ກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນດ້ານເສດຖະກິດອິນເດຍ-ຫວຽດນາມ

(VOVWORLD) -ໃນລະຫວ່າງວັນທີ 26 – 27 ກໍລະກົດ, ຢູ່ອິນເດຍ, ສະຖານທູດຫວຽດນາມ, ສູນຄົ້ນຄວ້າຫວຽດນາມ ຢູ່ອິນເດຍ ໄດ້ສົມທົບກັບຫໍພິພິຕະພັນອາໄລຫາ Nehru ຈັດກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງອິນເດຍ - ຫວຽດນາມ.

ກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນດ້ານເສດຖະກິດອິນເດຍ-ຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນຊິງແທ່ງ

(ພາບ: vietnamplus.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນຊິງແທ່ງ ໃຫ້ຮູ້ວ່າ, ຫວຽດນາມ ແລະ ອິນເດຍ ໄດ້ຕົກລົງຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີອິນເດຍ Narenda Modi ເມື່ອເດືອນ ກັນຍາ 2016. ການນຳ 2 ປະເທດໄດ້ພ້ອມກັນຖະແຫຼງການຮ່ວມມືດ້ານເສດຖະກິດແມ່ນໜຶ່ງໃນ 5 ເສົາຄ້ຳໃນການພົວພັນມີຄວາມໝາຍຍຸດທະສາດນີ້. ໃນບັນດາການຢ້ຽມຢາມອິນເດຍ ຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອຕົ້ນປີ 2018 ນີ້, ການນຳ 2 ປະເທດກໍ່ຮຽກຮ້ອງໃຫ້ສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ເນັ້ນໜັກວ່າ, ຄາດໝາຍຮອດປີ 2020 ລະດັບການຄ້າ 2 ຝ່າຍໃຫ້ບັນລຸໄດ້ 15 ຕື້ USD.

        ກ່ຽວກັບການລົງທຶນ, ປະຈຸບັນ ອິນເດຍ ພວມແມ່ນຄູ່ຄ້າໃຫຍ່ອັນດັບ 12 ຂອງຫວຽດນາມ ແລະ ຫວຽດນາມ  ແມ່ນຄູ່ຄ້າໃຫຍ່ອັນດັບ 8 ຂອງອິນເດຍ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດອິນເດຍ V.K.Singh ຖືວ່າ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ. ໃນຂະນະນັ້ນ, ທ່ານລັດຖະມົນຕີ Prabhu ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນຈຳນວນບັນດາປະເທດອາຊຽນ ແລະ ອິນເດຍ ຕີລາຄາສູງບັນດາຈຸດທີ່ຄ້າຍຄືກັນດ້ານວັດທະນະທຳ ແລະ ສາສະໜາລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ