
ທ່ານປະທານປະເທດ ເຈີນດ້າຍກວາງ ອວຍພອນບຸນເຕັດ
ທ່ານສາດສະດາຈານ, ນັກວິລະຊົນແຮງງານ ຫວູຄຽວ
(ພາບ: TTXVN)
(vovworld) - ໃນບັນຍາກາດຟົດຟື້ນຂອງຊຸມມື້ໃກ້ຈະຮອດບຸນເຕັດປີລະກາ 2017, ຕອນເຊົ້າວັນທີ 26/01 (ກົງກັບວັດທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ຢູ່ເຮືອນຂອງທ່ານສາດສະດາຈານ, ນັກວິລະຊົນແຮງງານ ຫວູຄຽວ. ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສະແດງຄວາມເຄົາລົບຕໍ່ປັນຍາຊົນຜູ້ຍິ່ງໃຫຍ່ ມີຄຸນສົມບັດອັນສູງສົ່ງຂອງຍຸກສະໄໝ, ເປັນນັກວິທະຍາດທີ່ມີອິດທິພົນຊື່ສຽງ, ສຸດຈິດສຸດໃຈກັບພາລະກິດວັດທະນະທຳ, ວິທະຍາສາດຂອງປະເທດຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ອວຍພອນໃຫ້ທ່ານສາດສະດາຈານ ຫວູຄຽວ, ຈົ່ງມີສຸຂະພາບເຂັ້ນແຂງ, ສືບຕໍ່ອຸທິດສ່ວນພູມປັນຍາໃຫ້ແກ່ປະເທດຊາດ, ໃນພາລະກິດປະຕິວັດຂອງຊາດ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປອວຍພອນບຸນເຕັດທ່ານສາດສະດາຈານ, ນາຍຄູປະຊາຊົນ ຮ່າມິງດຶກ ແລະ ສາດສະດາຈານ, ປະລິຍາເອກ, ນັກວິລະຊົນແຮງງານ, ນາຍຄູປະຊາຊົນ, ນັກສິລະປິນປະຊາຊົນ ເຈີນທູຮ່າ. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ ທ່ານສາດສະດາຈານ ຮ່າມິງດຶກ ແລະ ນັກສິລະປີນ ເຈີນທູຮ່າ ສືບຕໍ່ອຸທິດສ່ວນ, ບຳລຸງໃຫ້ລຸ້ນໜຸ່ມຮ່ຳຮຽນຕາມ ແລະ ສືບທອດບັນດາຄົນລຸ້ນກ່ອນໆ, ປະກອບກຳລັງເຫືອແຮງ, ພູມປັນຍາເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ