ກອງປະຊຸມຄັ້ງທີ4ຄູ່ເຈລະຈາຂັ້ນສູງກ່ຽວ
ກັບເສດຖະກິດ ຫວຽດນາມ - ຝລັ່ງ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) - ວັນທີ 25/7, ທີ່ສຳນັກງານກະຊວງເສດຖະກິດຝລັ່ງ ຢູ່ Paris, ດຳເນີນ ກອງປະຊຸມຄັ້ງທີ 4 ຄູ່ເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ ດ້ວຍການເປັນປະທານຮ່ວມ ຂອງ ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ລົງທຶນຫວຽດນາມ ແລະ ທ່ານ Matthias Fekl ລັດຖະມົນຕີຮັບຜີດຊອບການຄ້າຕາງປະເທດ, ສົ່ງເສີມການທ່ອງທ່ຽວ ແລະ ຊາວຝລັ່ງຢູ່ຕາງປະເທດ. ປະທານຮ່ວມສອງທ່ານ ຢືນຢັນຄວາມສຳຄັນ ຂອງ ຄູ່ເຈລະຈາເສດຖະກິດຂັ້ນສູງປະຈຳປີ ສຳລັບການຜັນຂະຫຍາຍການຮ່ວມມືເສດຖະກິດໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດເຊິງຝລັ່ງ ແລະ ຫວຽດນາມໄດ້ລົງນາມປີ 2013 ປ່າງລະອຽດ ແລະຖືນີ້ແມ່ນບາດກ້າວສຳຄັນໃຫ້ການຢ້ຽມຢາມທາງລັດຖະກິດມາຫວຽດນາມ ໃນຕົ້ນເດືອນ 9 ທີ່ຈະມາເຖິງ ຂອງ ທ່ານ Francois Hallande ປະທານາທິບໍດີຝລັ່ງ. ທ່ານ ຮອງລັດຖະມົນຕີ ຫງວຽນເທ໋ເຟືອງ ຢືນຢັນ ຄູ່ເຈລະຈາຂັ້ນສູງປະຈຳປີ ແມ່ນກາລະໂອກາດ ເພື່ອໃຫ້ສອງປະເທດຊຸກຍູ້ ການພົວພັນຮ່ວມມື ກ່ຽວກັນ ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການພັດທະນາ ກວ່າອີກ.ກ່ຽວກັບບັນດາກຳນົດທິດການຮ່ວມມືໃນອານາຄົດ, ສອງຫົວຂໍ້ໄດ້ຮັບບຸລິມະສິດແມ່ນ ຊຸກຍູ້ການເຕີບໂຕຂຽວ ແລະ ຈຳກັດຜົນກະທົດ ຈາກການປ່ຽນແປງຂອງດິນຟ້າອາກາດ ສຳລັບກະສິກຳ. ຢູ່ວາລະປຶກສາຫາລື, ຝ່າຍຝລັ່ງໄດ້ ແນະນຳບັນດາມາດຕະການ ທີ່ມີຫົວຄິດປະດິດສ້າງ ໃຫ້ສິ່ງແວດລ້ອມສະບຽງອາຫານ ທີ່ມີອະສິດທິຜົນ ແລະປອດໄປ.