ຈາກເສັ້ນທາງໃຫຍ່, ຜ່ານຫ້ວຍນ້ອຍ, ບ້ານ ແຄມັ່ນ ຕັ້ງຢູ່ຫ່າງຈາກບ້ານອື່ນຂອງ ຕາແສງ ດົ່ນດາກ ເມືອງ ບາແຈ໋ ແມ່ນເມືອງພູສູງຢູ່ທາງທິດຕາເວັນອອກຂອງ ແຂວງ ກວ໋າງນີງ. ນັບແຕ່ເກີດໂລກລະບາດໂຄວິດ 19, ບ້ານ ແຄມັ່ນ ບໍ່ມີຄົນທ່ຽວໄປມາຫຼາຍຄືກ່ອນນີ້ອີກແລ້ວ, ມີຜູ້ໃດມາຊື້ ຫລື ແລກປ່ຽນຄ້າຂາຍຫຍັງ ປະຊາຊົນກໍ່ປະຕິບັດຕາມ 5 ມາດຕະການປ້ອງກັນຕ້ານໂລກລະບາດຢ່າງເຂັ້ມງວດ. ມີຄວາມຊິນເຄີຍແລ້ວ ເມື່ອເຫັນຄົນແປກໜ້າເຂົ້າມາບ້ານ, ລຸງ ຈີງຊາງຮີ່ງ ຈຶ່ງໄປຢື້ຢາມຖາມຂ່າວທີ່ໄປທີ່ມາຢ່າງລະອຽດ. ລຸງ ຮີ່ງ ໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນໃນບ້ານມີຄວາມລະມັດລະວັງ ຍ້ອນຂໍ້ກຳນົດປ້ອງກັນຕ້ານໂລກລະບາດໄດ້ກາຍເປັນກົດລະບຽບຂອງບ້ານແລ້ວ. ລຸງຮີ່ງ ຍັງໃຫ້ຮູ້ຕື່ມອີກວ່າ:

“ປະຈຸບັນ ເມື່ອຮູ້ສຶກຫາຍໃຈຍາ, ແໜ້ນເອິກ ກໍ່ຕ້ອງລະມັດລະວັງ, ບໍ່ໃຫ້ອອກໄປໃສຕ້ອງຢູ່ເຮືອນເພື່ອກັນໂຄວິດ 19. ຖ້າຫາກເປັນໄອ, ສຸຂະພາບຜິດປົກກະຕິ ກໍ່ຕ້ອງລາຍງານໃຫ້ສຸກສາລາ, ຫນ່ວຍປ້ອງກັນຕ້ານໂຄວິດ ຢ່າງທັນການ ເພື່ອມີມາດຕະການແກ້ໄຂ, ໄປກວດກາສະພາບການ, ບໍ່ປະໃຫ້ໂລກລະບາດແຜ່ລາມມາໃສ່ຍາດຕິພີ່ນ້ອງ ແລະ ສະມາຊິກໃນຄອບຄົວ”

ເປັນຄັ້ງທຳອິດ, ໃນຂໍ້ກຳນົດກົດລະບຽບຂອງບ້ານ ແຄມັ່ນ ມີຂໍ້ກຳນົດຕື່ມອີກ ເຊິ່ງກ່ຽວຂ້ອງເຖິງວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19. ໃນບ້ານມີ 90 ປາຍຄອບຄົວດ້ວຍປະຊາຊົນປະມານ 300 ຄົນ, ເຂົາເຈົ້າລ້ວນແຕ່ກຳແຫນ້ນຫລັການ “ 3 ປອດໄພ”: ຕົນເອງປອດໄພ, ຄອບຄົວປອດໄພ, ວົງຄະນາຍາດປອດໄພ” ດ້ວຍຂໍ້ກຳນົດງ່າຍດ່າຍ, ຈື່ງ່າຍ, ປະຕິບັດງ່າຍຄື: ປະຕິບັດຢ່າງເຂັ້ມງວດ 5 ມາດຕະການປ້ອງກັນຕ້ານໂລກລະບາດ; ສັກວັກຊິນ; ຕິດຕາມອາການສຸຂະພາບດ້ວຍຕົນເອງ; ສາມັກຄີກັນ, ຄຸ້ມຄອງດ້ວຍຕົນເອງ, ຕິດຕາມກວດກາດ້ວຍຕົນເອງ ແລະ ເປັນເຈົ້າການລາຍງານກ່ຽວກັບກໍລະນີມີຄວາມສ່ຽງສູງ”.

ບັນດາຫລັກການນີ້ ລ້ວນແຕ່ແມ່ນພໍ່ແມ່ປະຊາຊົນໃນບ້ານເຫັນດີເຫັນພ້ອມສ້າງຂຶ້ນ, ເພີ່ມເຕີມໃສ່ຂໍ້ກຳນົດກົດລະບຽບຂອງບ້ານ. ທ່ານ ຈ້ຽວໄກວແທ່ງ, ຫົວຫນ້າ ແນວໂຮມ ບ້ານ ແຄມັ່ນ ມື້ໃດກໍ່ລົງໄປໂອ້ລົມນຳແຕ່ລະຄອບຄົວເພື່ອໂຄສະນາໃຫ້ພໍ່ແມ່ປະຊາຊົນກ່ຽວກັບຂໍ້ກຳນົດໃຫມ່, ຂົນຂວາຍປະຊາຊົນແຕ່ລະຄົນ ຍົກສູງສະຕິລະວັງຕົວ, ຮັບຜິດຊອບຕໍ່ຕົນເອງໃນການປ້ອງກັນຕ້ານໂລກລະບາດ, ຕິດຕາມ, ກຳແຫນ້ນສະພາບການຜັນແປຂອງປະຊາຊົນເພື່ອມີມາດຕະການຮັບມືຢ່າງທັນການ. ທ່ານ ຈ້ຽວໄກວແທ່ງ ຢັ້ງຢືນວ່າ:

“ວຽກງານປ້ອງກັນຕ້ານໂລກລະບາດຕ້ອງນຳເອົາເຂົ້າໃນຂໍ້ກຳນົດ, ກົດລະບຽບຂອງບ້ານ ເພື່ອໂຄສະນາໃຫ້ປະຊາຊົນຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ. ນອກຈາກນັ້ນ ເມື່ອປະຊຸມອົງຄະນະພັກ, ປະຊຸມກັບປະຊາຊົນ ກໍ່ລ້ວນແຕ່ໄດ້ເວົ້າເຖິງບັນຫານີ້. ປະຊາຊົນຕ້ອງມີຄວາມສາມັກຄີນຳກັນເພື່ອປ້ອງກັນຕ້ານໂລກລະບາດ. ປະຈຸບັນ ປະຊາຊົນຢູ່ໃນບ້ານລ້ວນແຕ່ເຫັນດີເຫັນພ້ອມ ແລະ ປະຕິບັດຕາມຂໍ້ກຳນົດ ກົດລະບຽບດັ່ງກ່າວນັ້ນແລ້ວ”

ທ່ານ ຮ່ວາງງອກກວ່ຽນ, ຫົວຫນ້າ ຄະນະໂຄສະນາຂົນຂວາຍປະຊາຊົນ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ເມືອງ ບາແຈ໋ ໃຫ້ຮູ້ວ່າ: ດ້ວຍບໍລິເວນ “ເນື້ອທີ່ດິນກວ້າງຂວາງແຕ່ມີປະຊາຊົນດຳລົງຊີວິດຢູ່ຫນ້ອຍ”, ຈຳນວນພົນລະເມືອງປະມານ 80% ແມ່ນຊາວຊົນເຜົ່າສ່ວນຫນ້ອຍຄື ບ້ານບາແຈ໋, ວິທີເຮັດດັ່ງກ່າວຍິ່ງມີຄວາມໝາຍແທ້ຈິງກວ່າ. ຜ່ານຄະນະປະຕິບັດງານຂອງແນວໂຮມ ແລະ ຜູ້ມີອິດທິພົນຊື່ສຽງຢູ່ໃນບ້ານ, ບັນດາຂໍ້ກຳນົດກົດລະບຽບໃຫມ່ໄດ້ຄ່ອຍໆເຂົ້າສູ່ການດຳລົງຊີວິດຕົວຈິງ, ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັນສາມັກຄີ, ເປັນເຈົ້າການໃນການເຂົ້າຮ່ວມວຽກງານປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ. ທ່ານ ຮ່ວາງງອກກ່ວຽນ ເນັ້ນຫນັກວ່າ:

“ປະຕິບັດສິ່ງນີ້ໄດ້ເປັນຢ່າງດີ ກໍ່ຍ້ອນວຽກງານປ້ອງກັນ ຄຸ້ມຄອງດ້ວຍຕົນເອງຂອງປະຊາຊົນຢູ່ບ້ານ, ຈິດໃຈຄວາມຮັບຜິດຊອບຂອງບັນດາຫນ່ວຍງານປ້ອງກັນຕ້ານໂລກລະບາດໂຄວິດ.ພິເສດແມ່ນ 391 ຫນ່ວຍງານຄຸ້ມຄອງດ້ວຍຕົນເອງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນມະຫາສາມັກຄີຫວ່າງແລ້ວນີ້ ພວກຂ້າພະເຈົ້າເຫັນວ່າ ແມ່ນມີປະສິດທິຜົນທີ່ສຸດ. ໃນໄລຍະໂລກລະບາດຜັນແປສັບສົນ, ຫນ່ວຍງານດັ່ງກ່າວໄດ້ເຄື່ອນໄຫວຢ່າງຕັ້ງຫນ້າ ຈາກນັ້ນ ປະກອບສ່ວນຮັກສາບໍລິເວນບ້ານ ບາແຈ໋ ໃຫ້ເປັນເຂດຂຽວ ມີຄວາມປອດໄພ”

ບໍ່ພຽງແຕ່ ບ້ານແຄມັ່ນເທົ່ານັ້ນ ຫາກປະຊາຊົນຢູ່ກວ່າ 1.540 ຄຸ້ມບ້ານ, ບ້ານຂອງ ແຂວງ ກວ໋າງນີງ ລ້ວນແຕ່ມີຄວາມເປັນເອກະພາບໃນການສ້າງ, ເພີ່ມເຕີມເຂົ້າໃນຂໍ້ກຳນົດກົດລະບຽບຂອງບ້ານ ກ່ຽວກັບບັນດາຫລັກການປະພຶດຕິດພັນກັບຂໍ້ກຳນົດໃນການປ້ອງກັນຕ້ານໂລກລະບາດ, ເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເມື່ອວັນທີ 18 ພະຈິກປີ 2021 ຜ່ານມາ. ມີກວ່າ 15.500 ຫນ່ວຍງານຄຸ້ມຄອງດ້ວຍຕົນເອງກ່ຽວກັບການປ້ອງກັນຕ້ານໂລກລະບາດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເປີດຕົວໃນທົ່ວແຂວງ. ນີ້ແມ່ນການເຄື່ອນໄຫວ, ວິທີເຮັດໃຫມ່ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຢູ່ ແຂວງ ກວ໋າງນີງ ເພື່ອແນໃສ່ຮັບມືຢ່າງປອດໄພ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມຢູ່ ບໍລິເວນ.