ກອງປະຊຸມປຶດສາຫາລືແຫ່ງຊາດກ່ຽວກັບການຕີລາຄາ ການຜັນຂະຫຍາຍແຜນການປະຕິບັດວຽກງານຂໍ້ລິເລີ່ມໃນການເຊື່ອມໂຍງອາຊຽນໄລຍະ III
(VOVWORLD) -ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະເລຂາທິການ ອາຊຽນ ຈັດຕັ້ງກອງປະຊຸມປຶກສາຫາລືແຫ່ງຊາດກ່ຽວກັບການຕີລາຄາ ການຜັນຂະຫຍາຍແຜນການວຽກງານຂໍ້ລິເລີ່ມໃນ ການເຊື່ອມໂຍງອາຊຽນ (IAI) ໄລຍະ III.
ທ່ານ ຫງວຽນວັນຖາວ, ຜູ້ຊ່ວຍວຽກຂອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) |
ຢູ່ຫວຽດນາມນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຕີລາຄາການຜັນຂະຫຍາຍບັນດາໂຄງການໃນຂອບເຂດແຜນການປະຕິບັດວຽກງານ IAI ໄລຍະ III (2016 - 2020)ອີງຕາມໝາກຜົນຕົວຈິງຂອງ ຫວຽດນາມ.
ກອງປະຊຸມປຶກສາຫາລືກໍ່ແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ອົງການຂອງ ຫວຽດນາມຕີລາຄາບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຜ່ານນັ້ນສະເໜີບັນດາຂໍ້ສະເໜີແນະທີ່ເໝາະສົມກັບການກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການ IAI ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການກໍ່ສ້າງປະຊາຄົມ ອາຊຽນທີ່ມີຄວາມສະໜິດແໜ້ນ ດ້ານການເມືອງ, ຮ່ວມສຳພັນດ້ານກັບເສດຖະກິດ, ພັດທະນາຢ່າງສະໝ່ຳສະເໝີ, ແລະ ປະຊາຄົມອາຊຽນທີ່ມຸ່ງໄປເຖິງປະຊາຊົນ ແລະ ຖື ປະຊາຊົນເປັນໃຈກາງ.