ໝາກຜົນແຫ່ງການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ໃນ 5 ເດືອນຕົ້ນປີ

(vovworld)- ​ໃນ 5 ​ເດືອນ​ຕົ້ນ​ປີ 2013, ສະພາບ​ເສດຖະກິດ​ຫວຽດນາມ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ຫນ້າ​ຫລາຍ​ຢ່າງ. ບັນດາ​ດັດຊະນີ​ກ່ຽວ​ກັບ​ເສດຖະກິດ​ມະຫາ​ພາກ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ດ້ວຍ​ບັນດາ​ສັນຍານ​ດີ​ພໍ​ສົມຄວນ​ກວ່າ. ບັນດາ​ໝາກຜົນ​ດັ່ງກ່າວ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ລັດຖະບານ​ພວມ​ເປັນ​ເຈົ້າ​ການ​ບໍລິຫານ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ສຳ​ເລັດ​ຜົນ. ​

        ບົດ​ລາຍ​ງານ​ຂອງ​ລັດຖະບານ ຫວຽດນາມ ທີ່​ວາລະ​ປະຊຸມຂອງລັດຖະບານ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເສດຖະກິດ​ສັງຄົມ​ໃນ 5 ​ເດືອນ​ຕົ້ນ​ປີ 2013 ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຖືກ​ທິດ ​ແລະ ບັນ​ລຸ​ໝາກຜົນຫລາຍຢ່າງ​. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ໄດ້​ຮັກສາ​​ເປັນ​ປົກກະຕິ. ດັດຊະນີ​ລາຄາ​ໃຊ້​ສອຍ( CPI) ​ໃນ​ເດືອນ 5/2013 ຫລຸດຜ່ອນ 0,06% ​. ​ໃນຂະ​​ນະນັ້ນ ​ໄລ່​ລວມ 5 ​ເດືອນ​ຕົ້ນ​ປີ, ຍອດ​ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າ​ບັນລຸ​ເກືອບ 50 ຕື້ USD, ​ເພີ່ມ​ຂຶ້ນ​ກວ່າ 15% ​ເມ່ືອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເງິ​ນລົງທຶນຂອງ​ຕ່າງປະ​ເທດ (ຫລື FDI) ຈົດ​ທະບຽນ​ຄາດ​ວ່າ​ບັນລຸ​ປະມານ 8,52 ຕື້ USD, ​ເພີ່ມ​ຂຶ້ນ 8,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສ່ວນ​ທຶນ​ປະຕິບັດ​ຄາດ​ວ່າ​ບັນລຸ 4,58 ຕື້ USD, ​ເພີ່ມ​ຂຶ້ນ 1,6%. ຄຽງ​ຄູ່​ກັນ​ນັ້ນ, ການ​ຮັບປະກັນ​ຊີວິດ​ສັງຄົມ​ຍັງຄົງ​ເພີ່ມ​ຂຶ້ນ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ຫນຶ່ງ​ໃນ​ບັນດາ​ບັນຫາ​ຊື່​ງລັດຖະບານ​ເອົາ​ໃຈ​ໃສ່​ຊີ້​ນຳ​ໃນ​ໄລຍະ​ຜ່ານ​ມາ, ນັ້ນ​ແມ່ນ​ຕະຫລາດ​ອະສັງຫາລິມະ​ຊັບ​ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ຂົງ​ເຂດ​ຈັດ​ແບ່ງເຮືອນ​ຢູ່​ສັງ​ຄົມ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ ຈີ້​ງດີງຢູງ, ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ພວມ​ຄິດ​ໄລ່​ແກ້​​ໄຂຄວາມ​ຫຍຸ້ງຍາກ​​ໃຫ້​ແກ່ຕະຫລາດ​ອະສັງຫາລິມະ​ຊັບ ດ້ວຍ​ການ​ປະຕິບັດ​ຍຸດ​ທະ​ສາດ​​ເຮືອນ​ຢູ່​ແຫ່ງ​ຊາດ​ຊື່​ງ​ນາຍົກລັດ​ຖະມົນຕີໄດ້​​ເຊ​ັນອະນຸມັດ​. ນີ້​ແມ່ນ​ວິທີ​ປະຕິບັດ​ຢ່າງຖືກ​ທິດ​ເພື່ອ​ສ້າງ​ຄວາມ​ດຸນ​ດຽງ​ລະຫວ່າງ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ, ​ເພື່ອຕອບ​ສະຫນອງ​ຄວາມ​ຕ້ອງການດ້ານເຮືອນ​ຢູ່​ໃຫ້​ແກ່ປະຊາຊົນ​​. ປະຈຸ​ບັນ ມີ 56  ​ໂຄງການ​ຫັນປ່ຽນ​ຈາກ​ເຮືອນ​ຢູ່​ການ​ຄ້າ​ໄປ​ສູ່​ເຮືອນ​ຢູ່​ສັງຄົມ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ. ພ້ອມ​ກັນ​ນັ້ນ ທະນາຄານ​ແຫ່ງ​ລັດ ​ໄດ້ມີ​ຄຳ​ສັ່​ງ​ແນະນຳ​ຜັນ​ຂະຫຍາຍ​ບ້ວງ​ສິນ​ເຊື່ອ 30.000 ຕື້​ດົ່ງ ບໍ່​ພຽງ​ແຕ່​ຫນູນ​ຊ່ວຍ​ຕະຫລາດ​ອະສັງຫາລິມະ​ຊັບ​ໂດຍ​ກົງ​ເທົ່າ​ນັ້ນ ຫາກ​ຍັງ​​ໃຫ້​ຜູ້​ທຸກ​ຍາກ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ຊື້​ເຮືອນ​ຢູ່​ອີກ​ດ້ວຍ.”

ໝາກຜົນແຫ່ງການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ໃນ 5 ເດືອນຕົ້ນປີ - ảnh 1
ພາບປະກອບ:internet

        ຄຽງ​ຄູ່​ກັບບັນດາ​ໝາກຜົນ​ທີ່ບັນລຸ​ໄດ້, ລັດ​ຖະບານ​ກໍ​ໄດ້​ຊີ້​ອອກ​ບັນດາ​ຂໍ້​ຈຳກັດ​ຊື່​ງພື້ນຖານ​ເສດຖະກິດ​ຄວນ​ສຸມ​ໃສ່​ແກ້​ໄຂ. ນັ້ນ​ແມ່ນຂົງ​​ເຂດ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ ​ແລະ ​​ອຸດສາຫະກຳ, ການກໍ່ສ້າງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຄວາມ​ຜິດ​ໂຕນ​ລະຫວ່າງອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຖືກ​ຮັດ​ແຄບ​ຢ່າງ​ຊັກ​ຊ້າ. ວິວັດການ​ສ້າງ​ໂຄງ​ປະກອບ​ທະນາຄານ​ການ​ຄ້າ​ຄືນ​ໃຫມ່, ​ສະພາບ​ແກ້​ໄຂ​ຫນີ້​ເສຍ​ໃນ​ລະບົບ​ທະນາຄານ​ກໍ​ຄື​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ​​​​ ຍັງຊັກ​ຊ້າຢູ່. ​ເພື່ອ​ສືບ​ຕໍ່​ຢືດໝັ້ນ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ທັງ​ຮັກສາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ທັງ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ແຕ່​ຕ້ອງ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລ​ະກິດ​ລົງທຶນ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ. ​​ແຕ່​ຕ້ອງເຕີບ​ໂຕ​ແບບ​ຍືນ​ຍົງ ຫາກບໍ່​ປະ​ໃຫ້​ໄພ​ເງິນ​ເຟີ້​​ເກີດຂຶ້ນ​ຄືນ​ໃຫມ່ ​ຫລື​ໄປ​ຝືນ​ກັບ​ວິວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່”

        ຕາມ​ທິດ​ດັ່ງ​ກ່າວ, ລັດຖະບານ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆຢູ່ ຫວຽດນາມ ສຸ​ມ​ໃສ່​ແກ່​ໄຂ​ເລື່ອງຊັກ​ຊ້າ​​ໃນ​ການ​ປະຕິບັດບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ເຂົ້າ​ຊີວິດຕົວ​ຈິງ. ກະຊວງ​ການ​ເງິນ​ປະຕິບັດ​ຖືກ​ກັບ​ແຜນ​ລາຍ​ຮັບ​ລາຍ​ຈ່າຍ​ງົບ​ປະມານ​ຕິດ​ພັນ​ກັບ​ການ​ປະຢັດ​ລາຍ​ຈ່າຍ. ທະນາຄານ​ແຫ່ງ​ລັດ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຫນີ້​ເສຍ. ສືບ​ຕໍ່​ຮັກສາ​ລາຄາ​ໃຫ້​ເປັນ​ປົກກະຕິ, ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍ​ໃຫ້​ແກ່​ບັນດາ​ຂົງ​ເຂດ​ບຸລິມະສິດ, ພິ​ເສ​ດ​ແມ່ນ​​ເພີ່ມສິນ​ເຊື່ອ​​ໃຫ້ບັນດາ​ຂົງ​ເຂດ​ບຸລິມະສິດ, ມີ​ສົ້ນ​ອອກ, ມີ​ຕະຫລາດ​ຈຳຫນ່າຍຄື: ກະສິກຳ, ອຸດສາຫະກຳ​ຫນູນ​ຊ່ວຍ, ບັນດາ​ຂະ​ແຫນງ​ນຳ​ໃຊ້​ແຮງ​ງານ​ຫລາຍ, ​ມີ​ການ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ, ກະທົບ​ຢ່າງ​ແຮງ​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ດ້ານອື່ນ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຫນູນ​ຊ່ວຍ, ຊຸກຍູ້​ກາ​ນພັດທະນາ​ກາ​ນຜະລິດ​ກະສິກຳ, ​ເພາະວ່າ ນີ້​ແມ່ນ​ເສົາ​ຄ້ຳ​ຂອງ​ພື້ນຖານ​ເສດຖະກິດ, ​ໃນ​ນັ້ນ ສ້າງ​ເງື່ອນ​ໄຂ​ສະດວກ​ຊ່ວຍ​ຊາວ​ກະສິກອນ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ພັດທະນາ​ການ​ຜະລິດ ​ແລະ ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ອື່ນ​ສຳລັບ​ຊາວ​ກະສິກອນ​​ເປັນຢ່າງ​ດີ, ຫລີກ​ລ້ຽງ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​. ຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ​ແລ້ວ​, ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ,​​ໃນ​ນັ້ນ ສະຫງວນ​ບຸລິມະສິດ​ທຶນ​ໃຫ້​ກະສິກຳ ​ແລະ ບັນດາ​ຜະລິດ​ຕະພັນ​ກະ​ເສດ​ທີ່ຕະຫລາດ​ຕ້ອງການ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ. ຄຽງ​ຄູ່​ກັບບັນດາ​ມາດ​ຕະການ​ໃນ​ຕໍ່ຫນ້າ, ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ຍູ້​ແຮງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ສິນ​ເຊື່ອ​ຄືນ​ໃຫມ່ ​ແລະ ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່. ພ້ອມ​ກັບການ​ປະຕິບັດ​ບັນດາ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມຢ່າງ​ຄົບ​ຖ້ວນ, ລັດ​ຖະບານ​ຫວັງ​ວ່າ: ​ໃນ​ຊຸມ​ເດືອນ​ຍັງ​ເຫລືອ​ຂອງ​ປີ​ນີ້ ຈະ​ສືບ​ຕໍ່​ປະຕິບັດ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ສຳ​ເລັດ​ຜົນ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ສ້າງ​ປະຖົມ​ປັດ​ໃຈ​​ໃຫ້​ແກ່​ກາ​ນພັດທະນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ