ຕາມການລາຍງານໄວຂອງກົມຄຸ້ມຄອງລະບົບຄັນຄູ ແລະ ການປ້ອງກັນຕ້ານໄພທຳມະຊາດ, ຮອດເວລາ 6 ໂມງ 30 ນາທີຂອງວັນທີ 21 ພະຈິກ, ສະພາບຝົນຕົກນ້ຳຖ້ວມ, ດິນເຊາະເຈື່ອນຢູ່ບັນດາແຂວງພາກກາງ ຫວຽດນາມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 41 ຄົນ, ຜູ້ຫາຍສາບສູນ 9 ຄົນ.
ຝົນຕົກໜັກແກ່ຍາວ ສົມທົບກັບການປ່ອຍນ້ຳຈາກອ່າງເກັບນ້ຳຂອງເຂື່ອນໄຟຟ້ານ້ຳຕົກໄດ້ເຮັດໃຫ້ເຮືອນຂອງປະຊາຊົນຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ເກືອບ 68.000 ຫຼັງ ຖືກນ້ຳຖ້ວມໃນວົງກວ້າງ, ໃນນັ້ນ ແຂວງ ແຄັງຮວ່າ ມີ 50 ຕາແສງ, ຢາລາຍ ມີ 30 ຕາແສງ ແລະ ດັກລັກ ມີ 34 ຕາແສງ.
ນ້ຳຖ້ວມຢູ່ແມ່ນ້ຳ ບາ, ແມ່ນ້ຳ ກີ່ໂລະ (ແຂວງ ດັກລັກ) ຂຶ້ນສູງລະດັບສະຖິຕິ, ສູງກາຍໄພນ້ຳຖ້ວມຄັ້ງປະຫວັດສາດ ແຕ່ 0,2 – 1,1 ແມັດ ແລະ ພວມຫຼຸດລົງ.
ຢູ່ແຂວງ ຢາລາຍ, ສະພາບນ້ຳຖ້ວມແກ່ຍາວເຮັດໃຫ້ປະຊາຊົນຫຼາຍຄົນຕ້ອງຂໍຄວາມຊ່ວຍເຫຼືອ. ໃນພາບແມ່ນແມ່ຍິງຜູ້ໜຶ່ງຢູ່ຕາແສງ ກຸຍເຍິນດົງ ໄດ້ມ້າງຫຼັງຄາເຮືອນອອກເພື່ອໂຜ່ຂຶ້ນຫາວິທີຂໍຄວາມຊ່ວຍເຫຼືອ.
ໃນວັນທີ 20 ພະຈິກ, ຕຳຫຼວດແຂວງ ຢາລາຍ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງບັນດາຕາແສງເພື່ອຍົກຍ້າຍ 2.850 ຄອບຄົວ ດ້ວຍປະຊາກອນ 10.529 ຄົນໄປຍັງບ່ອນປອດໄພ, ກູ້ໄພກູ້ຊີບປະຊາຊົນ 766 ຄົນອອກຈາກເຂດນ້ຳຖ້ວມສູງ.
ໃນຂະນະນັ້ນ, ກອງບັນຊາການທະຫານແຂວງ ຢາລາຍ ໄດ້ລະດົມນັກຮົບ 1.617 ຄົນ ເຂົ້າຮ່ວມການຍົກຍ້າຍປະຊາຊົນ 6.704 ຄົນໄປຍັງບ່ອນປອດໄພ.
ກຳລັງຕຳຫຼວດເພີ່ມທະວີການຈັດສົ່ງກາໂນ 15 ລຳ, ເຮືອຈັກ 43 ລຳ, ລົດໃຫຍ່ 400 ຄັນ, ເສື້ອຊູ້ຊີບ 400 ຜືນ... ໄປຍັງເຂດຖືກນ້ຳຖ້ວມເພື່ອຊ່ວຍເຫຼືອປະຊາຊົນຍົກຍ້າຍໄປຍັງບ່ອນປອດໄພ.
ນອກຈາກໃຫ້ການຊ່ວຍເຫຼືອໃນການຍົກຍ້າຍປະຊາຊົນແລ້ວ, ກຳລັງທີ່ມີໜ້າທີ່ຮັບຜິດຊອບຍັງຂົນສົ່ງເຄື່ອງບັນເທົາທຸກໄປຍັງບັນດາເຂດນ້ຳຖ້ວມເພື່ອຊ່ວຍເຫຼືອປະຊາຊົນອີກດ້ວຍ.
ຝົນຕົກນ້ຳຖ້ວມຢູ່ແຂວງ ດັກລັກ ໃນ 3 ມື້ຜ່ານມາ ໄດ້ເຮັດໃຫ້ຖ້ວມເຮືອນປະຊາຊົນ 39.517 ຫຼັງ, 11.586 ຄອບຄົວບໍ່ສາມາດຕິດຕໍ່ກັບພາຍນອກໄດ້; 11.530 ຄອບຄົວໄດ້ຮັບການຍົກຍ້າຍໄປຍັງບ່ອນປອດໄພ. ເຖິງຢ່າງໃດກໍຕາມ, ຍ້ອນນ້ຳພວມສືບຕໍ່ຍຶ່ງຂຶ້ນ, ຕົວເລກດັ່ງກ່າວອາດຈະສືບຕໍ່ເພີ່ມຂຶ້ນ.


ນອກຈາກນັ້ນ, ນ້ຳຖ້ວມຍັງເຮັດໃຫ້ດິນເຊາະເຈື່ອນ, ລະບົບຄົມມະນາຄົມຫຼາຍສາຍຖືກເປ່ເພຕັດຂາດ.
ທ່ານ ອີຊານອາດເຣີງ - ຮອງຜູ້ອຳນວຍການຕຳຫຼວດແຂວງ ໃຫ້ຮູ້ວ່າ ທາງແຂວງໄດ້ຜັນຂະຫຍາຍບັນດາມາດຕະການຮັບມືກັບຝົນຕົກນ້ຳຖ້ວມແຕ່ຕອນຄ່ຳວັນທີ 18 ພະຈິກ.
ຢູ່ແຂວງ ແຄັງຮວ່າ, ຫຼາຍທ້ອງຖິ່ນກໍຈົມໃນທະເລນ້ຳເມື່ອນ້ຳຖ້ວມຢູ່ແມ່ນ້ຳ ກ໊າຍຟານຣາງ ສູງລະດັບສະຖິຕິ, ສູງກວ່າການເຕືອນໄພລະດັບ 3.