານ​ສະ​ໝັກ​ໃຈ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ໝາກ​ຜົນ​ເບື້ອງ​ຕົ້ນ​ຂອງວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ