ຜູ້ແທນ ແລະ ປະຊາຊົນ ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດລາດຊະວົງ ຮຸ່ງ (ພາບ: Trung Kiên/TTXVN) |
ຕອນຄໍ່າວັນທີ 04 ກຸມພາ (ກົງກັບວັນທີ 30 ບຸນເຕັດປີກຸນ 2019), ໃນບັນຍາກາດທີ່ສັກສິດຍາມຕົ້ນລະດູບານໃໝ່, ຢູ່ວັງ ກິ໊ງທຽນ ເທິງພູ ເຫງຍຫຼິງ ໃນເຂດປູຊະນີຍະສະຖານປະຫວັດສາດ ລະດັບຊາດ ພະວິຫານຮຸ່ງ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ແນວໂຮມປະເທດຊາດແຂວງຝຸເທາະ ໄດ້ດໍາເນີນພິທີຖະຫວາຍດອກໄມ້, ຈູດທູບ, ໄຕ້ທຽນບູຊາອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ. ເຊິ່ງໄດ້ດຶງດູດການເຂົ້າຮ່ວມບັນດາພະນັກງານ, ການນໍາໃນແຂວງຝຸເທາະ ພ້ອມກັບປະຊາຊົນ ພາຍໃນເຂດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ຕາງໜ້າໃຫ້ພໍ່ແມ່ພີ່ນ້ອງໃນທົ່ວປະເທດ, ທ່ານ ບຸ່ຍມິງເຈົາ ເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຝູເທາະ ໄດ້ແຈ້ງບັນດາຜົນງານ ທີ່ບັນລຸໄດ້ໃນປີທີ່ຜ່ານມາຕໍ່ບັນພະບຸລຸດ. ພາຍຫຼັງພິທີ, ບັນດາຜູ້ແທນໄດ້ວາງພວງມາລາ ເຊິ່ງຕິດແຜ່ນແຖວຕົວໜັງສື “ຈາລຶກຄຸນງາມຄວາມດີຕໍ່ບັນດາເຈົ້າຊີວິດລາດຊະວົງຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ” ຢູ່ສຸສານເຈົ້າຊີວິດຮຸ່ງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
