(ຜະລິດຕະພັນປະຢັດໄຟຟ້າ)

ຕອນຄ່ຳວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີມອບນາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວນະຄອນ ຮ່າໂນ້ຍ ປີ 2025.

ລາຍການຕີລາຄາ, ຮັບຮອງເອົານາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວປີ 2025 ຂອງ ຮ່າໂນ້ຍ ໄດ້ດຶງດູດ 122 ຫົວໜ່ວຍເຂົ້າຮ່ວມ. ໝາກຜົນມີວ່າ, ມີ 87 ຮາກຖານ, ກິດຈະກຳກໍ່ສ້າງບັນລຸນາມມະຍົດນຳໃຊ້ພະລັງງານສີຂຽວ, ໃນນັ້ນມີ 26 ຮາກຖານບັນລຸການນຳໃຊ້ພະລັງງານສີຂຽວ 5 ດາວ, ຮາກຖານ 29 ແຫ່ງບັນລຸການນຳໃຊ້ພະລັງງານສີຂຽວ 4 ດາວ. ຈຸດພົ້ນເດັ່ນໃນປີນີ້ແມ່ນບັນດາມາດຕະການແກ້ໄຂເຕັກໂນໂລຊີຂຽວໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງ, ຄື: ໄຟຟ້າແສງຕາເວັນຕິດຕັ້ງໃສ່ຫຼັງຄາເຮືອນຢູ່ບໍລິສັດ Panasonic System Networks ຫວຽດນາມ ຈຳກັດ, ບໍລິສັດ Parker Processing ຫວຽດນາມ ຈຳກັດ, ບໍລິສັດໃຫຍ່ເຄື່ອງຕ່ຳແຜ່ນຕັດຫຍິບເລກ 10; ລະບົບ BMS ຕິດຕາມກວດກາ - ບັນຊາອັດສະລິຍະ, ຢູ່: ໂຮງແຮມ InterContinental Hanoi Westlake, ຕຶກອາຄານ Lotte Center Hanoi, ໂຮງໝໍ ຫຼາຍຂະແໜງເຕິມແອັງ…

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ວາງສະແດງຜະລິດຕະພັນປະຢັດໄຟຟ້າ, ນຳໃຊ້ພະລັງງານສີຂຽວຈຳນວນໜຶ່ງ.