ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກອມມູນິດໂຮ່ຈິມິນ ນະຄອນຮ່າໂນ້ຍຄັ້ງທີ 14

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກອມມູນິດໂຮ່ຈິມິນ ນະຄອນຮ່າໂນ້ຍຄັ້ງທີ 14 - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ
(ພາບ: dantri.com.vn)


(vovworld) -     ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ ນະຄອນ​ຮ່າ​ໂນ້ຍຄັ້ງ​ທີ 14 (ອາຍຸ​ການ 2012 - 2017) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/10 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໃຫຍ່​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ​ຂອງ​ໄວ​ໜຸ່ມ​ທົ່ວນະຄອນ, ​ເປັນ​ຂີດ​ໝາຍ​ໃຫ້​ແກ່​ໄລ​ຍະ​ພັດທະນາ​​ໃໝ່​ຂອງ​ວຽກ​ງາ​ນຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​​ເຍົາ​ວະ​ຊົນ ຮ່າ​ໂນ້ຍ ​ໃນ​ພາລະກິດ​ຫັນປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ Pham Quang Nghi ກຳມະການ​ກົມ​ການ​ເມືອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຢືນຢັນ​ວ່າ.​ໃນ​ຊຸມ​ປີຜ່ານມາ, ​ໄວ​ໜຸ່ມ​ນະຄອນຫຼວງ ພ້ອມ​ກັບ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ນະຄອນ​ຫຼວງ ປະຕິບັດ​ໜ້າ​ທີ່​ເສດຖະກິດ, ສັງຄົມ​ຢ່າງ​ມີ​ໄຊ ຕາມ​ທິດ​ສີວິ​ໄລ, ທັນ​ສະ​ໄໝ. ທ່ານ​ເລຂາຄະນະ​ພັກນະຄອນ​ຮ່າ​ໂນ້ຍ Pham Quang Nghi ກໍ​ສະ​ເໜີ​ວ່າ, ​ພະນັກງານທຸກ​ຂັ້ນ​ໃນ​ອາຍຸ​ການ​ໃໝ່​ຕ້ອງ​ຕິດຕາມ​ຢ່າງ​ໃກ້ຊິດ​​ໜ້າ​ທີ່​ເສດຖະກິດ, ການ​ເມືອງ, ສັງຄົມ​ຂອງ​ນະຄອນ, ​ເພີ່​ມທະວີ​​ຍູ້​ແຮງ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຊາ​ທິປະ​ໄຕ, ຊ່ວຍ​ຊາວ​ໜຸ່ມ​ມີ​ສະຕິຮັບ​ຮູ້​ຢ່າງ​ຖືກຕ້ອງ, ​ເປັນ​ແບບຢ່າງ​ນຳ​ໜ້າ​ກ່ຽວ​ກັບ​ການ​ປະຕິບັດ​ແບບ​ແຜນ​ດຳລົງຊີວິດສີວິ​ໄລ. ທ່ານ Pham Quang Nghi ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ຫົວ​ໜ້າອົງ​ການ​ຊາວ​ໜຸ່ມ​, ພະນັກງານ​ຊາວ​ໜຸ່ມ​ແຕ່ລະຄົນໃນ​ອາຍຸ​ການ​ໃໝ່​ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັດ​ຄີ, ​ເປັນ​ເອກະ​ພາບ, ມີ​ຄົວ​ຄິດ​ປະດິດ​ສ້າງ, ສຸມ​ໃສ່​ຫັນ​​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ເປັນ​ລະອຽດ​ໃຫ້​ກາຍ​ເປັນ​​ແຜນການ​ວຽກ​ງານ ​ແລະ ​​ເສີມ​ຂະຫຍາຍ​ໃນ​ສະພາບ​ຕົວ​ຈິງ, ຊີວິດ​ຂອງ​ໄວ​ໜຸ່ມ​ນະຄອນຫຼວງ​ໂດຍ​ໄວ. ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ນະຄອນຫຼວງ ​ແລະ ຄໍາສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ.”

ຂ່າວ/ບົດ​ອື່ນ