ແມ່ຍິງເຜົ່າເມືອ່ງຕ່ຳແຜນ່ແພພື້ນເມືອງ

ຕາມປະເພນີຂອງຊາວເຜົ່າເມື່ອງແລ້ວ ລູກສາວອາຍຸ 15, 16 ປີ ກໍ່ຕ້ອງຮູ້ຈັກຕ່ຳແຜ່ນແພ ແລະ ສາມດຕັດຫຍິບເຄື່ອນຸ່ງຮົ່ມຄື ໝອນຜ້າຫົ່ມ, ສິ້ນ ເສື້ອ ເພື່ອຮອດເວລາແຕ່ງງານ ຈຶ່ງນຳເອົາເມືອເຮືອນຜົວ. ນີ້ກໍ່ແມ່ນວິທີສະແດງໃຫ້ເຫັນຈິດໃຈ ແລະ ຄວາມຄ່ອງແຄ້ວຂອງແມ່ຍິງທີ່ຈະຮູ້ເບິ່ງແຍງວຽກບ້ານການເຮືອນໃນຄອບຄົວ ແລະ ອາຊີບຕ່ຳແຜ່ນແພພື້ນກໍ່ໄດ້ປະກາຍເປັນຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າເມື່ອງ. ນາງ ບຸ່ຍທິບວງ ຢູ່ບ້ານລຸກ ຕາແສງ ອຽນຫງຽບ ເມືອງ ລາກເຊີນ ແຂວງ ຮວ່າບິ່ງ ເປີດເຜີຍວ່າ:

“ແມ່ຂ້າພະເຈົ້າໄດ້ສອນເຮົາວິທີຕ່ຳແຜ່ນແພນັບແຕ່ຄາວຍັງນ້ອຍ ມາຮອດປັດຈຸບັນໄດ້ກາຍເປັນອາຊີບສືບທອດໃນວົງຕະກຸນ. ສຳລັບອາຊີບນີ້ ຊາວເຜົ່າເມື່ອງບໍ່ວ່າຜູ້ໃດກໍ່ຕ້ອງຮູ້ຈັກເຮັດ, ເວົ້າລວມແລ້ວຊາວເຜົ່າເມື່ອງກໍ່ຕ້ອງຮູ້ເຮັດຈຶ່ງສາມາດແຕ່ງງານໄດ້”.

ເມື່ອກ່ອນນີ້ຊາວເຜົ່າເມື່ອງຕ່ຳແຜ່ນແພດ້ວຍເສັ້ນຝ້າຍ ແລະ ເສັ້ນໄໝທີ່ຜະລິດເອງ ແຕ່ມາຮອດປັດຈຸບັນ ເຂົາເຈົ້າໄດ້ນຳໃຊ້ເສັ້ນດ້າຍ, ເສັ້ນແລນທີ່ຂາຍຢູ່ໃນທ້ອງຕະຫຼາດ. ເຖິງວ່າຕ່ຳແຜ່ນແພດ້ວຍວັດຖຸດິບປະເພດໃດກໍ່ຕາມ, ແຕ່ໃນທຸກໆມື້ນັ່ງຂ້າງກີ່ຕ່ຳຫູກ, ແມ່ຍິງເຜົ່າເມື່ອງຍັງດຸໝັ່ນພາກພຽນຕ່ຳລວດລາຍລະອຽດອ່ອນ. ນາງ ບຸ່ຍທິລານ ຢູ່ບ້ານລຸກຕາແສງ ອຽນຫງຽບ ໃຫ້ຮູ້ວ່າ:

“ແຕ່ປາງກ່ອນ ພວກຂ້າພະເຈົ້າໄດ້ເຮັດເສັ້ນຝ້າຍ, ໄໝມ້ອນ ແຕ່ບໍ່ມີເສັ້ນແລນເສັ້ນດ້າຍຂາຍຢູ່ໃນຕະຫຼາດຄືໃນປັດຈຸບັນ. ພວກຂ້າພະເຈົ້າຕ້ອງປູກມອນລ້ຽງມ້ອນ ແລ້ວກໍ່ທໍໄໝ ແລ້ວກໍ່ຍ້ອມເປັນສີແດສີເຫຼືອງ ປັດຈຸບັນກໍ່ໄດ້ມີເສັ້ນອຸດສາຫະກຳ ເຮົາພຽງແຕ່ຊື້ຈາກຕະຫຼາດມາຕ່ຳແຜ່ນແພ”.

ດ້ວຍລວດລາຍ 12 ຊະນິດ, ຊາວເຜົ່າເມື່ອງສາມາດນຳໃຊ້ຢ່າງງ່າຍດາຍ ເພື່ອສ້າງເປັນຜະລິດຕະພັນທີ່ແຕກຕ່າງກັນ ເພື່ອຮັບໃຊ້ຄວາມຕ້ອງການໃນຊີວິດປະຈຳວັນ. ເຂົາເຈົ້າໄດ້ຕ່ຳລວດລາຍໃສ່ສາມກຸ່ມຜະລິດຕະພັນຕົ້ນຕໍຄື ຜ້າຫົ່ມ, ຜ້າປູຕຽງ, ສິ້ນ ແລະ ແຜ່ນແພປະດັບປະດາ. ນາງ ບຸ່ຍທິລານ ໃຫ້ຮູ້ຕື່ມອີກວ່າ:

“ກໍ່ມີລວດລາຍຫຼາຍຊະນິດ ແຕ່ງາມກວ່າໝູ່ຍັງແມ່ນດອກໄມ້, ຫົວມັງກອນ, ສຳລັບສິ້ນຕ່ຳຮູບມັງກອນໃນເມື່ອກ່ອນນີ້ ມີພຽງແຕ່ຜູ້ຮັ່ງມີຈຶ່ງສາມາດຊື້ມານຸ່ງໄດ້. ປັດຈຸບັນຜູ້ໃດຖ້າຫາກມີເງິນ ຖ້າຫາກມັກກໍ່ຊື້ມານຸ່ງໄດ້ຢ່າງສະບາຍ”.

ປັດຈຸບັນຕາແສງ ອຽນຫງຽບ ມີປະມານ 200 ກີ່ຕ່ຳຫູກ ດ້ວຍສະມາຊິກ 168 ຄົນ, ແຕ່ລະປີກໍ່ສາມາດຜະລິດອອກຜະລິດຕະພັນໄດ້ຫຼາຍກວ່າ 50.000 ຢ່າງ ເພື່ອຮັບໃຊ້ຄວາມຕ້ອງການໃຫ້ປະຊາຊົນໃນບໍລິເວນ ແລະ ບາງແຂວງນະຄອນຢູ່ໃກ້ຄຽງ. ເມື່ອກຳແໜ້ນຄວາມຕ້ອງການຂອງປະຊາຊົນ ແລະ ໃນທ້ອງຕະຫຼາດ, ສະຫະກະສິກຳ ແລະ ຕ່ຳແຜ່ນແພພື້ນເມືອງ ລຸກຫງຽບແທັ່ງ ໄດ້ຮັບການສ້າງຕັ້ງຂຶ້ນ ທັງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ທັງສາມາດຂາຍຜະລິດຕະພັນແຜ່ນແພພື້ນເມືອງຂອງທ້ອງຖິ່ນອອກສູ່ຕະຫຼາດອີກດ້ວຍ. ນາງ ເຢືອງທິບິນ ສັງກັດສະຫະກອນໃຫ້ຮູ້ວ່າ:

“ອາຊີບຕ່ຳແຜ່ນແພພື້ນເມືອງໄດ້ຖືກສູນຫາຍໄປແຕ່ດົນນານແລ້ວ ແຕ່ກໍ່ເຖິງເວລາແລ້ວຕ້ອງສ້າງຕັ້ງສະຫະກອນ, ພວກຂ້າພະເຈົ້າກໍ່ໄດ້ຊອກຫາຕະຫຼາດ ເຖິງວ່າຄາວນັ້ນ ຕະຫຼາດຍັງບໍ່ທັນໄດ້ກວ້າງຂວາງປານໃດ ແລະ ສາມາດຮັບໃຊ້ຄວາມຕ້ອງການຢູ່ທ້ອງຖິ່ນ ແລະ ບັນດາແຂວງຢູ່ໃກ້ຄຽງເທົ່ານັ້ນ. ສຳລັບຮູບແບບສິນຄ້າພວກຂ້າພະເຈົ້າຍັງເຮັດຄືເກົ່າ ແຕ່ຍັງເຫັນພໍ່ແມ່ພີ່ນ້ອງມີຄວາມນິຍົມຊົມຊອບທີ່ສຸດ ແລະ ໃນໄລຍະຕໍ່ມາພວກຂ້າພະເຈົ້າໄດ້ດັດສ້າງບັນດາຮູບແບບສິ້ນຄ້າທີ່ອຸດດົມສົມບູນ ຫຼາຍຮູບຫຼາຍສີ ແທດເໝາະກັບແຕ່ລະທ້ອງຖິ່ນ”.

ຈາກເສັ້ນດ້າຍທີ່ມີສີສັນຫຼາກຫຼາຍສວຍງາມ ພ້ອມກັບສີມືອັນຄ່ອງແຄ້ວ ແລະ ຄວາມດຸໝັ່ນພາກພຽນຂອງແມ່ຍິງເຜົ່າເມື່ອງ ສາມາດສ້າງລວດລາຍງາມຕາທີ່ເປັນເອກະລັກ. ບັນດາຕົ້ນໄມ້ໃບຫຍ້າສັດສາວາສິ່ງທີ່ຜູກພັນກັການດຳລົງຊີວິດຂອງຊາວເຜົ່າເມື່ອງເຂດພູສູງໄດ້ເຂົ້າສູ່ແຜ່ນແພພື້ນເມືອງແຕ່ລະຜືນກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າເມື່ອງໃນແຂວງ ຮວ່າບິ່ງ.