ກອງປະຊຸມສຳມະນາກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ

ກອງປະຊຸມສຳມະນາກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ກອງປະຊຸມສຳມະນາກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ
ພາບ:baodientu.chinhphu.vn

 (vovworld) - ວັນ​ທີ 29 ​ແລະ 30/10 ຢູ່ ນະຄອນ Da Nang, ອົງການ​ກວດກາ​ລັດຖະບານ, ຫ້ອງວ່າການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ສົມທົບ​ກັບ​ກະຊວງ​ພັດທະນາ​ສາກົນ​ລາຊະ​ອານາ​ຈັກ ອັງກິດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ອນ​ທີ່​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຄັ້ງ​ທີ 11 ຢູ່​ບໍລິ​ເວນ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່ ທ້ອງ​ຖິ່ນ - ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ. ບັນດາ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​​ແມ່ນ​ເຕື້ອງ​ເຖິງ​ບັນດາ​ເນື້ອ​ໃນ​ສຳຄັນ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ກ່າວ​ຄຳ​ເຫ​ັນທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Tran Duc Luong, ຮອງ​ຫົວຫນ້າ​ອົງການ​ກວດກາ​ລັດຖະບານ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສະ​ເພາະ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ; ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ການ​ສຳ​ຫລວດ​ໃນ​ສັງຄົມ, ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ, ​ແບ່ງປັນ​ບົດຮຽນ ​ແລະ ບັນດາ​ບົດຮຽນ​ກ່ຽວກັບ​ວຽກ​ງານ​ປ້ອງ​ກັນຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່ ທ້ອງ​ຖິ່ນ, ຖ​ອດຖອນ​ບົດຮຽນ​ຈາກ​ສາກົນ. ຈາກ​ນັ້ນ ຍົກ​ຂໍ້​ສະ​ເຫ​ນີບັນດາ​ມາດ​ຕະການ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່ ທ້ອງ​ຖິ່ນ ​ແລະ ລະດັບ​ຊາດ.”

ໝາກຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ແມ່ນ​ຂໍ້​ມູນ​ຂ່າວສານ​ສຳຄັນ​ເພື່ອ​ຮັບ​ໃຊ້​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຄັ້ງ​ທີ 11 ຊຶ່ງ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/11 ຈະມ​າ​ເຖິງ​ຢູ່ ຮ່າ​ໂນ້ຍ.

 

 

ຂ່າວ/ບົດ​ອື່ນ