ຫັນ​ວຽກ​ງານ​ປ້ອງ​ກັນ, ຕ​້ານ​ໄພ​ທຳ​ມະ​ຊາດ​ເປັນ​ທັນ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ສະ​ພາບ​ການ​ຮ້າຍ​ແຮງ; ລົງ​ທຶນ​ການ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ໃຫ້​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ. ນີ້​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ ຟ້າມ​ມິ​ນ​ຈິງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ໃນ​ປີ 2026 ທີ່ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 01 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ສະ​ເໜີຕ້ອງ​ໄຈ້​ແຍກ​ບັນ​ດາ​ບົດ​ຮຽນ, ປະ​ສົບ​ການໃນ​ໄລ​ຍະ​ຜ່ານ​ມາ ເພື່ອ​ມີ​ມາດ​ຕະ​ການ​ແກ້​ໄຂ​, ເພື່ອ​ຮັບ​ມື​ຢ່າງ​ທັນ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

“2 ປີ​ຜ່າ​ນ​ມາ, ພວກ​ເຮົາ​ໄດ້​ມີ​ບົດ​ຮຽນ, ປະ​ສົບ​ການ​ຫຼາຍ​ຢ່າງ, ນັ້ນ​ແມ່ນ​ເດັດ​ດ່ຽ​ວ​ຍົກ​ຍ້າຍ​ປະ​ຊາ​ຊົນ​ກ່ອນ​ທີ່​ສະ​ພາບ​ການ​ຈະຜັນຜວນສັບ​ສົນ​ຂຶ້ນ​ຕື່ມ. ບົດ​ຮຽນ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງ, ຖື​ເອົາ​ຈິດ​ໃຈ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ນ້ຳ​ໃຈ​ຮັກ​ຊາດ… ເພື່ອ​ກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ສະ​ທ້ອນ​ຍ້ອນ​ໄພ​ທຳ​ມະ​ຊາດ​ໃນ​ທັນ​ທີ. ພິ​ເສດແມ່ນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຊີ້​ນຳ, ນຳ​ພາ​ຢ່າງ​ທັນ​ການ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເນັ້ນ​ໜັກ​ການຄາດ​ຄະ​ເນ​ກ່ຽວ​ກັບ​ສະ​ພາບ​ໄພ​ທຳ​ມະ​ຊາດ​ວ່າ ຈະ​​ນັບ​ມື​ນັບສືບ​ຕໍ່​ມີ​ການ​ປ່ຽນ​ແປງທີ່​ຜິດ​ປົກ​ກະ​ຕິ, ຮ້າຍ​ແຮງ, ສະ​ນັ້ນ, ເປົ້າ​ໝາຍ​ແມ່ນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຊີ​ວິດ​ອິນ​ຊີ, ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ…