ກອງປະຊຸມປະຈຳປີຄັ້ງທີ 61 ຂອງສະພາສິດທິມະນຸດສະຫະປະຊາຊາດ ຫາກໍ່ສິ້ນສຸດລົງຢູ່ ເຊີແນວ ພາຍຫຼັງເຮັດວຽກມາເປັນເວລາ 6 ອາທິດ (ແຕ່ວັນທີ 23 - ກຸມພາ - 31 ມີນາ), ສ້າງຂີດໝາຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ໃນສະພາບການໂລກທີ່ມີການຜັນແປທີ່ສັບສົນ.
ໃນຕະຫຼອດຊຸດກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນວິວັດທະນາການໃຫ້ຄຳປຶກສາ ແລະ ຮັບຟັງຄຳຄິດເຫັນຕໍ່ມະຕິ 38 ສະບັບ, ພ້ອມກັນນັ້ນກໍ່ ຜັນຂະຫຍາຍ 2 ຂໍ້ລິເລີ່ມພົ້ນເດັ່ນ. ທີ 1, ຫວຽດນາມ ສ້າງ ແລະ ສະເໜີບົດຄຳເຫັນລວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ພ້ອມກັບການຮ່ວມອຸປະຖຳຂອງ 67 ປະເທດ. ທີ 2, ຫວຽດນາມ ເປັນປະທານຮ່ວມເຫດການນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນສະທ້ອນຕໍ່ກັບສິດທິມະນຸດຂອງການສໍ້ໂກງທາງໄຊເບີ. ນອກນັ້ນ, ຫວຽດນາມ ຍັງເປັນປະທານການສ້າງ ແລະ ສະເໜີບົດຄຳເຫັນລວມຂອງ ອາຊຽນ ທີ່ວາລະປຶກສາຫາລືກ່ຽວກັບການເງິນສຳລັບການພັດທະນາແບບຍືນຍົງທີ່ສອດຄ່ອງກັບບັນດາພັນທະກ່ຽວກັບສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ຄະນະຜູ້ແທນ ຫວຽດນາມ ກໍ່ມີບັນດາບົດກ່າວປາໄສແຫ່ງຊາດຢູ່ຫຼາຍວາລະປຶກສາຫາລື ແລະ ການໂອ້ລົມສົນທະນາສຳຄັນຂອງກອງປະຊຸມ.
ກອງປະຊຸມຄັ້ງນີ້ບັນລຸໄດ້ຫຼາຍໝາກຜົນພົ້ນເດັ່ນ, ລວມມີການຈັດບັນດາວາລະປະຊຸມຂັ້ນສູງ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດກວ່າ 120 ທ່ານ, ປຶກສາຫາລື ແລະ ພິຈາລະນາມະຕິ 38 ສະບັບ, ຈັດຫຼາຍວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບບັນດາບັນຫາສິດທິມະນຸດທີ່ສຳຄັນ, ແລະ ເຮັດສຳເລັດຜ່ານລະບຽບການ ໝາກຜົນການສຳຫຼວດກວດກາຄືນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ຮອບວຽນ 4 ຂອງ 13 ປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ