ໃນ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ວ່າ ການ​ກໍ່​ສ້າງ​ສາງ​ນ້ຳ​ມັນ​ດິບ ແມ່ນ​ມີ​ບ່ອນ​ອີງ​ທາງ​ດ້ານ​ຮາກຖານການ​ເມືອງ, ນິ​ຕິ​ກຳ, ພຶດ​ຕິ​ກຳ​ຕົວ​ຈິງ, ມີ​ແຜນ​ຜັງ​ຢ່າງ​ຄົບ​ຖ້ວນ, ສະ​ນັ້ນ​ມີ​ແຕ່​ປຶກ​ສາ​ຫາ​ລື​ເຮ​ັດ, ບໍ່​ປຶກ​ສາ​ຫາ​ລື​ຖອຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບ​ໜ້າ​ທີ່​ລະ​ອຽດ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ. ກ່ອນ​ອື່​ນ​ໝົດ, ກໍ່​ສ້າງ​ສາງ​ນ້ຳ​ມັນ​ດິບ​ຢູ່ ງີ​ເຊີນ ໃນ​ທັນ​ທີ ເພື່ອ​ຮັບ​ໃຊ້​ໂຮງ​ງານ​ກັ່ນ​ຕອງ​ນ້ຳ​ມັນ ງີ​ເຊີນ ໂດຍກົງ, ທັງ​ຮັບ​ໃຊ້​ການ​ເກັບ​ນ້ຳ​ມັນສຳ​ຮອງ​ແຫ່ງ​ຊາດ. ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດນາມ ສືບ​ຕໍ່​ຊີ້​ນຳ, ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ​ການ​ກໍ່​ສ້າງ​ບັນ​ດາ​ສາງ​ສຳ​ຮອງ​ນ້ຳ​ມັນ, ນ້ຳ​ມັນ​ດິບ​ຢູ່ ຢຸງກວ​ັດ (ກວາງ​ງາຍ), ລອງ​ເຊີນ (ນ​ະ​ຄອນ ໂຮ່​ຈີ​ມິນ) ແລະ ບັນ​ດາ​ເຂດ​ພາກ​ອື່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ເນັ້ນໜັກເຖິງການຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ນັບ​ທັງ​ໃນ​ກໍ​ລະ​ນີ​ມີ​ເຫດ​ການ​ເກີດ​ຂຶ້ນ​ແບບບໍ່ຄາດຄິດ, ພ້ອມ​ທັງ​ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ໂຄງ​ການ.

ລ້າຍ​ຮ​ວາ