ຢູ່ເຂດ ທ້າຍຮອກ, ປູສະນີສະສະຖານລະດັບຊາດພິເສດ ວັນມຽວ - ກວັກຕືຢາມ, ພວມດຳເນີນງານວາງສະແດງຍຸກສະໄໝ “ຂີດໝາຍແຫ່ງອາລະຍະທຳສະໄໝກ່ອນ”.

ງານວາງສະແດງໄດ້ແນະນຳ 10 ຜົນງານຂອງຈິດຕະກອນ 9 ທ່ານໂດຍໄດ້ປະພັນ ແແລະຈັດວາງຕາມຫຼາຍຮູບແບບ, ວັດຖຸທີ່ຫຼາກຫຼາຍກ່ຽວກັບບັນດາຄຸນຄ່າທາງດ້ານອະລິຍະທຳ.
“ທຽນກວາງ” ແມ່ນບັນດາຜົນງານຢາງປຼາດຕິກ composite ທີ່ເຮັດເປັນໜ້າກາກໂທລະສັບ ດ້ວຍຄວາມໝາຍ “ໃຫ້ບັນດາຄຸນຄ່າເກົ່າແກ່ຂອງຄົນລຸ້ນກ່ອນ ຍາມໃດກໍ່ມີຄວາມໃກ້ຊິດກັບທຸກຄົນ”.
ຜົນງານ “ຢອດແຮ້ງ - ເຕີວ່າງ” ຂອງທ່ານ ຟານມິງແບັກ ແລະ ຮ່າຟ້າມເຕິນ ເຊີດຊູຄວາມງາມຂອງແມ່ຍິງ ຫວຽດ.
ບັນດາຜົນງານໄດ້ນຳໃຊ້ວັດຖຸທີ່ເປັນມູນເຊື້ອສົມທົບກັບບັນດາເຕັກນິກທີ່ທັນສະໄໝ.
ຈິດຕະກອນຫວູຊວນດົ່ງ ກັບຜົນງານ “ແກະສະຫຼັກ” ລວມມີບັນດາໂຄມໄຟຮູບເມັດເຂົ້າ ໄດ້ແຕ້ມລວດລາຍດ້ວຍມື ຈາກຍຸກສະໄໝ ດົງເຊີນ ຕະຫຼອດຮອດສະໄໝເຈົ້າຊີວິດ ດິງ, ຫຼີ, ເຈິ່ນ, ເລ, ຫງວຽນ ເພື່ອລະນຶກເຖິງອາຊີບຕີທອງ, ຕີເງິນທີ່ມີຊື່ສຽງ.
ຜົນງານ “ເງ່ໂຟ້” ມີແຫຼ່ງບັນດານໃຈຈາກຮູບຂົວລອງບຽນ ເຊິ່ງສະແດງໃຫ້ເຫັນຄວາມງາມ ແລະ ຄຸນຄ່າທີ່ເປັນມູນເຊື້ອ, ວັດທະນະທຳ, ປະຫວັດສາດຂອງ ທັງລອງ ໃນເມື່ອກ່ອນ.
ຊຸດຜົນງານ “ສີສັນວັນເວລາ” ຂອງຈິດຕະກອນຫວູເລຕຸ່ງ ວາດພາບເຖິງອາຊີບເຮັດເຄື່ອງປັ້ນດິນເຜົາ ຜ່ານການຕັດດ້ວຍ laser ສ້າງເປັນຮູບແປວໄຟ - ສັນຍາລັກຂອງຈຸດເລີ່ມຕົ້ນ.
ຜົນງານ “ແສງສີສັນຂອງເວລາ” ແມ່ນພາບທີ່ໄດ້ແຕ້ມຢູ່ພາອາລູມີນຽມ ເຊິ່ງມີແຫຼ່ງບັນດານໃຈຈາກເລກ 5.
ແຕ່ລະຜົນງານແມ່ນວິທີການເບິ່ງທີ່ເປັນເອກະລັກສະເພາະກ່ຽວກັບຄຸນຄ່າຂອງມໍລະດົກ ທັງລອງ - ຮ່າໂນ້ຍ.
ພິເສດ, ຢູ່ງານວາງສະແດງ, ມະຫາຊົນມີໂອກາດຮັບຊົມຜົນງານທີ່ມີຊື່ວ່າ “ນ້ຳສ້າງ ທຽນກວາງ”.
ນີ້ແມ່ນໂຄມໄຟໃຫຍ່ໄດ້ປະດັບປະດາດ້ວຍຫຼາຍລວດລາຍທີ່ເກົ່າແກ່.ງານວາງສະແດງໄດ້ດຳເນີນຢູ່ອາຄານ ຕ່ຽນເດື່ອງ, ເຂດ ທ້າຍຮອກ ຮອດວັນທີ 25 ເມສາ ປີ 2025.