![]() ພາບປະກອບ
|
(vovworld) - ໃນວັນທີ 4 – 5/2 (ກົງກັບວັນທີ 8 ແລະ 9 ຂອງບຸນເຕັດ), ຢູ່ໝູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຮ່າໂນ້ຍ) ໄດ້ຈັດຕັ້ງວັນບຸນ “ສີສັນລະດູບານໃໝ່ຢູ່ທຸກໆແຖບຖິ່ນຂອງປະເທດຊາດ” ປີ 2017. ນະທີ່ນີ້, ບັນດາຮີດຄອງປະເພນີ, ວັດທະນະທຳທີ່ເປັນມູນເຊື້ອພິເສດສະເພາະຂອງບັນດາເຜົ່າ ຫວຽດນາມ ໃນທຸກໆແຖບຖິ່ນຂອງປະເທດຊາດໄດ້ຮັບການວາດພາບຢູ່ “ຊາຍຄາລວມ” ໝູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ນີ້ແມ່ນເຫດການວັດທະນະທຳທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ, ແມ່ນໂອກາດເພື່ອພົບປະສ້າງສັນ, ພົວພັນແລກປ່ຽນສາມັກຄີ ແລະ ເຊີດຊູວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າ ຫວຽດນາມ, ປະກອບສ່ວນກໍ່ສ້າງ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ.
ວັນບຸນ “ສີສັນລະດູບານໃໝ່ຢູ່ທຸກໆແຖບຖິ່ນຂອງປະເທດຊາດ” ປີ 2017 ມີການເຂົ້າຮ່ວມຂອງຜູ້ແທນ 190 ຄົນເຊິ່ງເປັນບັນດາເຈົ້າກົກເຈົ້າເຫຼົ່າດີເດັ່ນ, ບັນດານັກປັນຍາຊົນ, ນັກສີລະປິນຂອງ 16 ປະຊາຄົມຊົນເຜົ່າຂຶ້ນກັບ 16 ແຂວງ, ທີ່ຕາງໜ້າໃຫ້ບັນດາຊົນເຜົ່າ, ບັນດາເຂດພາກຂອງທົ່ວປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
