![]() ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຖະຫວາຍທູບທຽນອາໄລຫາແມ່ ຫວຽດນາມ ວິລະຊົນ ຫງວຽນທິທື໋
|
(vovworld) - ຕອນບ່າຍວັນທີ 22/1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 5. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກອງບັນຊາການທະຫານເຂດ 5 ສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນ, ຂອງທົ່ວລະບົບການເມືອງ, ເພີ່ມທະວີກຳລັງແຮງດ້ານປ້ອງກັນປະເທດ ແລະ ຄວາມສາມາດປ້ອງກັນຕົວ, ກໍ່ສ້າງພື້ນຖານປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມປ້ອງກັນປະເທດທົ່ວປວງຊົນຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບຄວາມໝັ້ນຄົງປະຊາຊົນຢ່າງໜັກແໜ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ກອງບັນຊາການທະຫານເຂດ 5 ແມ່ນບໍລິເວນຍຸດທະສາດດ້ວຍຄວາມຍາວຂອງຝັ່ງທະເລ ແລະ ເສັ້ນຊາຍແດນທາງບົກ, ດັ່ງນັ້ນ, ພະນັກງານນັກຮົບກຳລັງປະກອບອາວຸດຕ້ອງໃກ້ຊິດຕິດແທດກັບຮາກຖານ, ກຳແໜ້ນສະພາບການ, ຍົກສູງຈິດໃຈລະວັງຕົວໃນສະພາບການໃໝ່, ເພີ່ມທະວີການສະໜິດຕິດພັນກັບປະຊາຊົນ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຖະຫວາຍທູບທຽນອາໄລຫາແມ່ ຫວຽດນາມ ວິລະຊົນ ຫງວຽນທິທື໋, ຢູ່ຕາແສງ ດ້ຽນຖັງບັກ, ເທດສະບານ ດ້ຽນບານ, ແຂວງ ກວາງນາມ. ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ເລທິຈີ້, ອາຍຸ 92 ປີ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
