ກຸ່ມ 4 ຝ່າຍ​ໄດ້​ແລ​ກ​ປ່ຽນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຮ່ວມ​ມື​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ບັນດາເຈົ້າໜ້າທີ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແລກປ່ຽນຄວາມສາມາດ ໃນການຮ່ວມມືໃນລະບົບສະໜອງຢ່າງມີໄວພິບ, ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ສຳຄັນ, ຄວາມໝັ້ນຄົງໃນການເດີນເຮືອ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນດ... 
ກຸ່ມ 4 ຝ່າຍ​ໄດ້​ແລ​ກ​ປ່ຽນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຮ່ວມ​ມື​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ 4 ຝ່າຍ QUAD ຢູ່ ໂຕກຽວ (ພາບ: AFP/TTXVN)

ບັນດາເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດ ກຸ່ມ 4 ຝ່າຍ ລວມມີ ອິນເດຍ, ອົດສະຕາລີ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຂົ້າຮ່ວມການປະຊຸມທາງໄກ ທີ່ໄດ້ດຳເນີນໃນວັນທີ 12 ສິງຫາ ເພື່ອສືບຕໍ່ປຶກສາຫາລື. ການປະຊຸມຂອງລັດຖະມົນຕີການຕ່າງປະເທດ  4 ທ່ານ ທີ່ໄດ້ດຳເນີນໃນເດືອນກຸມພາ ຈະໄດ້ສືບຕໍ່ດ້ວຍກອງປະຊຸມສຸດຍອດບັນດາການນຳ ຈະຖືກຈັດຂຶ້ນໃນເດືອນມີນາ ປີ 2021 ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຂອງກຸ່ມນີ້, ຜ່ານວິໄສທັດທີ່ຕັ້ງໜ້າ ແລະ ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມື ກ່ຽວກັບບັນດາສິ່ງທ້າທາຍໃນປັດຈຸບັນ. ບັນດາເຈົ້າໜ້າທີ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແລກປ່ຽນຄວາມສາມາດ ໃນການຮ່ວມມືໃນລະບົບສະໜອງຢ່າງມີໄຫວພິບ, ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ສຳຄັນ, ຄວາມໝັ້ນຄົງໃນການເດີນເຮືອ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນດ... ໄປຄຽງຄູ່ກັນນັ້ນ, ບັນດາຝ່າຍໄດ້ຢ້ຳຄືນບັນດາຄຸນຄ່າ ແລະ ຫຼັກການລວມ, ຢ້ຳຄືນຄຳໝັ້ນສັນຍາ ມຸ່ງໄປເຖິງເຂດມະຫາສະໝຸດອິນເດຍ - ປາຊີຟິກ ທີ່ມີຄວາມເສລີ, ເປີດອົກເປີດໃຈ, ວັດທະນາຖາວອນ ແລະ ເຊື່ອມໂຍງ ບົນພື້ນຖານເຄົາລົບກົດໝາຍສາກົນ. ບັນດາຝ່າຍຢ້ຳຄືນການສະໜັບສະໜູນຢ່າງໝັ້ນແກ່ນ ຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ແງ່ວັງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາໃນໂຄງປະກອບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ