ກ​ຣົດ​ຊີ ກາຍ​ເປັນ​ປະ​ເທດ​ທີ 20 ເຂົ້າ​ຮ່ວມ Eurozone

(VOVWORLD) -ນັບແຕ່ວັນທີ 01 ມັງກອນ 2023, ປະຊາຊົນ ກຣົວຊີ ຈະຫັນໄປສູ່ການໃຊ້ສະກຸນເງິນ ເອີໂຣ ແທນໃຫ້ສະກຸນເງິນ ກູນາ. 
ກ​ຣົດ​ຊີ ກາຍ​ເປັນ​ປະ​ເທດ​ທີ 20 ເຂົ້າ​ຮ່ວມ Eurozone - ảnh 1ທ່ານລັດຖະມົນຕີກະຊວງການເງິນ ກຣົວຊີ Marko Primorac ແລະ ທ່ານນາງປະທານທະນາຄານສູງກາງ ເອີຣົບ (ECB) Christine Lagarde (ພາບ: CNBC)     

ບັນດາລັດຖະມົນຕີການເງິນສະຫະພາບເອີຣົບ (ອີຢູ) ວັນທີ 12 ກໍລະກົດ ໄດ້ເຫັນດີເປັນເອກະພາບໃຫ້ ກຣົວຊີ ເຂົ້າຮ່ວມ ອົງການນຳໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນວັນທີ 01 ມັງກອນ 2023, ກາຍເປັນປະເທດທີ 20 ເຂົ້າຮ່ວມອົງການນີ້. ເປັນອັນວ່າ, ນັບແຕ່ວັນທີ 01 ມັງກອນ 2023, ປະຊາຊົນ ກຣົວຊີ ຈະຫັນໄປສູ່ການໃຊ້ສະກຸນເງິນ ເອີໂຣ ແທນໃຫ້ສະກຸນເງິນ ກູນາ. ນີ້ແມ່ນຂີດໝາຍປະຫວັດສາດໃນວິວັດການເຊື່ອມໂຍງເຂົ້າ ອີຢູ ຂອງ ກຣົວຊີ. ບັນດາລັດຖະມົນຕີກະຊວງການເງິນ ອີຢູ ໄດ້ເຫັນດີກຳນົດອັດຕາແລກປ່ຽນຢ່າງເປັນທາງການ ແມ່ນ 7,53450 ກູນາ/ 1 ເອີໂຣ.

        ເພື່ອສາມາດເຂົ້າຮ່ວມ Eurozone, ກຣົວຊີ ຕ້ອງມີເງື່ອນໄຂຄົບຖ້ວນ, ເປັນຕົ້ນແມ່ນການຮັກສາອັດຕາເງິນເຟີ້ໃຫ້ຢູ່ລະດັບສ່ຳກັບບັນດາປະເທດອື່ນໆໃນ ອີຢູ, ການໃຊ້ຈ່າຍສາທາລະນະຕ້ອງມີຄວາມເໝາະສົມ… ຕາມທ່ານຮອງປະທານຜູ້ບໍລິຫານງານ ຄະນະກຳມະການເອີຣົບ Valdis Dombrovskis, ການເຂົ້າຮ່ວມອົງການນີ້ ຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດຢ່າງຈະແຈ້ງສຳລັບ ກຣົວຊີ. ການນຳໃຊ້ສະກຸນເງິນ ເອີໂຣ ຈະເຮັດໃຫ້ປະເທດນີ້ດຶງດູດນັກລົງທຶນຕ່າງປະເທດ, ຫຼຸດຜ່ອນສິ່ງກີດຂວາງສຳລັບວິສາຫະກິດ ແລະ ຍົກເລີກຄ່າທຳຮຽມໃນການແລກປ່ຽນເງິນຕາ.

       

ຕອບກັບ

ຂ່າວ/ບົດ​ອື່ນ