ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ສ້າງຂີດໝາຍ ຍຸກສະໄໝໃໝ່ ໃນການຮ່ວມມືສາມຝ່າຍ
(VOVWORLD) - ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ສ້າງຂີດໝາຍເປັນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ Biden ໃຫ້ການຕ້ອນຮັບບັນດາການນຳຕ່າງປະເທດ ມາຍັງ ຄ້າຍ David ນັບແຕ່ເວລາທ່ານດຳລົງຕຳແໜ່ງໃນປີ 2021.
ທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ພາບ: TTXVN) |
ວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມກັບຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ Yoon Suk-yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສາມຝ່າຍ ຢູ່ຄ້າຍ David, ລັດ Maryland, ປະເທດ ອາເມລິກາ. ທຳນຽບຂາວໄດ້ຖະແຫຼງວ່າກອງປະຊຸມຈະຍົກລະດົມການພົວພັນຮ່ວມມືລະຫວ່າງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.
ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ສ້າງຂີດໝາຍເປັນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ Biden ໃຫ້ການຕ້ອນຮັບບັນດາການນຳຕ່າງປະເທດ ມາຍັງ ຄ້າຍ David ນັບແຕ່ເວລາທ່ານດຳລົງຕຳແໜ່ງໃນປີ 2021. ນີ້ກໍ່ແມ່ນກອງປະຊຸມສຸດຍອດເອກະລາດທຳອິດລະຫວ່າງທ່ານປະທານາທິບໍດີ Joe Biden, ທ່ານປະທານາທິບໍດີ Yoon Suk-yeol ແລະ ທ່ານນາຍົກລັດຖະມົນຕີ Fumio Kishida.
ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລ້ວ, ບັນດາການນຳໄດ້ປຶກສາຫາລືບັນດາບັນຫາໃຫ້ບຸລິມະສິດເຊິ່ງທັງສາມປະເທດລ້ວນແຕ່ມີຄວາມສົນໃຈຄື ຄວາມໝັ້ນຄົງດ້ານເສດຖະກິດ, ເຕັກໂນໂລຢີຫາກໍ່ພົ້ນເດັ່ນຂຶ້ນ, ການໜູນຊ່ວຍດ້ານມະນຸດສະທຳ ແລະ ບັນດາໂຄງການພັດທະນາ. ຄາດວ່າ, ການນຳສາມທ່ານ ຈະອອກຖະແຫຼງການຮ່ວມ ທີ່ຍົກອອກບັນດາຫຼັກການພື້ນຖານຕໍ່ການພົວພັນຮ່ວມມື.