ວັນ​ທີ 31 ມີ​ນາ, ໃນ​ຄວາມ​ມານ​ະ​ພະ​ຍາ​ຍາມ​ທາງ​ການ​ທູດຫຼາຍ​ຝ່າຍ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 10 ປະ​ເທດ ເອີ​ຣົບ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂ​ັ້ນ​ສູງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ (EU) ໄດ​້​ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ປະ​ທະ​ກັນ​ຢູ່ ລີ​ບັງ ແລະ ຮຽກ​ຮ້ອງ​ໃຫ້​ມີ​ມາດ​ຕະ​ການ​ສັນ​ຕິ​ພາບ​ໂດຍ​ດ່ວນ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ຝ​ລັ່ງ, ແບນ​ຊິກ, ໄຊ​ປ​ຣັດ, ກ​ຣົວ​ຊີ, ເກຼັກ, ອີ​ຕາ​ລີ, ມານ​ຕາ, ໂຮນ​ລັງ, ປອກ​ຕຸຍ​ການ, ລາ​ຊະ​ອ​າ​ນາ​ຈັກ​ອັງ​ກິດ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ (EU).

ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ຮຽກ​ຮ້ອງ​ຢຸດ​ຍິງ​ໃນ​ທັນ​ທີ, ພ້ອມ​ທັງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ທະ​ກັນ. ການ​ທູດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເສັ້ນ​ທາງ​ໜຶ່ງ​ດຽວ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ສາ​ມັນ​ຊົນ.