ປະຊາຊົນໃນນະຄອນຫຼວງ ໄປມາ ແລະ ດຳເນີນຊີວິດປະຈຳໃນວັນທ່າມກາງການບັນຍາກາດທຸງພັກ, ທຸງຊາດ, ປ້າຍໂຄສະນາ ແລະ ຄຳຂວັນຕ້ອນຮັບກອງປະຊຸມໃຫຍ່.
ການສັນຈອນຢູ່ບັນດາຖະໜົນຫົນທາງໃນຕົວເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະກອບສ່ວນສ້າງໂດຍໃບໜ້າໃຫ້ຕົວເມືອງແຫ່ງຄວາມສີວິໄລ ໃນຊຸມວັນຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.
ບັນຍາກາດອັນ ສະຫງ່າຜ່າເຜີຍຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ໄດ້ແຜ່ກະຈາຍໄປທົ່ວບັນດາຖະໜົນຫົນທາງຂອງນະຄອນຫຼວງ ຮ່າໂນ້ຍ, ດ້ວຍທຸງ, ປ້າຍໂຄສະນາ ແລະ ຄຳຂວັນໂປສເຕີທີ່ມີສີສັນສົດໃສປະກາຍແຈ້ງ.
ເຂດປະຕູໂຂງ ບາດິ່ງ - ສູນກາງການເມືອງຂອງທົ່ວປະເທດ - ໄດ້ຮັບການຕົບແຕ່ງຢ່າງສະຫງ່າລາສີ, ສະທ້ອນໃຫ້ເຫັນເຖິງຄວາມສຳຄັນພິເສດຂອງກອງປະຊຸມໃຫຍ່ຄັ້ງທີ 14.
ຢູ່ບັນດາເສັ້ນທາງຫຼັກຂອງ ຮ່າໂນ້ຍ, ລະບົບປ້າຍໂຄສະນາ ແລະ ຄຳຂວັນ, ໂປສເຕີ, ສັນຍະລັກ ໄດ້ຖືກວາງສະແດງຢ່າງສະຫງ່າຜ່າເຜີຍ.
ກິດຈະກຳວຽກງານໂຄສະນາໄດ້ຜັນຂະຫຍາຍຢູ່ຕາມສະຖານທີ່ສາທາລະນະຢ່າງຄົບຊຸດ. ຕາມລະບົບໜ້າຈໍ LED ແລະ ປ້າຍຈໍເອເລັກໂຕນິກ ຢູ່ບັນດາທະໜົນຫົນທາງໃຈກາງຕົວເມືອງເຕັມໄປດ້ວຍເນື້ອໃນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່.
ຄະນະກຳມະການປະຊາຊົນ ນະຄອງ ຮ່າໂນ້ຍ ໄດ້ຈັດພິມ, ຕິດຕັ້ງ ປ້າຍໂຄສະນາຂະໜາດໃຫຍ່ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ຢ່າງສະຫງ່າງາມ ຢູ່ໜ້າສຳນັກງານ.
ວິທະຍຸກະຈາຍສຽງ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຕົບແຕ່ງ ແລະ ໂຄສະນາຢ່າງແຮງ
ນັບແຕ່ບັນດາເສັ້ນທາງໃນຕົວເມືອງຕະຫຼອດຮອດບັນດາສຳນັກງານ, ຕົວເມືອງ ໄດ້ປະດັບປະດາຢ່າງສະຫງ່າຜ່າເຜີຍ, ກົມກຽວ ແລະ ຕົບແຕ່ງເຕັມໄປດ້ວຍຄວາມງາມທີ່ຫຼາກຫຼາຍ.