(ທີ່ງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”)

ຕອນຄ່ຳວັນທີ 26 ທັນວາ, ຢູ່ເຮືອນເລກທີ 93 ດິງຕຽນຮວ່າງ, ຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໄດ້ໄຂງານວາງສະແດງດີຈີຕອນ “ຮ່າໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ - ແສງສີ ແລະ ມໍລະດົກ”. ເຂດວາງສະແດງນີ້ໄດ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ, ຄົບຊຸດ, ຄື: 3D Mapping Immersive, LED Kinetic, VR… ທ່ານ ດັ້ງຟານຢຽບ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ VietSoft Pro, ຫົວໜ່ວຍຮ່ວມດຳເນີນການຈັດງານວາງສະແດງດີຈີຕອນ, ໃຫ້ຮູ້ວ່າ:

“ບັນດາເຂດວາງສະແດງເດີນຕາມແຜນການຢ້ຽມຊົມ ແລະ ພວກຂ້າພະເຈົ້າໄດ້ເລົ່າເລື່ອງປະຫວັດສາດ ແລະ ວັດທະນະທຳ ດ້ວຍວິທີສຳຜັດກັບເນື້ອໃນ. ບັນດາເລື່ອງລາວປະຫວັດສາດໄດ້ສະແດງຜ່ານຫຼາຍຮູບແບບສິລະປະ, ກ່ຽວກັບວດລາຍ, ສຽງ, ພາບ. ເຕັກໂນໂລຊີແຕ່ລະຢ່າງ, ເລື່ອງລາວແຕ່ລະເລື່ອງ ມີຫຼາຍວິທີສຳຜັດທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ມະຫາຊົນຊອກຮູ້ເລິກກວ່າ, ມີຄວາມເຂົ້າໃ ຮ່າໂນ້ຍ ແລະ ຮັກ ຮ່າໂນ້ຍ ຫຼາຍກວ່າ”.

ເຂດວາງສະແດງຈະເປີດປະຕູໂດຍບໍ່ເກັບຄ່າ ຮັບໃຊ້ແຂກທ່ອງທ່ຽວເນື່ອງໃນໂອກາດຕ້ອນຮັບປີໃໝ່ 2026.