ກະຊວງປ້ອງກັນປະເທດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງເສນາຮັກ

ກະຊວງປ້ອງກັນປະເທດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງເສນາຮັກ - ảnh 1
ເສນາຮັກແຂວງ ຊອກຈັງ
(ພາບ: Trung Hiếu/TTXVN)

(vovworld)-​ ຕອນ​ເຊົ້າ​ວັນ​ທີ 15/04 ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂະ​ແໜງ​ເສ​ນາ​ຮັກ ( 16/04/1946 – 16/04/2016 ) ແລະ​ຕ້ອນ​ຮັບຫຼຽນ​ໄຊ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຊັ້ນ I - ​ເຊິ່ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ເຊິ່ງ​ພັກ, ລັດ​ມອບ​ໃຫ້​ຂະ​ແໜງ​ເສ​ນາ​ຮັກ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ພົນ​ເອກ ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ຂອງ​ຂະ​ແໜງ​ເສ​ນາ​ຮັກ​ໃນ​ຕະຫຼອດ 70 ປີ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມາ​ເຖິງ ທ່ານ​ພົນ​ເອກ  ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໃສ່​ໃຈ​​ວ່າ ຂະ​ແໜງ​ເສ​ນາ​ຮັກ ຄວນ​ສືບ​ຕໍ່​ຊາບ​ຊຶມ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ທັດ​ສະ​ນະ​ຂອງ​ພັກ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ ກ່ຽວ​ກັບ​ໜ້າ​ທີ່​ການ​ທະ​ຫານ-ການ​ປ້ອງ​ກັນຊາດ; ການ​ພັດ​ທະ​ນາ​ຂະ​ແໜງ​ແພດ​ສາດ​ຫວຽດ​ນາມ, ແພດ​ທະ​ຫານ. ພະ​ນັກ​ງານ, ນັກ​ຮົບ​ຂະ​ແໜງ​ເສ​ນາ​ຮັກ​ຄວນ​ສາ​ມັກ​ຄີ​ກັນ​ສູ້​ຊົນ, ສືບ​ຕໍ່​ເສີມ​ຂະ​ຫຍາຍນ້ຳ​ໃຈ​ເປັນ​​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ເສ​ນາ​ຮັກ ຮັບ​ໃຊ້​ໜ້າ​ທີ່​ກຽມ​ພ້ອມ​ສູ້​ຮົບ.

 


ຂ່າວ/ບົດ​ອື່ນ