ພິທີເອົານ້ຳໃນບຸນເຕັດ ສາລີ ຂອງຊາວເຜົ່າ ກົ໊ງ |
ສຳລັບຊາວເຜົ່າ ກົ໊ງ ຢູ່ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ແຂວງ ລາຍເຈົາ ແລ້ວ ບຸນເຕັດ ສາລີ ຖືກຈັດຂຶ້ນໃນວັນທີ 1 ເດືອນ 6 ໄລ່ຕາມຈັນທະປະຕິທິນແຕ່ລະປີ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງລາຍງານຕໍ່ບັນພະບູລຸດກ່ຽວກັບວຽກງານທີ່ໄດ້ເຮັດໃນປີ ແລະ ສະແດງຄວາມຂອບໃຈຕໍ່ບັນພະບູລຸດທີ່ໄດ້ຊ່ວຍໃຫ້ລູກຫຼານມີສຸຂະພາບແຂງແຮງ, ການຜະລິດ ປູກຝັງລ້ຽງສັດມີຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີເຂົ້າ ແລະ ເຂົ້າສານ, ສາລີເຕັມເຮືອນ
ເພື່ອຕ້ອນຮັບບຸນເຕັດ ສາລິ, ຊາວເຜົ່າ ກົ໊ງ ກໍ່ຕ້ອງກະກຽມລ່ວງໜ້າເຄິ່ງເດືອນ. ທຸກໆຄົນໃນຄອບຄອບຕ້ອງໄປຫາຟືນ, ເຂົ້າໄປປ່າເອົາໜໍ່ໄມ້, ເດັດເຫັດ, ເອົາສາລີ ແລະ ລົງຫ້ວຍຈັບປາ ເພື່ອກະກຽມໃຫ້ແກ່ບຸນເຕັດ ສາລີ. ໝໍພອນ ຈາງວັນຊາງ ຢູ່ບ້ານ ລັງຟຽວ ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ໃຫ້ຮູ້ວ່າ:
“ຄອບຄົວໃດມີເງື່ອນໄຂກໍ່ຂ້າໝູ ແລ້ວກໍ່ເອົາຫົວໝູພ້ອມກັບຂາ ແລະ ຫາງໝູ, ເຄື່ອງໃນ, ເຂົ້າສານຖ້ວຍໜຶ່ງ, ໄຂ່ໜ່ວຍໜຶ່ງ, ເຂົ້າຕົ້ມຄູ່ໜຶ່ງ ພ້ອມກັບເຂົ້າໜົມສາລີ ແລະ ປູສອງຄູ່. ຄອບຄົວໃດບໍ່ມີເງື່ອນໄຂກໍ່ຂ້າໄກ່ ແລະ ມີໝາກໄມ້ເພື່ອຖວາຍບູຊາ”.
ຊາວເຜົ່າ ກົ໊ງ ມີຄວາມສຳນຶກວ່າ ປູແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງໃນຊີວິດທາງດ້ານຈິດວິນຍານ. ດັ່ງນັ້ນ ພາເຂົ້າບູຊາບັນພະບູລຸດ ແລະ ເທວະດາຟ້າແຖນຍາມໃດກໍ່ຕ້ອງມີປູ 12 ໂຕ ເຊິ່ງເປັນສັນຍາລັກໃຫ້ແກ່ 12 ເດືອນໃນປີ ແລະ ເປັນສັນຍາລັກໃຫ້ແກ່ສັດ 12 ໂຕ. ສຳລັບຊາວເຜົ່າ ກົ໊ງ ແລ້ວ, ປູແມ່ນສັດປ້ອງກັນລະດູການຜະລິດ. ອ້າຍ ແສນວັນເງິນ ໃຫ້ຮູ້ວ່າ:
“ຢ່າງໜ້ອຍສຸດໂຕປູຕ້ອງໃຫຍ່ຊ່ຳສອງນິ້ວມື ຈຶ່ງຈະມີມາດຖານພຽງພໍ ເພື່ອໃຊ້ເປັນເຄື່ອງຖວາຍບູຊາບັນພະບູລຸດ. ພວກປູ່ຍ່າເມື່ອກ່ອນນີ້ກໍ່ຖ່າຍທອດເຊັ່ນນັ້ນ, ປັດຈຸບັນພວກຂ້າພະເຈົ້າກໍ່ເຮັດຕາມປູ່ຍ່າ”.
ຢູ່ຂ້າງແທ່ນບູຊາ, ຊາວເຜົ່າ ກົ໊ງ ກໍ່ວາງເຄື່ອງມືຮັບໃຊ້ການຜະລິດອອກແຮງງານໃນແຕ່ລະວັນຄື ມີດ, ຈົກ, ຊວ້ານ, ກ່ຽວ ເພາະວ່າເຂົ້າເຈົ້າມີຄວາມສຳນຶກວ່າ ເຄື່ອງມືຮັບໃຊ້ການຜະລິດນີ້ໄດ້ພ້ອມກັບຜູ້ອອກແຮງງານມີຄວາມລຳບາກໃນຕະຫຼອດປີ ດັ່ງນັ້ນກໍ່ຕ້ອງພັກຜ່ອນເພື່ອຕ້ອນຮັບບຸນເຕັດຄືດັ່ງມະນຸດ. ໝໍພອນ ຈາງວັນຊາງ ໃຫ້ຮູ້ວ່າ:
“ຈູດທູບທຽນບູຊາ ເພື່ອລາຍງານຕໍ່ບັນພະບູລຸດວ່າ ມື້ນີ້ແມ່ນມື້ສັນວັນດີຕ້ອງມາເຮືອນຕ້ອນຮັບບຸນເຕັດ ສາລີ, ລາຍງານຕໍ່ບັນພະບູລຸດ ປູ່ຍ່າຕາຍາຍ ບັນດາຜູ້ທີ່ໄດ້ລ່ວງລັບໄປຈົ່ງຊ່ວຍໃຫ້ລູກຫຼານມີສສຸຂະພາບແຂງແຮງ ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ”.
ໃນບຸນເຕັດ ສາລີ ນອກຈາກໄຫວ້ບູຊາບັນພະບູລຸດຢູ່ໃນເຮືອນແລ້ວ ຊາວເຜົ່າ ກົ໊ງ ຍັງທຳພິທີໄຫວ້ບູຊາຢູ່ເນື້ອທີ່ປູກສາລີ ດ້ວຍຄວາມໝາຍວ່າ ເພື່ອໃຫ້ເທວະດາຟ້າແຖນ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງມີລະດູການຜະລິດໄດ້ຮັບຜົນດີ. ດັ່ງນັັ້ນພໍ່ແມ່ພີ່ນ້ອງຈະເລືອກເອົາບັນດາຝັກສາລີຍາມຕົ້ນລະດູ ແລະ ຝັກສາລີອ່ອນເພື່ອເປັນເຄື່ອງຂອງຖວາຍບູຊາ. ນາງ ຫຼີທິຢັອງ ຢູ່ບ້ານ ລັງຟຽວ ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ເວົ້າວ່າ:
“ເມື່ອໄຫວ້ບູຊາແລ້ວ ທຸກຄອບຄົວໃດກໍ່ສານກະບຽນຕາແຫ. ຄອບຄົວຂອງເຮົາກໍ່ມີຫຼານນ້ອຍສອງຄົນກໍ່ສານສອງອັນ, ຖ້າຫາກວ່າສາມຄົນກໍ່ສານສາມອັນ ຫຼານນ້ອຍແຕ່ລະຄົນກໍ່ໄດ້ໜຶ່ງອັນເພື່ອມອບໃຫ້ພວກຫຼານໄດ້ຮັບໂຊກຮັບລາບ. ໃນກະບຽນກໍ່ມີໝາກແຕງໜຶ່ງໜ່ວຍພ້ອມກັບເຂົ້າຕົ້ມ, ຂາໄກ່ ແລະ ຊີ້ນປີ້ງອີກ”.
ໃນວັນບຸນເຕັດ ສາລີ ຂອງຊາວເຜົ່າ ກົ໊ງ ກໍ່ຍັງມີປະເພນີລົງຫ້ວຍອາບນ້ຳ ແລະ ຊັກເຄື່ອງ. ເພາະສະນັ້ນໃນວັນນີ້ກໍ່ບໍ່ຕ້້ອງຮູ້ວ່າ ອາກາດຈະໜາວ ຫຼື ຮ້ອນກໍ່ຕາມ, ຊາວເຜົ່າ ກົ໊ງ ທັງບ້ານກໍ່ພ້ອມກັນລົງຫ້ວຍອາບນ້ຳເພື່ອສະສາງລ້າງຊ່ວຍກຳຈັດພະຍາດໂລຄາ ແລະ ນຳສຸຂະພາບຄວາມໂຊກດີມາສູ່ທຸກໆຄົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
