ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 31 ມີນາ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ຜູ້ປະຈຳການຄະນະເລຂາທິການ; ຫົວໜ້າຄະນະຈັດຕັ້ງສູນກາງ; ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ.
ທີ່ບັນດາການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາບັນລຸໝາກຜົນແທດຈິງຫຼາຍຢ່າງ; 2 ຝ່າຍໄດ້ສົມທົບກັນຢ່າງມີປະສິດທິຜົນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ພິເສດແມ່ນຊຸກຍູ້ບັນດາໂຄງການຈຸດສຸມ.
ສ່ວນຝ່າຍ ລາວ, ການນຳ ລາວ ຢືນຢັນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພັດທະນາການພົວພັນກັບ ຫວຽດນາມ. 2 ຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຫຼັກແຫຼ່ງ, ປະກອບສ່ວນເພີ່ມທະວີ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ